ຂໍເຕີມເສີມບົດກອນຕາມຂ່າວ! ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ ໃນລາວເຮົາ ເນື່ອງນັນກັນຂຶ້ນ

ຂໍເຕີມເສີມບົດກອນຕາມຂ່າວ! ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ ໃນລາວເຮົາ ເນື່ອງນັນກັນຂຶ້ນ ເພິ່ນວ່າ ຄົນຕິດເຊື້ອ ຈໍານວນສູງຕື່ມ ທາງການ ພວມເຄັ່ງຮ້ອນ ຕາມຄົ້ນຕໍ່ໄປ ໃຜມີ ຍາດພີ່ນ້ອງ ຄວາມສ່ຽງມີສູງ ຄວນລະວັງ ຊ່ວຍຫາທາງປ້ອງ ຕີຖອຍເຊື້ອ ກັນໂຄວິດແຜ່ ສວມໃສ່ຜ້າ ປົກປ້ອງຊ່ວຍກັນ ແທ້ເດີ້ ໂຄວິດ ມັນແຜ່ເຊື້ອ ຕິດຕໍ່ກັນໄວ ເພິ່ນມີ ການສະເພາະກິດ ເບິ່ງແຍງຍາມເຝົ້າ ການແພດພ້ອມ ກະຕຽມເຕັມສ່ວນ ຂໍໃຫ້ ລາວພີ່ນ້ອງ ໃຈຕຸ້ມຕ່ອມກັນ ເຈົ້າເອີ້ຍ ໄປມາ ໄກຫ່າງບ້ານ ເດີນທ່ຽວຫົນໃດ ຄວນລະວັງ ເບິ່ງຫລັງແນມໜ້າ ຄົນໜາແໜ້ນ ເອົາໂຕອອກຫ່າງ ມືໝັ່ນລ້າງ ໄອກົ້ມປິ່ນໜີ ເຈົ້າເອີ້ຍ ມີອາການ ບອກຂ່າວແຈ້ງ ເຕືອນຕໍ່ທາງການ ແພດໝໍມີ ເພິ່ນຕຽມກັນໄວ້ ໃຜຕິດເຊື້ອ ທາງການຄົງຊ່ວຍ ຢ່າກຽດ ກັນກ່າວຮ້ອຍ ຕີຕ້ານໂຄວິດໜີ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ.

ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ. ເປັນທີ່ຮູ້ດີກັນວ່າ ເຊື້ອໂຄວິດ ມັນສາມາດແຜ່ໄດ້ໄວ ໄປຕາມອາກາດ ດ້ວຍການໄອ ຢາມ ລົມອອກຈາກປາກຂອງຜູ້ຕິດເຊື້ອ ຜົ່ນເຊື້ອໄປໃສ່ຜູ້ອື່ນທີ່ຢູ່ໄກ້ຄຽງ ຫລື ການຈັບບາຍເຊື້ອ ທີ່ຕິດຢູ່ຕາມ ວັດຖຸສິ່ງຂອງ ແລະອື່ນໆ. ຄົນປ່ວຍຍ້ອນຕິດເຊື້ອໂຄວິດ-19 ສາມາດເປັນອັດຕະລາຍເຖິງແກ່ຊີວິດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ. ຄົນຕິດເຊື້ອໂຄວິດ ຈະມີອາການເກີດຂຶ້ນແຕກຕ່າງກັນ. ຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ມີອາຍຸສູງກ່ວາ 60 ປີຂຶ້ນໄປ ແລະ ຜູ້ເຈັບປ່ວຍ ຫລື ມີສຸຂະພາບອ່ອນເພັຍ ມີພະຍາດໃນຕົວເອງ ແລະ ມີພູມຕ້ານທານຕໍ່າ. ຜູ້ຄົນດັ່ງກ່າວ ຖ້າຕິດເຊື້ອ ສາມາດລົ້ມປ່ວຍເປັນອັນຕະລາຍໄດ້. ຊາວນຸ່ມ ທີ່ມີສຸຂະພາບແຂງແຮງດີ ຖ້າຕິດເຊື້ອ ອາດບໍ່ມີອາການຫຍັງສະແດງອອກ ບໍ່ລົ້ມປ່ວຍ. ດັ່ງນັ້ນ ກຸ່ມຊາວນຸ່ມຈຶ່ງເປັນກຸ່ມທີ່ເປັນອັນຕະລາຍໃນການແຜ່ເຊື້ອ “ແບບບໍ່ຮູ້ສຶກຕົວ” ຍ້ອນການໄປມາ ແລະ ສາມາດນໍາເຊື້ອຕິດຕໍ່ກັນ ຫລື ນໍາເຊື້ອເຂົ້າໃສ່ຄົນໃນຄອບຄົວ ພໍ່ແມ່ ຜູ້ເຖົ້າຜູ້ແກ່ ຖືກຕິດເຊື້ອຕໍ່ ແລະ ສາມາດເຈັບປ່ວຍໜັກເຖິງແກ່ຊີວິດໄດ້ ໃນຊ່ວງໄລຍະ 14 ມື້ຈະຮູ້ສຶກອາການໂຄວິດ.…