ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ.

ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ.
ເປັນທີ່ຮູ້ດີກັນວ່າ ເຊື້ອໂຄວິດ ມັນສາມາດແຜ່ໄດ້ໄວ ໄປຕາມອາກາດ ດ້ວຍການໄອ ຢາມ ລົມອອກຈາກປາກຂອງຜູ້ຕິດເຊື້ອ ຜົ່ນເຊື້ອໄປໃສ່ຜູ້ອື່ນທີ່ຢູ່ໄກ້ຄຽງ ຫລື ການຈັບບາຍເຊື້ອ ທີ່ຕິດຢູ່ຕາມ ວັດຖຸສິ່ງຂອງ ແລະອື່ນໆ.
ຄົນປ່ວຍຍ້ອນຕິດເຊື້ອໂຄວິດ-19 ສາມາດເປັນອັດຕະລາຍເຖິງແກ່ຊີວິດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ.
ຄົນຕິດເຊື້ອໂຄວິດ ຈະມີອາການເກີດຂຶ້ນແຕກຕ່າງກັນ.
ຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ມີອາຍຸສູງກ່ວາ 60 ປີຂຶ້ນໄປ ແລະ ຜູ້ເຈັບປ່ວຍ ຫລື ມີສຸຂະພາບອ່ອນເພັຍ ມີພະຍາດໃນຕົວເອງ ແລະ ມີພູມຕ້ານທານຕໍ່າ.
ຜູ້ຄົນດັ່ງກ່າວ ຖ້າຕິດເຊື້ອ ສາມາດລົ້ມປ່ວຍເປັນອັນຕະລາຍໄດ້.
ຊາວນຸ່ມ ທີ່ມີສຸຂະພາບແຂງແຮງດີ
ຖ້າຕິດເຊື້ອ ອາດບໍ່ມີອາການຫຍັງສະແດງອອກ ບໍ່ລົ້ມປ່ວຍ.
ດັ່ງນັ້ນ ກຸ່ມຊາວນຸ່ມຈຶ່ງເປັນກຸ່ມທີ່ເປັນອັນຕະລາຍໃນການແຜ່ເຊື້ອ “ແບບບໍ່ຮູ້ສຶກຕົວ” ຍ້ອນການໄປມາ ແລະ ສາມາດນໍາເຊື້ອຕິດຕໍ່ກັນ ຫລື ນໍາເຊື້ອເຂົ້າໃສ່ຄົນໃນຄອບຄົວ ພໍ່ແມ່ ຜູ້ເຖົ້າຜູ້ແກ່ ຖືກຕິດເຊື້ອຕໍ່ ແລະ ສາມາດເຈັບປ່ວຍໜັກເຖິງແກ່ຊີວິດໄດ້ ໃນຊ່ວງໄລຍະ 14 ມື້ຈະຮູ້ສຶກອາການໂຄວິດ.
ດັ່ງນັ້ນ ການປ້ອງກັນການແຜ່ເຊື້ອ
ຈຶ່ງເປັນບັນຫາສໍາຄັນ ທີ່ທຸກຄົນຕ້ອງໄດ້ປະຕິບັດ.
ແຕ່ອັນສໍາຄັນແມ່ນ ແຕ່ລະຄົນ ທີ່ຢູ່ໃນແຕ່ລະທ້ອງຖິ່ນ ຕ້ອງໄດ້ລະມັດລະວັງໂຕເອງ ໃນເມື່ອມີການເດີນທາງ ໄປທີ່ຊົມນຸມຊົນ ຕ້ອງປະຕິບັດການຢູ່ຫ່າງ ແລະ ການອານາໄມຕ່າງໆ ໃຫ້ເຂັ້ມງວດ.
ແຕ່ກໍບໍ່ໝາຍຄວາມວ່າ
ຖ້າຕົນເອງຢູ່ເຮືອນ ຢູ່ດ່ຽວ ຕາມທົ່ງໄຮ່ທົ່ງນາ ຫລືໃນໂຂງເຂດທີ່ບໍ່ມີການແຜ່ເຊື້ອ ກໍບໍ່ຄວນໃສ່ໜ້າກາກຕະຫລອດເວລາ ເພາະຈະເຮັດການຫາຍໃຈຝືດເຄືອງ ຂາດອາກາດ ບໍ່ດີຕໍ່ປອດ ສາມາດເຈັບປ່ວຍໄດ້ເຊັ່ນກັນ.
