ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ.

ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ. ຄໍາວ່າ ຍືນຍົງ ແມ່ນຫຍັງກັນແທ້? ພວກເຮົາເຄີຍໄດ້ຟັງ ໄດ້ອ່ານ ສິ່ງທີ່ເພິ່ນມັກເວົ້າກັນວ່າ ການເຮັດຖຸລະກິດ ການຜະຫລິດ ການຄ້າຂາຍຄົບວົງຈອນ “ແບບຍືນຍົງ“. ດັ່ງທີ່ທ່ານ ນາຍົກ ວັນຄໍາ ວິພາວັນ ເພິ່ນໄດ້ເວົ້າເຖິງ ການຜະຫລິດໃນລາວເຮົາ ເຮັດກັນກະແຈກກະຈາຍ ເພິ່ງຕົນເອງ ເຮັດໃຜເຮັດມັນ ເຮີ້ກັນເຮັດ ບໍ່ມີຕະຫລາດ ເປັນການຜະຫລິດ“ນອກລະບົບ“ “ບໍ່ຍືນຍົງ”. ຖ້າເວົ້າເຖິງການຜະຫລິດ ເຖິງຈະມີຕະຫລາດ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າ ມັນຈະຍືນຍົງໄດ້ແທ້ບໍ່? ດັ່ງນັ້ນ ພວກເຮົາມາທໍາຄວາມເຂົ້າໃຈກັນວ່າ ເສດຖະກິດ ທີ່ຈະໝັ້ນຄົງ ມີຄວາມຍືນຍົງໄດ້ນັ້ນ ມັນແມ່ນແນວໃດກັນແທ້? ຂໍຍົກຕົວຢ່າງວ່າ ທ່ານ ເອົາເງິນໄປຝາກທະນາຄານ ໄດ້ດອກເບັ້ຍ. ຕາບໃດ ທີ່ທ່ານ ສາມາດດໍາລົງຊີວິດຢູ່ໄດ້ ອາໃສກິນດອກເບັ້ຍ ເປັນເດືອນເປັນປີໄປ ໂດຍບໍ່ແຕະຕ້ອງກ້ອນເງິນທີ່ທ່ານເອົາໄປຝາກນັ້ນ, ເວົ້າໄດ້ວ່າ ທ່ານເຮັດທຸລະກິດແບບຍືນຍົງນັ້ນເອງ. ໃນການລົງທຶນໃສ່ການຜະຫລິດ ກໍ່ດັ່ງດຽວກັນ ຢືມເງິນມາລົງທຶນ ທໍາການຜະຫລິດເປັນສິນຄ້າ ມີຕະຫລາດ…