ການຂາຍພັນທະບັດຈະແກ້ໄຂບັນຫາໄດ້ບໍ່?

ການຂາຍພັນທະບັດຈະແກ້ໄຂບັນຫາໄດ້ບໍ່? ການຊອກຫາວິທີແກ້ໄຂວິກິດການເສດຖະກິດ ທີ່ສະແດງອອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຝືດເຄືອງ ເງິນເຟີ້ ເຄື່ອງບໍລິໂພກ ແລະ ເຄື່ອງໃຊ້ສອຍ ຂຶ້ນລາຄາ ມີການຂາດເຂີນນໍ້າມັນ ມີການຍົກຫລາຍບັນຫາຂຶ້ນທີ່ສົ່ງຜົນສະທ້ອນເຮັດໃຫ້ມີວິກິດການເກີດຂຶ້ນຄື – ໂຄໂຣນາ – ສົງຄາມ – ເສດຖະກິດໂລກ ຂາດການທ່ອງທ່ຽວ – ຖິ້ມໂທດໃສ່ການແລກປ່ຽນເງິນຕາ – ເງິນບໍ່ເຂົ້າຄັງ ຂາເຂົ້າຂາອອກບໍ່ດຸ່ນດ່ຽງກັນ – ຮຽກຮ້ອງໃຫ້ມີການປະຢັດ – –

ຂໍຫວນຄືນເຖິງສຽງເພັງ „ລົດໄຟ ລາວ-ຈີນ ກ້າວໄກ“.

ຂໍຫວນຄືນເຖິງສຽງເພັງ „ລົດໄຟ ລາວ-ຈີນ ກ້າວໄກ“. ເປັນເວລາສອງເດືອນແລ້ວທີ່ສຽງເພັງ ລົດໄຟ ລາວ-ຈີນ ໄດ້ຖືກເຜີຍແຜ່ອອກໃນຢູຕູບ ແລະ ກໍຄ່ອຍໆມີຜູ້ເຂົ້າຟັງເຂົ້າຊົມຫລາຍຂຶ້ນ. ຂໍເຊີນຊວນຜູ້ທີ່ຍັງບໍ່ໄດ້ຟັງ ເຂົ້າຕິດຕາມຟັງໄດ້ ແລະເວົ້າຕໍ່ກັນໄປ ເພື່ອເປັນການຜ່ອນຄາຍອາລົມ ໃນສິ່ງສໍາຄັນທີ່ເກີດມີຂຶ້ນເປັນປະຫວັດສາດ ໃຫ້ແກ່ຊາດລາວເຮົາ.

ດວງເດືອນໄກຍິ່ງລໍ້າ ມອງສຸດຊົ່ວສາຍຕາ

ດວງເດືອນໄກຍິ່ງລໍ້າ ມອງສຸດຊົ່ວສາຍຕາ ແສງສີຍັງແຍງມາ ສ່ອງເຖິງໂລກາແຈ້ງ ອິນທາແຂງແຮງກ້າ ເທິງເວຫາແນມສ່ອງ ຂໍມາຊູຊ່ວຍປ້ອງ ລາວເດີນພົ້ນຜ່ານວິກິດ ດ້ວຍເຖີ້ນ @ວິມາດອກບົວແກ້ວ

ວັນເດັກນ້ອຍສາກົນຫມັ້ນຍືນ!

ວັນເດັກນ້ອຍສາກົນຫມັ້ນຍືນ! ອານາຄົດຂອງຊາດຈະແຈ່ມໃສ ໃນເມື່ອເດັກນ້ອຍໃນວັນນີ້ ຈະກາຍເປັນຄົນດີ ໃນວັນຫນ້າ. ເດັກນ້ອຍ ທີ່ຖືກແຕ່ເກືອດຫ້າມ ບໍ່ໄດ້ຮັບການສິກສາດີ ຍາມໃຫຍ່ຂຶ້ນໄປ ຈະໄຮ້ຄວາມສາມາດ ກົດຫນ່ວງການຂະຫຍາຍຕົວຂອງຊາດ ໄປໃນຕົວ. ຈົ່ງສົ່ງເສີມຄວາມສາມາດຂອງເດັກ ດ້ວຍຄວາມຮັກທີ່ຈິງໃຈ.

