ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ

ນຶ່ງສຽງເພັງ
ລົດໄຟ ລາວ-ຈີນ.
 
ຂຸນໝິງວຽຽຈັນ ນັ້ນໄກກັນສຸດ ຂອບຟ້າ
ກ່ອນຈະໄປມາ ຕ້ອງໃຊ້ເວລາ ເນີນນານ
ແຕ່ມາບາດນີ້ ແສນໄວ ຍ້ອນມີລົດໄຟເເລ່ນຜ່ານ
ລາວຈີນປະສານ ເລັ່ງການສໍາພັນ ກ້າວໄວ
 
ລົດໄຟລາວຈີນ ລົດໄຟໄວ ໃນຖິ່ນຈໍາປາ
ຊົນຊາດປະຊາ ພູມໃຈແທ້ນ່າ ຂີ່ລົດໄຟ
ການຂົນສົ່ງໂດຍສານ ນັບມື້ ສະດວກກ້າວໄປ
ຂ້າມຜ່ານກາຍໄທ ມາເລ ອິນໂດ ສິງກະໂປ ແດນໄກ
 
ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ
ນໍ້າໃຈບຸກເບີກ ສອງຊາດ ລາວຈີນ ແຂງແກ່ນ
ການກໍ່ສ້າງ ທຸກສິ່ງຢ່າງ ເປັນໄປຕາມແຜນ
ຮັກແພງກັນຮັດແຫນ້ນ ສອງຊາດດິນແດນ ລາວຈີນ
 
ວຽງຈັນ ຢູໂຣບ ເຢັຍລະມັນ ເຖິງຈະໄກກັນ
ບໍ່ນານຄວາມຝັນ ໄປມາຫາກັນຄົງໄດ້
ລົດໄຟ ລາວຈີນ ສັນຍາລັກ ແຫ່ງຄວາມກ້າວໄປ
ເສດຖະກິດ ຜ່ອງໃສ ຄົນລາວພູມໃຈ ພາຍໃຕ້ການນໍາ
@ວິມາດອກບົວແກ້ວ
 
 
ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ
ຢ່າໃຫ້ຜິດການເມືອງ ຢ່າໃຫ້ເຄືອງຫູຄົນ
(ແບບກອນອ່ານປູ່ປາງຄໍາ ກອນສິບ)
Lao China Schnellbahn
😊
 
ອ້າຍນີ້ ຢາກເດີນທາງຄູ່ນ້ອງ ຮຽງຕັ່ງລົດໄຟລາວ
ເຖິງຄາວລາວຈີນມີ ທ່າແຮງຈະເລີນກ້າວ
ອອກລາວເຖິງຈີນພຸ້ນ ຂຸນໝິງແດນດິນໃຫຍ່
ໄປມາໄວຍິ່ງລໍ້າ ສໍາພັນເຂົ້າເຊື່ອມກັນ ແທ້ແລ້ວ
 
ດຽວນີ້ ລາວຈີນຮັກຫໍ່ຕຸ້ມ ສືບຕໍ່ໄມຕີຈິດ
ເປັນມິດຮັກແພງກັນ ຕໍ່ຕາມສາຍໃໝກ້ຽວ
ທຽວທາງດຽວໝາຍໝັ້ນ ໃຈຕົງກັນເປັນຄູ່
ບ່າວລາວ-ສາວຈີນ ຮັກຊ່ວຍສູ້ ສໍາພັນກ້ຽວຮ່ວມທາງ
ນັ້ນແລ້ວ
 
ອ້າຍນີ້ ຢາກຈະຮຽນຮໍ່າເວົ້າ ປາກເກັ່ງພາສາຈີນ
ສຶກສາດິນແດນໄກ ໃສ່ໃຈດິນແດນນ້ອງ
ຢາກນໍາປອງເມືອເວົ້າ ຈາດອມກັບພໍ່ແມ່
ຢາກເມືອແລລໍ່າຢ້ຽມ ດິນນາກ້ວາງທົ່ງງາມ ນ້ອງເດ້
 
ໄດ້ຍິນຄົນຊ່າເວົ້າ ດິນໄຮ່ນ້ອງເຕັມກວນຢາ
ຄົນພາກັນລືຊາ ທົ່ງນານ້ອງເຕັມກົກຫວ້ານ
ໃຜມາພານຊອກເລື້ອງ ເຄືອງຫູຕາເປັນຫລ່ອຍ
ຕິດໝາກຕອຍດ່າວດີ້ນ ຕາຍເສັຍຖິ້ມບໍ່ຍັງ ວານ່າ
 
ອັນວ່າ ໃຈປະສົງຕໍ່ນ້ອງ ຄົນຊ່າກໍຕາມເຂົາ
ອ້າຍນີ້ ຫວັງເອົາໄມຕີຈິດ ຮ່ວມທິດທຽວເສີມສ້າງ
ຕາມທາງລົດໄຟກ້ຽວ ແລວດຽວຈີນ-ລາວຜ່ານ
ບ່າວລາວ-ສາວຈີນ ຂານກ່ອມກ້ຽວ ເປັນດຽວໝັ້ນບໍ່ມາຍ
ເເທ້ແລ້ວ
 
@ວິມາດອກບົວແກ້ວ
ຂອບໃຈຮູບພາບຈາກເພື່ອນເຟສ