ເດີນທາງຊີວິດ – ຊີວິດຄືການເດີນທາງ. ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ.

ເດີນທາງຊີວິດ – ຊີວິດຄືການເດີນທາງ. ເປັນຄືການຂີ່ລົດໄຟຈາກບ້ານມຸ້ງໄປສູ່ຈຸດຫມາຍ.   ເດີນທາງໃຈຮ່ວງຮ້ອນ ຄິດເຫັນເພື່ອນຮຽມເຮົາ ຕອນຍັງເຍົາແຂງແຮງ ແກ່ມາກໍາລັງຫນ້ອຍ ທຸກຄົນຄອຍທົນສູ້ ສັງຂານນັບວັນແກ່ ຜັນແປໄປທ່ຽງແທ້ ກົດເກນເຊື້ອຊາດຄົນ ແທ້ແລ້ວ   ລົດໄຟໄວເຄື່ອນຫຍ້າຍ ກາຍອອກຜ່ານຫລາຍເມືອງ ໃຈຝືດເຄືອງທວນຄິດ ດັ່ງຊີວາຄົນແທ້ ແລເຫັນກາຍໄປແລ້ວ ບໍ່ມີແນວຫວນຕ່າວ ບາງຕອນໄປຝັ່ງຟ້າວ ເວລາສັ້ນຜ່ອນລົງ ເຈົ້າເອີ້ຍ   ບາງຕອນລົດແລ່ນເຂົ້າ ດໍາມືດປ່ອງອຸໂມງ ສຽງໂຄງເຄງໃນຫູ ສ່ອງອອກໄປດໍາກົ້ວ ມົວໄປຄືບາງຄັ້ງ ເຈັບເປັນເຮົາເຄີຍຜ່ານ ລໍາຄານຈໍາຕໍ່ສູ້ ຫາກຈະພົ້ນປ່ອງອຸມອງ ດອກນ່າ   ພະລັງມີຕໍ່ຕັ້ງ ຄິດເຫັນແຫ່ງຈຸດຫມາຍ ມີລາຍການໄປຊົມ ຖິ່ນແດນໄກເມືອງຫນ້າ ຄວາມຫວັງພາເຮົາໃຫ້ ຈິດໃຈບານສົດຊື່ນ ຫລຽວຄືນແຕ່ພຸ່ງຫນ້າ ໃຈແຂງກ້າຕໍ່ໄປ ເພື່ອນເອີ້ຍ   ລົງເຮືອພາຍຮ່ວມແລ້ວ ເຖິງໃສເລັ່ງນໍາກັນ ມີບັນຫາສັບສົນ ຂ່າວຄາວກັນເດີເຈົ້າ ເຈັບເປັນຫລືແສນເສົາ ບັນເທົາກັນຊູຊ່ວຍ ຢ່າໄດ້ປະປ່ອຍສ້ວຍ ມັນສິຊ້າກ່ອນການ ແທ້ແລ້ວ  …

ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ

ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ   ເຮືອເພິ່ງນໍ້າ ເສືອເພິ່ງດົງດອນ ກາເວົາວອນ ເພິ່ງຄອນຄັນໄມ້ ກວາງຟານໄກ້ ອາໃສຍັງປ່າ ພະຍາເພິ່ງຊ້າງ ຕີສູ້ເພິ່ງປະຊາ   ຊາດເພິ່ງເຊື້ອ ຄົນຢູ່ດອມກັນ ຄວາມສໍາພັນ ແກ່ດຶງກັນໄວ້ ເຫມືອນພັນໄມ້ ພາກັນແຕກຫນໍ່ ແຊມຕໍ່ຂຶ້ນ ແຂງຕົນເພິ່ງກັນ   ທຸກສິ່ງເຊື້ອ ເກາະກ່າຍດອມກັນ ອາໃສກັນ ຈຶ່ງຍືນຍາວຫມັ້ນ ພົງພັນເຊື້ອ ລາວເຫນືອລາວລຸ່ມ ຮັກຕໍ່ຕຸ້ມ ກູນເກື້ອຮີ່ນຕອງ   ການເພິ່ງຊ້ອນ ປະປ່ອຍຫາຜົນ ທຸກຄົນເຮົາ ເທົ່າທຽມກັນລ້ວນ ຄວນປະຖິ້ມ ຄົນເຮົາຄົນເພິ່ນ ເຊີນເຊື່ອຫມັ້ນ ເປັນເຈົ້າຮ່ວມກັນ ເຈົ້າເອີ້ຍ   @ວິມາດອກບົວແກ້ວ

