ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ (ບົດກອນ ຕາມແບບ ບົດກອນອ່ານປູ່ປາງຄໍາ ປະສົມກັບ ໂຄງກອນ ວະຊິຣະປັນຕີ) ເຖິງຍາມນາວ່ານກ້າ ແຄມປ່າຫົວນາ ມີທາລາໃສເຢັນ ລ່ອງເປັນເໝືອງນໍ້າ ຕາແລນໍາເຫັນແລ້ວ ຕາມແລວດົງໃຫຍ່ ນາຢຽດໄປຕໍ່ສົ້ນ ຕານຕົ້ນໃຫຍ່ສູງ ພຸ້ນແລ້ວ ຖຽງນາແປະຮົ່ມໄມ້ ບົງໄຜ່ລຽນກັນ ນົກເຂົາຂັນງອຍຄອນ ວີ່ວອນຫາສູ້ ສາວຄູພາຍຖົງເປ້ ໂຊເຊຫາໜໍ່ໄຜ່ ບາງຕອນໄປໄລ່ແຍ້ ກະແຕເຕັ້ນຕື່ນໜີ ແທ້ເອີ້ຍ ຍາມແລງຝົນລັ່ງຍ້ອຍ ລົມຄ່ອຍໂຊຍພັດ ບ່າວຄູນັດສາວຄູ ແຕ່ງປູປາປີ້ງ ຫມົກຫົວຂີງມີສົ້ມ ປະສົມແກງໄກ່ ລໍຖ້າ ສາວຄູໄປຢູ່ໝົ້ນ ຫາຊົ້ນແຫ່ງໃດ ເດ້ນໍ ຝົນຕົກເຊົາຄ່ອຍເອື່ອນ ລົມເຄື່ອນກາຍໄປ ຄູອົດໃຈຄອງນາງ ລໍ່າທາງແນມຈ້ອງ ບ່າວຄູປອງໃຈໝັ້ນ ເໝືອນຝັນໃຈຊື່ນ ສາວຄູຢືນຕໍ່ຫນ້າ ແສວຕາຈ້ອງເບິ່ງຊາຍ ຄູເອີ້ຍ ພາແລງເຕັມປ່ຽມຫລົ້ນ ສອງບົ່ນທັງກິນ ສຽງຈາຍິນດັງໄກ ກ່າວໄຂຄວາມຂ້ອງ ຄູທັງສອງໝາຍໝັ້ນ ຮັກກັນຫມາຍຕໍ່ ພາກັນລໍກ່ຽວເຂົ້າ…

ໂອ້ດອກເຈັ້ຍຂ້ອຍ

ໂອ້ດອກເຈັ້ຍຂ້ອຍ ຈູມຈໍ່ແລ້ວ ແຕກກິ່ງສີງາມ ກໍາລັງບານ ຊໍ່ກັນເປັນພົ້ວ ເຈົ້າຫາກ ຄອຍຄວາມຮ້ອນ ຫາແສງສອດສ່ອງ ສີຄ່ອຍເຂັ້ມ ແດງກ້າຕື່ນຕາ ແທ້ແລ້ວ ດອກເຈັ້ຍຂ້ອຍ ພວງນຶ່ງນ້ອຍ ເກີດຫ່າງແດນໄກ ຮຽມຖະໜອມ ລໍ່າແລແລງເຊົ້າ ເຈົ້າຊ່າງ ເຫັນໃຈຂ້ອຍ ຄົນພອຍໄກຖິ່ນ ເຈົ້າຊ່ວຍຂ້ອຍ ຂ້ອຍຊ່ວຍເຈົ້າ ທຽມຕົ້ນຮ່ວມໃຈ ສຸກແລ້ວ @ວິມາດອກບົວແກ້ວ

ຣາຕີສະຫວັດ

ຣາຕີສະຫວັດ ຍາມແລງ ແສງອ່ອນເຂົ້າ ເມກປ່ຽນແປງກາຍ ລອຍລຽງລາຍ ເວີ່ນບົນເຫີນຟ້າ ມາລາຫຸ້ມ ກີບຈູມຄຽງຄູ່ ແມງພູ່ເຜິ້ງ ກັບຢ້າວສູ່ຮັງ ໝົດແລ້ວ ຕາເວັນ ຕົກຕໍ່າຄ້ອຍ ລາລ່ວງລົງດິນ ຍິນສຽງນົກ ກ່ອມກັນເທິງໄມ້ ໃຈຮຽມເຕື້ອງ ຄະນິງຫາເຟດເພື່ອນ ລັບຢູ່ ເຮືອນແຫ່ງຫ້ອງ ຝັນດີເທີ້ນເພື່ອນຮຽມ @ວິມາດອກບົວແກ້ວ

ສຸກສັນ ໃນວັນແມ່

ສຸກສັນ ໃນວັນແມ່ ວັນແມ່ນີ້ ຂໍສົ່ງພອນໄຊ ຂໍໃຫ້ແມ່ທັງຫລາຍ ສຸກກາຍໃຈ ຢູ່ເຢັນຫາຍຮ້ອນ ພອນໃດລໍ້າ ນໍາມາຊູຊ່ວຍ ຂໍເຈົ້າ ຍືນຍິ່ງດ້ວຍ ແຮງກ້າຊື່ນບານ ດ້ວຍເທີ້ນ @ວິມາດອກບົວແກ້ວ

ຈະສາມາດ ເອົາໄຊຊະນະ ເຊື້ອພະຍາດໂຄວິດ-19 ໄດ້ແນວໃດ?

