ຂໍເຕີມເສີມບົດກອນຕາມຂ່າວ! ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ ໃນລາວເຮົາ ເນື່ອງນັນກັນຂຶ້ນ

ຂໍເຕີມເສີມບົດກອນຕາມຂ່າວ!
ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ
ໃນລາວເຮົາ ເນື່ອງນັນກັນຂຶ້ນ
ເພິ່ນວ່າ ຄົນຕິດເຊື້ອ ຈໍານວນສູງຕື່ມ
ທາງການ ພວມເຄັ່ງຮ້ອນ ຕາມຄົ້ນຕໍ່ໄປ
ໃຜມີ ຍາດພີ່ນ້ອງ ຄວາມສ່ຽງມີສູງ
ຄວນລະວັງ ຊ່ວຍຫາທາງປ້ອງ
ຕີຖອຍເຊື້ອ ກັນໂຄວິດແຜ່
ສວມໃສ່ຜ້າ ປົກປ້ອງຊ່ວຍກັນ ແທ້ເດີ້
ໂຄວິດ ມັນແຜ່ເຊື້ອ ຕິດຕໍ່ກັນໄວ
ເພິ່ນມີ ການສະເພາະກິດ ເບິ່ງແຍງຍາມເຝົ້າ
ການແພດພ້ອມ ກະຕຽມເຕັມສ່ວນ
ຂໍໃຫ້ ລາວພີ່ນ້ອງ ໃຈຕຸ້ມຕ່ອມກັນ ເຈົ້າເອີ້ຍ
ໄປມາ ໄກຫ່າງບ້ານ ເດີນທ່ຽວຫົນໃດ
ຄວນລະວັງ ເບິ່ງຫລັງແນມໜ້າ
ຄົນໜາແໜ້ນ ເອົາໂຕອອກຫ່າງ
ມືໝັ່ນລ້າງ ໄອກົ້ມປິ່ນໜີ ເຈົ້າເອີ້ຍ
ມີອາການ ບອກຂ່າວແຈ້ງ ເຕືອນຕໍ່ທາງການ
ແພດໝໍມີ ເພິ່ນຕຽມກັນໄວ້
ໃຜຕິດເຊື້ອ ທາງການຄົງຊ່ວຍ
ຢ່າກຽດ ກັນກ່າວຮ້ອຍ ຕີຕ້ານໂຄວິດໜີ ເຈົ້າເອີ້ຍ
@ວິມາດອກບົວແກ້ວ