Gute Ernte

Gute Ernte ຫມາກເດັ່ນຂ້ອຍ ແຂນງ່າເຕັມເຄືອ ແດງຂຽວມີ ຢັ່ງຢາຍເຕັມຄັ້ງ ສະອອນແທ້ ນາຍສວນໃຈຊື່ນ ເກັບບໍ່ສິ້ນ ກິນແລ້ວຊື່ນໃຈ ແທ້ແລ້ວ

ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ.

ໄດ້ຂີ່ຊ້າງ ຫລື ບໍ່ໄດ້ຂີ່ຊ້າງ ທໍາດີໄວ້ບໍ່ຫມອງ. ຫາກເຈົ້າ ບໍ່ໄດ ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ຮຽນວິຊາ ຊ່ວຍໂຕເອງເປັນເຈົ້າ ຮຽນເຫລິກລົງເຖິງເຄົ້າ ຄຸນພະທັມປອດໂປ່ງ ຫາທາງຫລຸໂລ່ງໃຫ້ ປວງຊົນຮູ້ຫລ່ຽມມານ ເຈົ້າເອີ້ຍ   ຫາກເຈົ້າ ໄດ້ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ຫວນເຫັນຫາ ຜູ່ແຫ່ນໍາຕີນຊ້າງ ເຂົາພາທາງໄປຫນ້າ ມານມາເຂົາຕົບຕ່ອຍ ທຸກສຸກເລັງຊ່ອຍແກ້ ງອຍເທິງຊ້າງຈຶ່ງອຸ່ນໃຈ ເຈົ້າເອີ້ຍ   ຫາກເຈົ້າ ບໍ່ໄດ້ ຂີ່ຊ້າງ ກັ້ງຮົ່ມເປັນພະຍາ ໃຫ້ເຈົ້າ ພົວພັນຫາ ເພື່ອນແພງພົງພັນເຊື້ອ ໂຮມແຮງກັນເມືອຫນ້າ ແປງທາງລູກຫລານໄຕ່ ທໍາຄວາມດີປ່ອຍໄວ້ ເປັນເງົາກັ້ງຮົ່ມເຢັນ ເຈົ້າເອີ້ຍ   ຫາກເຈົ້າ ໄດ້ຂີ່ຊ້າງ ກັ່ງຮົ່ມ ຄືພະຍາ ໃຫ້ເຈົ້າ ສໍານຶກຫາ ຫນໍ່ແນວເດີມກົກເຫງົ້າ ປະເອົາໄຫມຄໍາເອ້ ເງິນທອງຂອງມີຄ່າ ຄວາມໂລພາຢ່າເລີ້ມ ສິລືມເຊື້ອພໍ່ແມ່ຕົນ ບໍ່ດີແລ  …

ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ.

