ຂໍອານຸຍາດເສີມຕໍ່ ບາງຄໍາຜະຫຍາພາສິດລາວເຮົາ

ຂໍອານຸຍາດເສີມຕໍ່ ບາງຄໍາຜະຫຍາພາສິດລາວເຮົາ ທີ່ບູຮານເພິ່ນ ໄດ້ຂີດຂຽນແຕ່ງໄວ້ ເປັນຄະຕິ ໃຫ້ຄົນລາວເຮົາໄດ້ຄິດ ກ່ອນຈະກະທໍາສິ່ງໃດລົງໄປ.   ກົບຢູ່ໃນໝໍ້ ເຂົາບໍ່ຕື່ມເຕີມໄຟ ດອກນ່າ ໃຊ້ຫລົວຟືນ ມັນສິ້ນເປືອງ ທັງຄັວນກ້ວາ ເຂົາປ່ອຍຕົວງູເຂົ້າ ລົງດອມນອນຮ່ວມ ຍາມເມື່ອ ກົບສິດີ້ນ ງູກ້ຽວຄ່ອຍກືນ ແທ້ແລ້ວ ຢ້ານແຕ່ ຕົກຕື່ນຮ້ອງ ຄືແມ່ໄກ່ໂຕນຮັງ ຄົນທັງຫລາຍ ບໍ່ໃສ່ໃຈ ສຽງຮ້ອງ ຢ້ານແຕ່ ຝົນນອງຫົ້ງ ໄປໂຮມ ແຕ່ໂພນປວກ ບວກໜູ ມີບໍ່ແພ້ ຝົນເວັ້ນ ແລ່ນກາຍ ໜອງບໍ່ມີຂອນຂັ້ນ ຊາວແຫເຂົາສິຫວ່ານ ລົງແລ້ວ ວົງວານໄດ້ແຕ່ເກື້ອ ຄົນໃບ້ກໍບໍ່ຢໍາ ແທ້ແລ້ວ ຜູ້ນໍາທາງເດີນໜ້າ ໃຫ້ທໍາຕົນ ເໝືອນນົກເຈົ່າ ຍາມເມື່ອບິນເວີ່ນຟ້າ ປະຊາເຊື້ອເລັ່ງຕາມ ຊັ້ນແລ້ວ ມີດົງ ເຂົາຕັດໄມ້ ເອົາຫຍັງມາເປັນປ່າ ພະຍາໄດ້ຂີ່ຊ້າງ ຄົນດຽວ ສັງສິຄ່ອງ ບາດວ່າ ຊ້າງຕົກຄອງ ໃຜ່ສິພ້ອມ…