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ (ບົດກອນ ຕາມແບບ ບົດກອນອ່ານປູ່ປາງຄໍາ ປະສົມກັບ ໂຄງກອນ ວະຊິຣະປັນຕີ) ເຖິງຍາມນາວ່ານກ້າ ແຄມປ່າຫົວນາ ມີທາລາໃສເຢັນ ລ່ອງເປັນເໝືອງນໍ້າ ຕາແລນໍາເຫັນແລ້ວ ຕາມແລວດົງໃຫຍ່ ນາຢຽດໄປຕໍ່ສົ້ນ ຕານຕົ້ນໃຫຍ່ສູງ ພຸ້ນແລ້ວ ຖຽງນາແປະຮົ່ມໄມ້ ບົງໄຜ່ລຽນກັນ ນົກເຂົາຂັນງອຍຄອນ ວີ່ວອນຫາສູ້ ສາວຄູພາຍຖົງເປ້ ໂຊເຊຫາໜໍ່ໄຜ່ ບາງຕອນໄປໄລ່ແຍ້ ກະແຕເຕັ້ນຕື່ນໜີ ແທ້ເອີ້ຍ ຍາມແລງຝົນລັ່ງຍ້ອຍ ລົມຄ່ອຍໂຊຍພັດ ບ່າວຄູນັດສາວຄູ ແຕ່ງປູປາປີ້ງ ຫມົກຫົວຂີງມີສົ້ມ ປະສົມແກງໄກ່ ລໍຖ້າ ສາວຄູໄປຢູ່ໝົ້ນ ຫາຊົ້ນແຫ່ງໃດ ເດ້ນໍ ຝົນຕົກເຊົາຄ່ອຍເອື່ອນ ລົມເຄື່ອນກາຍໄປ ຄູອົດໃຈຄອງນາງ ລໍ່າທາງແນມຈ້ອງ ບ່າວຄູປອງໃຈໝັ້ນ ເໝືອນຝັນໃຈຊື່ນ ສາວຄູຢືນຕໍ່ຫນ້າ ແສວຕາຈ້ອງເບິ່ງຊາຍ ຄູເອີ້ຍ ພາແລງເຕັມປ່ຽມຫລົ້ນ ສອງບົ່ນທັງກິນ ສຽງຈາຍິນດັງໄກ ກ່າວໄຂຄວາມຂ້ອງ ຄູທັງສອງໝາຍໝັ້ນ ຮັກກັນຫມາຍຕໍ່ ພາກັນລໍກ່ຽວເຂົ້າ…

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ ຈົ່ງຮ່ວມກັນ ກາຍເປັນພະລັງແຮງ ເພື່ອການກ້າວໄປ. ທຸກສິ່ງເຊື້ອ ໃນຫລຸ່ມໂລກາ ເຕີບໂຕມາ ຕ່າງກັນສັນສ້າງ ທຸກສິ່ງລ້ວນ ຜັນແປປັບຮ່າງ ງາມບໍ່ຫ້າງ ສີເຂັ້ມຕ່າງກັນ ແທ້ແລ້ວ @ວິມາດອກບົວແກ້ວ

ອາລຸນວັນໃຫມ່

ອາລຸນວັນໃຫມ່ຂຶ້ນ ແສງສີສ່ອງສົດໃສ ໃນໂລກາເມືອງຄົນ ຕື່ນນອນສະບາຍເນື້ອ ແດນດິນເຫນືອເຖິງໃຕ້ ຕາເວັນແດງສາດສ່ອງ ແສງສີີນໍາຊ່ວຍປ້ອງ ແຍງທາງກ້າວບ່ອນໄປ ແດ່ທ້ອນ @ວິມາດອກບົວແກ້ວ

ຟື້ນຕົວຕໍ່ພະລັງ!