ຄວາມຫວັງໄວ້ກັບຜູ່ນໍາຫນ້າ ພາກ້າວອອກທາງ ທ່ານເອີ້ຍ. Memory   ຕາແນມນໍາເບິ່ງຊ້າງ ພາກັນຍ່າງເປັນແຖວ ຕົວເຖິກນໍາແລວທາງ ແມ່ນາງເດີນຕາມກົ້ນ ສຽງກັງວົນເຮຮ້ອງ ເນືອງນອງໄປແຄມປ່າ ອອກໄກນາຫ່າງບ້ານ ພາກັນຫລີ້ຄ່ອຍຫນີ ຊ້າງເອີ້ຍ   ຄິດເຖິງຄາວກ່ອນກີ້ ຣາຊາມິ່ງເມືອງລາວ ມືຈັບຫລາວປາຍແຫລມ ນັ່ງປະຄອງຄໍຊ້າງ ຕີສັດຕູແຕກມ້າງ ພາທາງເປັນແບບຢ່າງ ພະຍາຫລົບຂີ່ຊ້າງ ນໍາພາສູ້ຜ່ານໄພ ແທ້ແລ້ວ   ດຽວນີ້ ຊ້າງຫ່າງບ້ານ ແຕກໃນປ່າສູນພັນ ມັນເຄີຍມີຕໍານານ ຜູ່ຂີ່ເທິງຫລັງຊ້າງ ຜູ່ນໍາທາງພາສູ້ ຫາຍໄປຕາມຍຸກໃຫມ່ ປາຊາຊົນໄຜ່ບ້ານ ເຫັນພຽງຊ້າງປ່ຽວດາຍ ເຈົ້າເອີ້ຍ   ຫາກເຈົ້າຄືນຂີ່ຊ້າງ ຄືປາງກ່ອນກາຍມາ ເປັນພະຍາຄອງເມືອງ ນັ່ງງອຍເທິງຄໍຊ້າງ ໃຫ້ເຈົ້າ ທໍາລາຍມ້າງ ຂວກຫນາມຕາມທາງຍ່າງ ນໍາພາຊ້າງສູ່ບ້ານ ກໍາຫລາວຂຶ້ນດັ່ງພະຍາ ທ່ານເອີ້ຍ   @ວິມາລາວດອກບົວແກ້ວ

ຫວນຄິດເຖິງແຄມງື່ມບ້ານເຮົາ.

ຫວນຄິດເຖິງແຄມງື່ມບ້ານເຮົາ. Zu Hause ist auch schön.   ຕາມລໍາເຊໃຫຍ່ກວ້າງ ອາກາດຊຸ່ມເຢັນດີ ແສງສີມອງງາມຕາ ຫມູ່ປາລອຍເປັນຈຸ້ມ ຊຸມສາລິກາຮ້ອງ ອອນຊອນຟັງສຽງມ່ວນ ຊວນຄິດເຖິງແຫ່ງຫ້ອງ ດິນແດນບ້ານແມ່ຄີງ ແທ້ເດ້   ຄິດເຫັນແຄມງື່ມຂ້ອຍ ຕອນເຄີຍຫຍ່າງໄປມາ ເຄີຍຕຶກປາໄຫລມອງ ລ່ອງລົງຕາມແລວນໍ້າ ຕອນຍາມນໍ້າງື່ມຂຶ້ນ ປູປາມີຕາມຝັ່ງ ຄົນພາກັນນັ່ງເຝົ້າ ເອົາກະດຸ້ງຢ່ອນລົງ ເຈົ້າເອີຍ   ແຄມງື່ມເປັນບ່ອນຫລິ້ນ ຫລາຍແນວມ່ວນຊວນກັນ ຕະຫລູດຫັນລົງຕົມ ຕໍ່ແຖວກັນຕິດກົ້ນ ບາງຄົນຜະລາດລົ້ມ ດິນຕົມມັນສຸດຫມື່ນ ຫາທາງຫລຸກຈ່ອງຂຶ້ນ ຍັງເຊຫລົ້ມທ່ວງໄປ ແທ້ແລ້ວ   ບາງຝູງປີນຈ່ອງຂຶ້ນ ສາມສາໃຫຍ່ກົກສູງ ໃບມັນມຸງແບນປົກ ງ່າເອນໄປຫານໍ້າ ເດັກເຮົາ ປີນນໍາທາວຕາມໄມ້ ທະຍານໄປລົງລຸ່ມ ຟົດນັນກັນກ່ອມກຸ້ມ ກະໂຕເຕັ້ນຂີ່ຟອງ ມ່ວນແລ້ວ   ບາງຍາມລໍາງື່ມຂ້ອຍ ຄົນແຕກຕື່ນເສັຍໃຈ ລູກຫລານຕົກຫາຍໄປ ລ່ອງໄຫລໄປໃນນໍ້າ ກາຍເປັນລໍາທານເສົ້າ ຊາຕາກໍາລໍາງື່ມ ໃຜຄົງລືມບໍ່ໄດ້…

ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ

ຫາກບິນສູງເວີ່ນໄດ້ ຢ່າລືມໄຕ້ສ່ອງດິນ ເຈົ້າເອີ້ຍ. Wenn du oben fliegen kannst, schaue öfter lieber nach unten.   ເຈົ້າຜູ່ ແນວນາມນົກເຈົ່າຜ້າຍ ບິນສູງເວິ່ນເວຫາ ຕີນວິດດິນລົມແຮງ ຫ່າງເຫີນໄກຄອນໄມ້ ບິນດຽວດາຍແຮງສິ້ນ ແນມນໍາຫາແນວເພິ່ງ ແຮງຫມົດຂາດຜູ່ຊ້ວນ ບິນສູງໄດ້ສ່ຽງໄພ ແທ້ແລ້ວ   ແນວນາມຊິວໝູ່ນ້ອຍ ອາໄສເພິ່ງເທົາແໜ ພາກັນລອຍເປັນຝູງ ບໍ່ແຕກໄກຫນີຈຸ້ມ ແຫມອງເຂົາມາຊ້ວນ ປົບຕາມກັນເປັນໝູ່ ທຸກສຸກລອຍຮ່ວມຊົ້ນ ຊາຕາຕຸ້ມຕ່ອມກັນ ເຈົ້າເອີ້ຍ   ນົກເຈົ່າ ເຖິງຈະບິນເວີ່ນໄດ້ ອາໃສເພິ່ງວັງໜອງ ຂາດຊິວປູປາຫອຍ ເຈົ່າຄົງຫິວຕາຍຖິ້ມ ປູປາຫອຍພຽງພ້ອມ ຖະຫວາຍໂຕເປັນເຫຍື່ອ ເຈົ່າຈຶ່ງບິນເວີ່ນຟ້າ ຂາວແຈ້ງໃຫ້ເພິ່ນເຫັນ ນັ້ນແລ້ວ   ແນວນາມເຈົ້າຜູ່ຮູ້ ເປັນແບບຢ່າງສອນກັນ ຄົນລາວຜູກພັນລາວ ຕ່າງກັບຄົນໄກໜ້າ ຄິດເຫັນຕາດໍາດ້ວຍ ມີຫຍັງຄົນລາວຊ່ວຍ … ລາວເປັນລາວ ລາວຮັກລາວ…

ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້.

ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້. Antalya Türkei   ອອກຫ່າງບ້ານ ມາທ່ຽວແດນໄກ ສົມທິວທັດ ຊ່າງງາມຕາລໍ້າ ທະເລກ້ວາງ ຫາດຊາຍຂາວອ່ອນ ແດດສ່ອງແຈ້ງ ແສງເຫລື້ອມຮຸ່ງລົງ   ຄົນທ່ຽວນີ້ ຈາກຖິ່ນແດນໄກ ເດີນທາງມາ ທົ່ວໂລກາກ້ວາງ ຍາມພັກແລ້ງ ລະດູການທ່ຽວ ຫາຍຫ່ວງຮ້ອນ ເຊົານີ້ຊື່ນໃຈ   ເນົາແຫ່ງນີ້ ເຫມືອນຖິ່ນແດນສະຫວັນ ທຸກແນວມີ ຢູ່ກິນທັງຫລິ້ນ ການຮັບຕ້ອນ ແຂກຄົນຈາມ່ວນ ສະອາດພ້ອມ ເຫັນແລ້ວອຸ່ນໃຈ   ຄົນຕ່າງເຊື້ອ ຊາດຕ່າງຜິວພັນ ເປັນຂະບວນ ຢູ່ດອມກັນໄດ້ ລົງລອຍນໍ້າ ເບີຍກາຍລົມຜ່ານ ຕາກແດດຮ້ອນ ຜິວເນື້ອຜ່ອງດໍາ   ໂລກແຫ່ງນີ້ ຄົນຊື່ນເປັນສຸກ ຫາກສິນທໍາ ກໍ່ກວມໃຈຕັ້ງ ສັນຕິກຸ້ມ ໃຈຄົນຊົມຊື່ນ ທຸກທົ່ວຫນ້າ ໂຮມເຕົ້າເພິ່ງກັນ ເຈ້າເອີ້ຍ   @ວິມາດອກບົວແກ້ວ