ຈະສາມາດ ເອົາໄຊຊະນະ ເຊື້ອພະຍາດໂຄວິດ-19 ໄດ້ແນວໃດ? ໃນປະຈຸບັນ ຄວາມຮຸນແຮງ ໃນການແຜ່ເຊື້ອໂຄວິດ-19 ໃນເຢັຍລະມັນ ໄດ້ຜ່ອນຄາຍລົງ ໂດຍທີ່ ຈໍານວນຄົນຕິດເຊື້ອ ໃນແຕ່ລະມື້ ໄດ້ຫລຸດລົງ ຕໍ່າກົ່ວ ຊາວສາມພັນຄົນ ທີ່ເຄີຍມີມາ. ສາຍເຫດ ແມ່ນຍ້ອນ ສອງຢ່າງ ຄື: – ການປະຕິບັດມາດຕາການຕ້ານເຊື້ອ ຂອງປະຊາຊົນ ໄດ້ດີ ແລະ – ຄຽງຄູ່ກັນນັ້ນ ແມ່ນ ຈໍານວນ ປະຊາຊົນ ທີ່ ໄດ້ຮັບການສັກຢາຕ້ານເຊື້ອ ມີນັບມື້ນັບຫລາຍຂຶ້ນ. ການຈະເອົາຊະນະ ເຊື້ອໂຄວິດໄດ້ນັ້ນ ປະຊາຊົນ ຕ້ອງໄດ້ຖືກຊັກຢາຕ້ານເຊື້ອ ຫລາຍກ່ວາ 70 ເປີເຊັນ ຂຶ້ນໄປ ຂອງຈໍານວນພົນລະເມືອງທັງຫມົດ ແລະ ຖ້າທຸກຄົນ ໄດ້ຖືກສັກຢາຕ້ານເຊື້ອ ເມື່ອນັ້ນ ຄວາມເປັນອັນຕະລາຍ ຫລື ຄວາມຢ້ານກົວ ຕໍ່ເຊື້ອໂຄວິດ-19 ກໍຈະຫມົດໄປ. ມາເຖິງປະຈຸບັນ ປະຊາຊົນເຢັຍລະມັນ ປະມານ ແປດສິບລ້ານຄົນ…

ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ.

ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ. ຄໍາວ່າ ຍືນຍົງ ແມ່ນຫຍັງກັນແທ້? ພວກເຮົາເຄີຍໄດ້ຟັງ ໄດ້ອ່ານ ສິ່ງທີ່ເພິ່ນມັກເວົ້າກັນວ່າ ການເຮັດຖຸລະກິດ ການຜະຫລິດ ການຄ້າຂາຍຄົບວົງຈອນ “ແບບຍືນຍົງ“. ດັ່ງທີ່ທ່ານ ນາຍົກ ວັນຄໍາ ວິພາວັນ ເພິ່ນໄດ້ເວົ້າເຖິງ ການຜະຫລິດໃນລາວເຮົາ ເຮັດກັນກະແຈກກະຈາຍ ເພິ່ງຕົນເອງ ເຮັດໃຜເຮັດມັນ ເຮີ້ກັນເຮັດ ບໍ່ມີຕະຫລາດ ເປັນການຜະຫລິດ“ນອກລະບົບ“ “ບໍ່ຍືນຍົງ”. ຖ້າເວົ້າເຖິງການຜະຫລິດ ເຖິງຈະມີຕະຫລາດ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າ ມັນຈະຍືນຍົງໄດ້ແທ້ບໍ່? ດັ່ງນັ້ນ ພວກເຮົາມາທໍາຄວາມເຂົ້າໃຈກັນວ່າ ເສດຖະກິດ ທີ່ຈະໝັ້ນຄົງ ມີຄວາມຍືນຍົງໄດ້ນັ້ນ ມັນແມ່ນແນວໃດກັນແທ້? ຂໍຍົກຕົວຢ່າງວ່າ ທ່ານ ເອົາເງິນໄປຝາກທະນາຄານ ໄດ້ດອກເບັ້ຍ. ຕາບໃດ ທີ່ທ່ານ ສາມາດດໍາລົງຊີວິດຢູ່ໄດ້ ອາໃສກິນດອກເບັ້ຍ ເປັນເດືອນເປັນປີໄປ ໂດຍບໍ່ແຕະຕ້ອງກ້ອນເງິນທີ່ທ່ານເອົາໄປຝາກນັ້ນ, ເວົ້າໄດ້ວ່າ ທ່ານເຮັດທຸລະກິດແບບຍືນຍົງນັ້ນເອງ. ໃນການລົງທຶນໃສ່ການຜະຫລິດ ກໍ່ດັ່ງດຽວກັນ ຢືມເງິນມາລົງທຶນ ທໍາການຜະຫລິດເປັນສິນຄ້າ ມີຕະຫລາດ…

ໄປນໍາທໍາມະຊາດ ເສີມສ້າງພະລັງໃຈ.