ຟື້ນຕົວຕໍ່ພະລັງ! ແສງສີປັບປ່ຽນແລ້ວ ອາກາດຊື່ນສົດໃສ ພຶກສາໄຂກີບບານ ຈໍ່ຕິດຕາມລໍາຕົ້ນ ປະປົນສີແສງເຂັ້ມ ເຕັມໄປຕາມລໍາງ່າ ເຫມືອນເທວາວາດໄວ້ ສາຍໄຍຕຸ້ມຕ່ອມກັນ ແທ້ເດ້ @ວິມາດອກບົວແກ້ວ

ສົ່ງພອນປີໃຫມ່

ປີໃຫມ່ລາວ ຫລຸລ່ວງເຂົ້າ ສັງກາດໃຫມ່ວຽນມາ ການເວລາຫມູນໄປ ໄຫລ່ລືມວັນເດືອນກ້າວ ເຖິງຄາວມາໂຮມເຕົ້າ ສະຫລອງວັນປີໃຫມ່ ຂໍອວຍພອນສົ່ງໃຫ້ ມາເຖິງເຈົ້າທ່ານທຸກຄົນ ເຈົ້າເອີ້ຍ ຂໍໃຫ້ ຄວາມທຸກອຸກອັ່ງເເຄ້ນ ຫາຍຂາດເສື່ອມສູນໄປ ໂພຍໄພຄວາມເຈັບເປັນ ຈົ່ງ ລ່ອງໄຫລໄປຕາມນໍ້າ ການກະທໍາຜິດຕ້ອງ ອະໄພກັນປັບປ່ຽນ ຍົກທູບທຽນຂາບໄຫວ້ ບູຊາໄທ້ພໍ່ແມ່ຕົນ ເຈົ້າເອີ້ຍ ຂໍອວຍພອນສົ່ງໃຫ້ ໄປທົ່ວໂລກໂລກາ ຄົນລາວ ປາດຖະຫນາແນວໃດ ຈົ່ງ ຊື່ນຊົມສົມໃຈແມ້ງ ແຂງແຮງດີຍືນຫມັ້ນ ພັນວັດສາໃສສ່ອງ ເງິນທອງໄຫລລັ່ງເຂົ້າ ຈິດໃຈເຫລື້ອມຜ່ອງໃສ ປີໃຫມ່ ຮັກແພງກັນແກ່ນໄວ້ ສືບຕໍ່ທໍາຄວາມດີ ມີຫລາຍເຊີນຍໍຍົກ ແບ່ງປັນທໍາທານໃຫ້ ຫລິງແລໄປທາງຫນ້າ ສັດທາມີບຸນສົ່ງ ຈຸດປະສົງຮ່ວມເຕົ້າ ລາວເຮົາກ້າວຮ່ວມກັນ ພີ້ນ້ອງເອີ້ຍ @ວິມາດອກບົວແກ້ວ

ຂໍເຊີນຊວນ ເຂົ້າຊົມເຂົ້າຟັງ ບົດເພັງໃຫມ່ ລົດໄຟລາວ-ຈີນກ້າວໄກ.