ຍິ່ງເບິ່ງຍິ່ງງາມ

ຍິ່ງເບິ່ງຍິ່ງງາມ ງາມຍິ່ງລໍ້າ ເມືອງເພິ່ນແດນໄກ ແສງສົດໃສ ຊື່ນຊົມໃຈຊື້ນ ມືນຕາຂຶ້ນ ຂຽວງາມມີຮົ່ມ ສົມວ່າຫ້ອງ ວິມານສ້າງແຕ່ງແປງ ແທ້ເດ້

ຊົມເຊີຍ ວັນແມ່ຍິງລາວ!

ຊົມເຊີຍ ວັນແມ່ຍິງລາວ!   ມື້ນີ້ ສົມຊື່ແລ້ວ ເປັນວັນຮຸ່ງເຮືອງສີ ມີຍິງລາວ ຈຶ່ງເກີດມີຊົນເຊື້ອ ລາວເຫນືອໃຕ້ ມີປັດໃຈຄືແມ່ ແລລໍ່າຢ້ຽມ ລູກຫລານໃຫ້ໃຫຍ່ສູງ ແທ້ແລ້ວ   ເຖິງວ່າ ຈະເກັ່ງກ້າ ຍິງລາວຜ່ານບັນຫາ ເປັນຫູຕາ ເກິ່ງຊາຍທຽມເກົ້າ ຂໍໃຫ້ ໂຮມຮວມເຂົ້າ ເຫມືອນທອງຄໍາແທ່ງ ຍິງຊາຍ ແພງຊ່ວຍຍູ້ ຊູກັນຂຶ້ນເທົ່າທຽມ ເຈົ້າເອີ້ຍ   @ວິມາດອກບົວແກ້ວ

ຍາມສວນ ມ່ວນໄປນໍາຜົນລະປູກ

ຍາມສວນ ມ່ວນໄປນໍາຜົນລະປູກ Hoffe auf gute Ernte.   ຫມາກແຕງ ຫມາກເດັ່ນ ຂ້ອຍ ປີນໄຕ່ຕາມເຄືອ ເຟືອໄປຕາມ ງ່າຊອນລໍາຕົ້ນ ບາງແຕງພົ້ນ ສູງໂຕກາຍໝູ່ ແຕງຢູ່ຕົ້ນ ຂຽວເຂັ້ມເປັ່ງສີ ເຈົ້າເອີ້ຍ   ມີແຕງ ອອກຫ່າງຮົ້ວ ຫາເພິ່ນກາຍແດນ ແບນມືຈັບ ອ່ວຍຄືນຫາຄັ້ງ ເຄືອທັງຕົ້ນ ປັກຫລັກແຊມໃສ່ ຫວັງຕໍ່ໃຫ້ ແຕງຕູ້ມຢູ່ໃນ ແທ້ແລ້ວ   ຫມາກເດັ່ນຂ້ອຍ ແຕກຕ່າງແນວພັນ ຫລາຍສີສັນ ຕ່າງກັນຕາມເຄົ້າ ຍັງເຍົານ້ອຍ ສີຂຽວເປືອກອ່ອນ ຊອນຕື່ມແຕ້ມ ແຕງນ້ອຍຄູ່ກັນ ເຈົ້າເອີ້ຍ   ແຕງ ເດັ່ນ ນ້ອຍ ເຕີບໃຫຍ່ຄຽງກັນ ເຄືອໃຜມັນ ງ່າໃບປົກຕຸ້ມ ຄຸມແດດຮ້ອນ ໂຮມກັນເປັນຮົ່ມ ສົມມາດມຸ້ງ ຜົນໄດ້ດັ່ງໃຈ ແດ່ທ້ອນ   (ກອນເຈັດ ແບບກອນອ່ານປູ່ປາງຄໍາ) @ວິມາດອກບົວແກ້ວ

ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ.

ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ. ຕົກຕະລຶງຟັງເພິ່ນເວົ້າ ຫລາຍເເນວກໍ່ບັນຫາ ກອງປະຊຸມສະພາ ຕ່າງຊອກຫາແນວເວົ້າ ເອົາບັນຫາຄົງຄ້າງ ມາເຜີຍແບຄືນໃຫມ່ ສສພ ເລັງໃຈຖາມຢໍ່ຈີ້ມ ທວງຫລາຍຂັ້ນທ່ານນໍາ ບັນຫາທວງເລັ່ງແກ້ ຟົດເດືອດໃສ່ເສດຖະກິດ ຫລາຍແນວໄປຜິດທາງ ຕ່າງເຂດໝາຍມອງໄວ້ ລັດວິສາຫະກິດຄວນໄດ້ ຈັດສັນກັນຄືນໃໝ່ ອັນໃດດີສືບຕໍ່ໄດ້ ອັນໃດເຈັ້ງຮ່ອນລົງ ເພິ່ນວ່ານ່າ ອັນທີ່ໜັກໜ່ວງແທ້ ຢືມເງິນເພິ່ນລົງທຶນ ມັນຫາກຈໍາເປັນທໍາ ເພື່ອຢາກແປງເມືອງບ້ານ ສະສົມນານມາແລ້ວ ເຖິງຍາມຈໍາເປັນຈ່າຍ ຫລາຍຕື້ຈັດສົ່ງໃຫ້ ຊັບສິນຄໍ້າສົ່ງເຂົາ ນັ້ນແລ້ວ ອັນນຶ່ງ ການກວດກາຈ່າວຮູ້ ຍັງມີຕໍ່ຕາມມາ ພວກຊອກຫາໂກງກິນ ຢູ່ຂອກແຄແຈຮົ້ວ ເລກປັບຕົວປິດໄວ້ ໄຂໄປແບບຫລຸດຄ່າ ເປັນບັນຫາບໍ່ແລ້ວ ຈະໂດນຫນ້າຕໍ່ໄປ ແທ້ບໍ່? ທ່ານນາຍົກກໍຮ່ວນຮູ້ ບັນດາສິ່ງສົກກະໂປະ ທັງໂຕການໃນພຸງ ໝູ່ໜອນເຈາະກິນໃສ້ ຫາຢາໃດມາແກ້ ຍັງຂາດຄຸນເສັຍຄ່າ ໂອນໍ ຊາດເມືອງລາວມິ່ງຂ້າ ຍັງຈະກົ້ວມົ່ນໄກ ຢູ່ບໍ? ລັດຖະມົນຕີ ທຸກທ່ານເວົ້າ…

Im Energiesparmodus – Familie

Im Energiesparmodus – Familie ວາງໂຕເຂົ້າສູ່ສະພາວະປະຢັດພະລັງງານ ຄອບຄົວ ຈະຫາຫຍັງປຽບປານໄດ້. ບໍ່ມີຫຍັງຍິ່ງລໍ້າ ເໝືອນດັ່ງວົງວານ ຄອບຄົວເປັນເດີມພັນ ຕໍ່ເຕີມເສີມສ້າງ ຮາກເສົາແຂງແຮງກ້າ ຢືນລໍາໂຮມກຸ່ມ ເຄືອເຂົາພັນຫໍ່ຫຸ້ມ ລົມມາຕ້ອງບໍ່ສະເທືອນ ແທ້ແລ້ວ

ອອກຫ່າງ ວາງຄວາມເຄັ່ງຕຶງແດ່ເດີ້!

ອອກຫ່າງ ວາງຄວາມເຄັ່ງຕຶງແດ່ເດີ້! ບ້ານເຮົາ ສະພາບການເຄັ່ງຮ້ອນ ເຫດການຕໍ່ຕາມມາ ຢ່າລືມ ຮັກສາຈິດທອມໃຈ ເພື່ອນເຮົາໄກທັງໄກ້ ຖະໜອມກາຍໃຈໄວ້ ຫລົດຄວາມໄວລົງແດ່ ຕັດກະແສຂ່າວຫຍຸ້ງ ບັນຫາແກ້ເກັ່ງການ ເພິ່ນແລ້ວ @ວິມາດອກບົວແກ້ວ