ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ

ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ😉.
Wenn du oben fliegen kannst,
schaue öfter lieber nach unten.
 
ເຈົ້າຜູ່
ແນວນາມນົກເຈົ່າຜ້າຍ ບິນສູງເວິ່ນເວຫາ
ຕີນວິດດິນລົມແຮງ ຫ່າງເຫີນໄກຄອນໄມ້
ບິນດຽວດາຍແຮງສິ້ນ ແນມນໍາຫາແນວເພິ່ງ
ແຮງຫມົດຂາດຜູ່ຊ້ວນ ບິນສູງໄດ້ສ່ຽງໄພ
ແທ້ແລ້ວ
 
ແນວນາມຊິວໝູ່ນ້ອຍ ອາໄສເພິ່ງເທົາແໜ
ພາກັນລອຍເປັນຝູງ ບໍ່ແຕກໄກຫນີຈຸ້ມ
ແຫມອງເຂົາມາຊ້ວນ ປົບຕາມກັນເປັນໝູ່
ທຸກສຸກລອຍຮ່ວມຊົ້ນ ຊາຕາຕຸ້ມຕ່ອມກັນ
ເຈົ້າເອີ້ຍ
 
ນົກເຈົ່າ
ເຖິງຈະບິນເວີ່ນໄດ້ ອາໃສເພິ່ງວັງໜອງ
ຂາດຊິວປູປາຫອຍ ເຈົ່າຄົງຫິວຕາຍຖິ້ມ
ປູປາຫອຍພຽງພ້ອມ ຖະຫວາຍໂຕເປັນເຫຍື່ອ
ເຈົ່າຈຶ່ງບິນເວີ່ນຟ້າ ຂາວແຈ້ງໃຫ້ເພິ່ນເຫັນ
ນັ້ນແລ້ວ
 
ແນວນາມເຈົ້າຜູ່ຮູ້ ເປັນແບບຢ່າງສອນກັນ
ຄົນລາວຜູກພັນລາວ ຕ່າງກັບຄົນໄກໜ້າ
ຄິດເຫັນຕາດໍາດ້ວຍ ມີຫຍັງຄົນລາວຊ່ວຍ
… ລາວເປັນລາວ ລາວຮັກລາວ ບໍ່ສ້ວຍ
ເມືອງບ້ານຈຶ່ງຢູ່ເຢັນ ເຈົ້າເອີ້ຍ
 
@ວິມາດອກບົວແກ້ວ