ອັນສໍາຄັນສິ່ງນຶ່ງ ກໍຄື
ແຕ່ລະຄົນຕ້ອງໄດ້ປ້ອງກັນຕົນເອງ ແລະ ຊັ່ງຊາ ສະພາບແວດລ້ອມ ແລະ ສະພາບການອ້ອມຂ້າງຕົນເອງ ວ່າມີຄວາມສ່ຽງສູງພຽງໃດ ໃນການຈະຕິດເຊື້ອ ເພື່ອຫລຸດຜ່ອນຄວາມຢ້ານກົວໃຫ້ຕົນເອງ ໃຫ້ຄອບຄົວ ແລະ ໃນສັງຄົມ ບໍ່ໃຫ້ມີສະພາບການທີ່ເຄັ່ງຕຶງສູງ ແລະ ຂ້ຽວຂອດກັນ ເສັຍບັນຍາກາດ.
ທັງຫມົດ ຫວັງວ່າ ຄະນະສະເພາະກິດແຫ່ງຊາດ ຄົງເປັນເຈົ້າການສໍາເຫລັດພາລະກິດປ້ອງກັນ ການແຜ່ເຊື້ອຢ່າງມີປະສິດຕິຜົນ ໃຫ້ການແນະນໍາ ຮ່ວມກັບແພດໝໍທີ່ໄດ້ຖືກກໍ່ສ້າງຕຽມກັນມາພ້ອມແລ້ວ ໃຫ້ສາມາດປິ່ນປົວຄົນຕິດເຊື່ອ ແລະ ຄົນປ່ວຍ ໃຫ້ປອດໄພຫາຍດີ ນັ້ນຄືສິ່ງສໍາຄັນ ທີ່ຈະສາມາດສ້າງຄວາມອົບອຸ່ນໃຫ້ແກ່ ຄົນໃນສັງຄົມ ທັງຈະເປັນການຫລຸດຜ່ອນຄວາມຢ້ານກົວ ຂອງປວງຊົນໄດ້ດີຂຶ້ນ.
ບໍ່ມີໃຜ ຢາກຕິດເຊື້ອແນ່ນອນ
ແຕ່ເຊື້ອໂຄວິດ ບໍ່ມີໃຜມອງເຫັນໄດ້ ມັນສາມາດແຜ່ຕິດຕໍ່ຄົນໄດ້ທຸກສະຖານທີ່,
ແຕ່ຖ້າມີຜູ້ຕິດເຊື້ອ ກໍຢ່າໄດ້ລັງກຽດກັນ ຈົ່ງຊ່ວຍເຫລືອຕັກເຕືອນກັນ ຊ່ວຍກັນປ້ອງກັນ ແລະ ຂໍໃຫ້ທຸກຄົນທີ່ຕິດເຊື້ອຈົ່ງໄດ້ຖືກປິ່ນປົວເປັນຢ່າງດີ ແລະ ຫາຍດີ ທຸກໆຄົນເທີ້ນ.
ນອກຈາກນັ້ນ ຕ້ອງຮັກສາສຸຂະພາບ
ກິນດື່ມ ອາຫານ ທີ່ສະອາດ ເປັນປະໂຫຍດໃຫ້ແກ່ຮ່າງກາຍ ພັກຜ່ອນໃຫ້ພຽງພໍ ຫລຸດຜ່ອນຄວາມເຄັ່ງຕຶງ ຫລຸດຜ່ອນຄວາມຢ້ານກົວ ເພາະ ພູມຕ້ານທານທີ່ດີຂອງຮ່າງກາຍ ແມ່ນເປັນພະລັງແຮງອັນສໍາຄັນ ຕ້ານທານເຊື້ອພະຍາດຕ່າງໆ ໃຫ້ເປັນໄປໃນທາງທຸເລົາຜ່ານພົ້ນພະຍາດໄດ້ ໄປດ້ວຍດີທຸກຢ່າງ.
@ວິມາດອກບົວແກ້ວ