ໂອ້ດອກເຈັ້ຍຂ້ອຍ

ໂອ້ດອກເຈັ້ຍຂ້ອຍ
ຈູມຈໍ່ແລ້ວ ແຕກກິ່ງສີງາມ
ກໍາລັງບານ ຊໍ່ກັນເປັນພົ້ວ
ເຈົ້າຫາກ ຄອຍຄວາມຮ້ອນ ຫາແສງສອດສ່ອງ
ສີຄ່ອຍເຂັ້ມ ແດງກ້າຕື່ນຕາ ແທ້ແລ້ວ
ດອກເຈັ້ຍຂ້ອຍ
ພວງນຶ່ງນ້ອຍ ເກີດຫ່າງແດນໄກ
ຮຽມຖະໜອມ ລໍ່າແລແລງເຊົ້າ
ເຈົ້າຊ່າງ ເຫັນໃຈຂ້ອຍ ຄົນພອຍໄກຖິ່ນ
ເຈົ້າຊ່ວຍຂ້ອຍ ຂ້ອຍຊ່ວຍເຈົ້າ ທຽມຕົ້ນຮ່ວມໃຈ ສຸກແລ້ວ
@ວິມາດອກບົວແກ້ວ