ໄປນໍາທໍາມະຊາດ ເສີມສ້າງພະລັງໃຈ. Die Kraft in der Natur tanken. ທໍາມະຊາດ ເປັນເພື່ອນຂ້ອຍ ເໝືອນດັ່ງສາຍໃຈ ພົງໄພງາມ ຊື່ນບານຂຽວທຸ້ມ ເທິງໄມ້ ຊຸມນົກນ້ອຍ ຈັບຄອນໂຕນໄຕ່ ພຶກສາ ໃນປ່າໄມ້ ພັນເຊື້ອຕ່າງແນວ ເຈົ້າເອີ້ຍ ມື້ນີ້ ຮຽມຍ່າງຍ້າຍ ໃນປ່າດົງໜາ ມອງເຫັນ ມາລາງາມ ເບັ່ງບານຊົມຊ້ອນ ອອນຊອນແທ້ ຫລາຍສີສັບປ່ຽນ ແມງພູ່ເຜິ້ງ ບິນຕ້ອງໄຕ່ຕາມ ແທ້ແລ້ວ ຫລຽວແນມ ນາທົ່ງກ້ວາງ ສຸດຊົ່ວສາຍຕາ ຍິນສຽງ ລົມພັດມາ ອ່ອນເຢັນກາຍເນື້ອ ຈໍາເປັນ ຫາເຟືອຊົ້ນ ແສງຕາເວັນສ່ອງ ຍາມເມື່ອ ອາຍອຸ່ນຕ້ອງ ໃຈຊື້ງຊື່ນກາຍ ແທ້ແລ້ວ ທໍາມະຊາດເອີ້ຍ ຄືເພື່ອນຂ້ອຍ ຮັກຮ່ວມກັນມາ ນານແລ້ວ ຮຽມນີ້ ຫາເວລາ ດຸ່ງເດີນເຖິງເຈົ້າ ທິວທັດງາມ ບັນເທົາເນື້ອ ທໍາໃຈສົດຊື່ນ ເໝືອນໄດ້…

ເນື່ອງໃນໂອກາດ ວັນກໍາມະກອນສາກົນ ມີ ຄະຕິເຕືອນໃຈ ນໍາມາ ຊວນໃຫ້ຄິດ.

ເນື່ອງໃນໂອກາດ ວັນກໍາມະກອນສາກົນ ມີ ຄະຕິເຕືອນໃຈ ນໍາມາ ຊວນໃຫ້ຄິດ. ມີຄົນຖາມ ຜູ້ກໍ່ຕັ້ງ ປະເທດ ດູບາຍ ຊ່າຍ ຣາຮີດ ກ່ຽວກັບຄວາມເຫັນ ຂອງທ່ານ ຕໍ່ກັບ ອານາຄົດ ຂອງຊາດເພິ່ນ ວ່າຈະເປັນແນວໃດ? ທ່ານ ໄດ້ຕອບວ່າ: ພໍ່ຕູ້ໃຫຍ່ ຂອງຂ້າພະເຈົ້າ ໄດ້ຂີ່ໂຕອູດ ເປັນພາຫະນະ. ພໍ່ຂອງຂ້າພະເຈົ້າ ໄດ້ຂີ່ໂຕອູດ ເຊັ່ນກັນ. ຂ້າພະເຈົ້າ ຂີ່ລົດເບັ້ນ. ລູກຊາຍ ຂອງຂ້າພະເຈົ້າ ຂີ່ລົດ ຣັງໂຣເວີ້. ຫລານຊາຍ ຂອງຂ້າພະເຈົ້າ ກໍຈະຂີ່ ລົດຣັງໂຣເວີ້. ແຕ່ເຫລັ້ນ ຂອງຂ້າພະເຈົ້າ ອາດໄດ້ຂີ່ໂຕອູດຄືນ ເປັນພາຫານະ. ຄົນຜູ້ນັ້ນ ຖາມອີກວ່າ ເປັນຫຍັງ ທ່ານຈຶ່ງເວົ້າດັ່ງນັ້ນ? ຊ່າຍ ຣາຮີດ ຕອບຕໍ່ໄປວ່າ. ມັນມີຫຼັກການບາງຢ່າງ ທີ່ເຄີຍກໍານົດທຸກສິ່ງທຸກຢ່າງໃນຊີວິດ. ຕາມຄວາມເປັນຈິງແລ້ວ: ເວລາ ທີ່ຍຸ້ງຫຍາກລໍາບາກ ຈະຫລໍ່ຫລອມຄົນ ໃຫ້ເຂັ້ມແຂງ.…