ຢາກໃຫ້ຄວາມຝັນ ເປັນຈິງ ແທ້ເດ້.

ຢາກໃຫ້ຄວາມຝັນ ເປັນຈິງ ແທ້ເດ້. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເດິກດື່ນແລ້ວ ໂມງນຶ່ງກາຍຄືນ ຕາຍັງໃສ ສ່ອງໄປກາຍຫ້ອງ ເຫັນເດືອນແຈ້ງ ແຍງແສງໃສສ່ອງ ສຽງເຄື່ອນຍ້າຍ ລົມຕ້ອງຕ່ອຍຝາ ເຈົ້າເອີ້ຍ ແນວຄິດຂ້ອຍ ລອຍເວີ່ນຟ້າ ຫາທີ່ເຊົາພັກ ໄປຕາມລົມ ຜ່ານເວຫາຍ້າຍ ບາງຄາວວຸ້ນ ຄືລົມພັດເປົ່າ ປີກອ່ອນຕ້ານ ແຮງໄດ້ບໍ່ທົນ ແທ້ແລ້ວ ຕົວປິ່ນປີ້ນ ພິກປິ່ນຕາມຕຽງ ໃຈຍັງສົນ ຮໍ່າຮອນໄປໜ້າ ອົດຈິດຕັ້ງ ຫວັງນອນໄປຕໍ່ ລັບບໍ່ໄດ້ ຝັນເພີ້ມຕື່ມຕາມ ແທ້ນາ ຝັນເຫັນ ຝູງໝູ່ຮຸ້ງ ບິນຜ່ານກາຍທາງ ສຽງບົນແຊວ ປ່າວກັນດັງກ້ອງ ໂຄວິດ ໝົດລິດແລ້ວ ມືຖືລໍາໃຜ່ ພວກເຮົາ ຍັດໃສ່ບັ້ງ ຈະໂຍນຖິ້ມສູ່ທະເລ ນີ້ເດ້ ຮຽມນີ້ ລຸກນັ່ງຂຶ້ນ ຕົກຕື່ນດີໃຈ ຄຶດວ່າ ໂຄວິດຫາຍ ຜ່ານກາຍໄປແລ້ວ ລອກດາວພົ້ນ ຄົນເຮົາຊົມຊື່ນ ໂອນໍ…