ບັ້ງເຊີ້ງໂຄວິດ19 ເຕືອນໃຈ ຂັບໄຫລ່ໂຄວິດ

#ບັ້ງເຊີ້ງໂຄວິດ19 ເຕືອນໃຈ ຂັບໄຫລ່ໂຄວິດ. ໂອລະໂອ ບັກເຖົ້າໂຄວິດ ມຶງແຜ່ຕິດ ໂດດເຕັ້ນໄປມາ ທຽວຊອກຫາ ພວກກິນພວກຫລິ້ນ ພວກດູມິ່ນ ລັກລອບໄປມາ ມຶງຊອກຫາ ຄົນນ້ອຍຄົນນຸ່ມ ແລ້ວປົດກຸ່ມ ຕິດຫ້ອຍໄປນໍາ ໄປທໍາກໍາ ຄົນເຖົ້າຄົນແກ່ ຂ້າພໍ່ແມ່ ພວກກໍ່ເສເພ ໜ່າຍມຶງເດ້ ບັກເຖົ້າໂຄວິດ ໃຜບໍ່ປິດ ອັດປາກອັດດັງ ມຶງໂລດຊັງ ເອົາເຂົາຕິດເຊື້ອ ເອົາເປັນເຍື່ອ ເຈາະຈີ້ມດູດກິນ ບັດນີ້ ມຶງສິສິ້ນ ດັບເຊື້ອດັບສາຍ ຄົນທັງຫລາຍ ປ້ອງກັນຢູ່ຫ່າງ ມຶງໝົດທາງ ໂດດເຕັ້ນໄປມາ ໜີເຖີດນາ ບັກໂຄວິດເຖົ້າ ເຂົາສິເອົາ ຢາສັກສີດໄລ່ ໄປມຶງໄປ ປ່ຽນເຊື້ອປ່ຽນພັນ ໜີບໍ່ທັນ ມຶງຈະສິ້ນຊາດ ຄົນສະຫລາດ ເຂົາບໍ່ເສີເພີ້ ແພດໝໍເດີ້ ເພິ່ນເອົາໃຈໃສ່ ກໍາລັງໃຈ ເຕັມບ້ານເຕັມເມືອງ ໃຜຝືດເຄືອງ ມີຄົນສົດຊ່ວຍ ເພິ່ນມີໜ່ວຍ ສະເພາະກິດການ ອອກຂ່າວສານ ທຸກມື້ເຕືອນປ່າວ ຈົ່ງຟັງຂ່າວ…