Vimalao

ຍິນດີຕ້ອນຮັບ ທຸກທ່ານ ທີ່​ເຂົ້າ​ມາ​ອ່ານ​ໃນ​ວິ​ມາ​ລາວ​ນີ້!
ວິມາລາວ ມີຈຸດປະສົງ ໂດຍອີງຕາມ​ຄວາມ​ສາ​ມາດ ​ແລະ ​ການ​ເວ​ລາ ຢາກນຳ​ເອົາ​ຂ່າວ​ຕ່າງ​ໆ ເປັນ​ຕົ້ນ​ແມ່ນ ຂ່າວ​ທາງ​ດ້ານ​ການ​ເມືອງ ​ທາງ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ ແລະ ເຕັກ​ໂນ​ໂລ​ຢີ ທີ່​ພົ້ນ​ເດັ່ນ​ຂຶ້ນໃນ​ໂລກ ມາ​ວິ​ໃຈ​ເວົ້າ​ສູ່​ທ່ານ​ຜູ້​ອ່ານ​ໄດ້​ຮູ້​ນຳ ເພື່ອ​ເປັນ​ການ​ຄົ້ນ​ຄິດ​ແຫລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຊຶ່ງ​ກັນ​ແລະ​ກັນ ເພາະຄິດວ່າ ທ່ານຜູ້ອ່ານ ຄົງໄດ້ຕິດຕາມຂ່າວເດັ່ນອື່ນໆ ໃນສື່ມວນຊົນທົ່ວໄປເຊັ່ນກັນ.

ແນ່ນອນ ໃນ​ແຕ່​ລະ​ມື້​ ມັນ​ເກີດ​ມີ​ຂ່າວ​ຕ່າງໆ​ໃນ​ສື່​ອອນ​ລາຍ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ໃນ​ຫລາຍ​ພາ​ສາ ແຕ່​ສິ່ງ​ສຳ​ຄັນອັນ​ຕົ້ນ​ຕໍ ​ແມ່ນການ​ຄັດ​ຈ້ອນ​ຊອກ​ຫາ​ແຫລ່ງ​ຂ່າວ​ທີ່​ຫນ້າ​ເຊື່ອ​ຖື​ໄດ້.

ໃນທີ່ນີ້ ວິມາຈະນຳເອົາຂ່າວ​ມາ​ແປ ຄົ້ນ​ຄິດ​ມີ​ຄວາມ​ເຫັນ ຂຽນ​ອອກໃຫ້​ຜູ້​ອ່ານ​ໄດ້​ເຂົ້າ​ໃຈ ແລະ ຄົ້ນ​ຄິດ​ນຳ ຕາມ​ເຫດ​ແລະ​ຜົນ ເພື່ອ​ຫລີກ​ລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດ​ທີ່​ຈະນໍາໄປສູ່ການ​ວິ​ຈານ​ຖົກ​ຖຽງ​ກັນ​ໄປ​ໃນ​ທາງ​ບໍ່​ຖືກ​ຕ້ອງ.

ບາງບົດ ວິມາລາວ ກໍຈະຂຽນຂຶ້ນເອງ ເປັນຂ່າວ ແລະ ຄວາມຮູ້ຕ່າງໆ ແລະ ກາບກອນ ບົດເລື້ອງສັ້ນ ບົນຊວນຄິດ ບົດຮຽນຈາກວຽກງານໂຄງການ ແລະ ອື່ນໆ.

ນອກຈາກນັ້ນ ວິມາລາວ ຍັງມີຈຸດປະສົງ ຢາກຊ່ວຍສ້າງສັນສາຍພົວພັນ ລະຫວ່າງຄົນລາວເຮົາ ໃຫ້ດີຂຶ້ນໄປເຫລື້ອຍໆ ເຖິງຈະມີແນວຄິດແຕກຕ່າງກັນ ແລະ ຈະຢູ່ມູມໂລກໃດກໍຕາມ ໃຫ້ຫັນຫນ້າເຂົ້າຫາກັນ ເວົ້າລົມກັນ ໃຫ້ຄວາມເຫັນແບບສ້າງສັນ ນໍາໄປສູ່ ການສະຫລຸບໄດ້ສິ່ງທີ່ດີ ທີ່ຈະເປັນຜົນປະໂຫຍດໃຫ້ທັງສອງກໍ້າສອງຝ່າຍ ໄປໃນທໍານອງທີ່ວ່າ: 
„ພວກເຮົາມີແນວຄິດແຕກຕ່າງກັນ ແຕ່ພວກເຮົາບໍ່ແມ່ນສັດຕູກັນ“ ນັ້ນເອງ. 

ໃນວິມາລາວ ນີ້ ຈະເນັ້ນໃສ່ ເອົາພາສາລາວ ເປັນຕົ້ນຕໍ່ ເພື່ອຄົນລາວ ເຊື້ອສາຍລາວ ເພື່ອປະກອບສ່ວນ ໃນການນໍາໃຊ້ພາສາລາວ ໃຫ້ຂະຫຍາຍຕົວດີຖືກຕ້ອງ ເປັນກ້າວໆໄປ ເປັນຕົ້ນໃນການແປຄໍາສັບ ແລະ ອະທິບາຍຄໍາຊັບ ເປັນພາສາລາວ ໃຫ້ສາມາດເຂົ້າໃຈຄວາມຫມາຍຢ່າງຖືກຕ້ອງ.

ດ້ວຍຄວາມຫວັງດີ
ວິມາລາວ

ຮູບແຕ້ມພະພຸດທະຮູບວັດສີສະເກດ ທີ່ຖືກວາງຂາຍຢູ່ຕະຫລາດເຊົ້າວຽງຈັນໃນປີ 2000 ນັກແຕ້ມ ຊື່ S.Chanthavong 24.8.99

ເປັນຮູບແຕ້ມທີງາມ ແລະ ປານີນດີ. ຂໍສະແດງຄວາມສັນລະເສີນນັກແຕ້ມ ຢ່າງສຸດໃຈ.
ພະພຸດຫະຮູບ ປະກາຍຄວາມເປັນສະມາທິ ເຮັດໃຫ້ຊາວພຸດ ທີ່ໄດ້ພົບເຫັນ ເກີດມີຄວາມເຫລື້ອມໃສໃນຈິດມະໂນທໍາອັນສູງສົ່ງຂອງເພິ່ນ.