ເດີນທາງຊີວິດ – ຊີວິດຄືການເດີນທາງ. ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ.

ເດີນທາງຊີວິດ – ຊີວິດຄືການເດີນທາງ.
ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ.
 
ເດີນທາງໃຈຮ່ວງຮ້ອນ ຄິດເຫັນເພື່ອນຮຽມເຮົາ
ຕອນຍັງເຍົາແຂງແຮງ ແກ່ມາກໍາລັງຫນ້ອຍ
ທຸກຄົນຄອຍທົນສູ້ ສັງຂານນັບວັນແກ່
ຜັນແປໄປທ່ຽງແທ້ ກົດເກນເຊື້ອຊາດຄົນ
ແທ້ແລ້ວ
 
ລົດໄຟໄວເຄື່ອນຫຍ້າຍ ກາຍອອກຜ່ານຫລາຍເມືອງ
ໃຈຝືດເຄືອງທວນຄິດ ດັ່ງຊີວາຄົນແທ້
ແລເຫັນກາຍໄປແລ້ວ ບໍ່ມີແນວຫວນຕ່າວ
ບາງຕອນໄປຝັ່ງຟ້າວ ເວລາສັ້ນຜ່ອນລົງ
ເຈົ້າເອີ້ຍ
 
ບາງຕອນລົດແລ່ນເຂົ້າ ດໍາມືດປ່ອງອຸໂມງ
ສຽງໂຄງເຄງໃນຫູ ສ່ອງອອກໄປດໍາກົ້ວ
ມົວໄປຄືບາງຄັ້ງ ເຈັບເປັນເຮົາເຄີຍຜ່ານ
ລໍາຄານຈໍາຕໍ່ສູ້ ຫາກຈະພົ້ນປ່ອງອຸມອງ
ດອກນ່າ
 
ພະລັງມີຕໍ່ຕັ້ງ ຄິດເຫັນແຫ່ງຈຸດຫມາຍ
ມີລາຍການໄປຊົມ ຖິ່ນແດນໄກເມືອງຫນ້າ
ຄວາມຫວັງພາເຮົາໃຫ້ ຈິດໃຈບານສົດຊື່ນ
ຫລຽວຄືນແຕ່ພຸ່ງຫນ້າ ໃຈແຂງກ້າຕໍ່ໄປ
ເພື່ອນເອີ້ຍ
 
ລົງເຮືອພາຍຮ່ວມແລ້ວ ເຖິງໃສເລັ່ງນໍາກັນ
ມີບັນຫາສັບສົນ ຂ່າວຄາວກັນເດີເຈົ້າ
ເຈັບເປັນຫລືແສນເສົາ ບັນເທົາກັນຊູຊ່ວຍ
ຢ່າໄດ້ປະປ່ອຍສ້ວຍ ມັນສິຊ້າກ່ອນການ
ແທ້ແລ້ວ
 
ຈຸດຫມາຍມາຫມໍ່ແລ້ວ ຈະເຖິງທີ່ເຮົາໄປ
ຢາກເຖິງໄວຄວນຄິດ ເລັ່ງດຽວກໍໄປໄດ້
ຈະໄປນານດົນໄດ້ ໄປນໍາກັນດີກວ່າ
ຄົວໃສ່ຂ້ອຍໃສ່ເຈົ້າ ໃຜຈະຫລົ້ມຊ່ວຍກັນ
ເພື່ອນເອີ້ຍ
 
@ວິມາດອກບົວແກ້ວ