ຂໍເຊີນຊວນ ເຂົ້າຊົມເຂົ້າຟັງ ບົດເພັງໃຫມ່ ລົດໄຟລາວ-ຈີນກ້າວໄກ. ເນື່ອງໃນໂອກາດ ບຸນປີໃຫມ່ລາວເຮົາ ຈະມາເຖິງນີ້ ພວກຂ້າພະເຈົ້າ ຜູ້ແຕ່ງ ຜູ້ລຽບລຽງ-ທໍານອງ ຜູ້ຮ້ອງ ແລະ ຫ້ອງອັດເພັງທີ່ວຽງຈັນ ມີຄວາມພູມໃຈ ຂໍຝາກບົດເພັງນີ້ ເປັນຂອງຂັວນປີໃຫມ່ລາວ ປະກອບໃສ່ ຄວາມອວຍພອນອັນປະເສີດ ໃຫ້ແກ່ ຫມູ່ເພື່ອນ ຍາດມິດພົງພັນ ໃນລາວ ແລະ ນອກປະເທດ, ໂດຍສະເພາະ ໃຫ້ແກ່ການນໍາພັກລັດ (ມີລົດໄຟລາວຈີນ ຈຶ່ງມີເພັງນີ້ເກີດຂຶ້ນມາໄດ້ – ລົດໄຟລາວຈີນ ປະຫວັດສາດອັນຍິ່ງໃຫຍ່ ຂອງຊາດ ແລະ ປະຊາຊົນລາວ, ປູພື້ນຖານໃຫ້ແກ່ການຂະຫຍາຍຕົວ ທາງດ້ານເສດຖະກິດ, ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການເຊື່ອມຕໍ່ຊາດ ອອກສູ່ສາກົນ) ຈົ່ງມີ ສຸຂະພາບແຂງແຮງ ສົມບູນພູນສຸກ ພ້ອມກັນກ້າວໄປ ປະສົບຜົນສໍາເຫລັດ ອັນໃຫມ່ຍິ່ງໃຫຍ່ ດ້ວຍໄຊຊະນະໃຫມ່ ເພື່ອຄວາມອຸດົມຮັ່ງມີ ແລະ ສີວິໄລ ຂອງປະຊາຊົນລາວ ແລະ ຂອງຊາດ ສືບຕໍ່ໄປ. ພ້ອມດຽວກັນນີ້ຂໍເຊີນຊວນ…

ຮັກ​ຫ່າງ​ຈາກ​ແດນ​ໃກ ປີ​ໃຫມ່​ວຽນ​ມາ

ຮັກ​ຫ່າງ​ຈາກ​ແດນ​ໃກ ປີ​ໃຫມ່​ວຽນ​ມາ ຂໍສົ່ງ​ຄວາມ​ອວຍ​ພອນ​ຫາ ເອື້ອຍອ້າຍ​ນ້ອງ ຍາດ​ມິດ ທັງ​ວົງ​ວານ… ປີໃຫມ່ ຫຍັບມາໃກ້ ໃຈຍີ່ງຫ່ວງຄະນີງຫາ ການເວລາຫມູນໄປ ໄຫລ່ລືມວັນເດືອນກ້າວ ຄິດຖິງຄາວຢູ່ຄຽງໃກ້ ເຄີຍໄປມາຫາຊູ່ ຫມູ່ຄູ່ພ້ອມພີ່ນ້ອງ ສະບາຍບ້າງຢູ່ບໍນໍ ຂໍສົ່ງພອນມາໃຫ້ ເປັນປັດໃຈອັນລໍ້າຄ່າ ປາດຖະຫນາໃຫ້ໄດ້ ສົມແມ້ງດັ່ງກະໃຈ ໂຣກໄພຢ່າມາໃກ້ ມະໂນໃນໃຫ້ແຂງແກ່ນ ຮັກແພງກັນຮັດແຫນ້ນ ຈົນເທົ່າຊົ່ວຊີວາ ຫລາຍເກາະດອນຂວາງກັ້ນ ແຍກເຮົາຫ່າງໃກກັນ ມີມົນຢາກເສກສັນ ຕໍ່ດິນໂຮມດອນເຂົ້າ ພັບຕາດຽວບິນເຖິງເຈົ້າ ວົງວານບ້ານແມ່ພໍ່ ໃຫ້ໄດ້ມາພົບພໍ້ ດອມເຈົ້າດັ່ງປະສົງ ແດ່ທ້ອນ ຂໍວິ່ງວອນເຖິງເຈົ້າ ຜູ້ເນົາຢູ່ດາວະດິງ ສິ່ງສັກສິດທັງຫລາຍ ໃຫ້ເຮື່ອງມາໂຮມເຕົ້າ ເຝົ້າຮັກສາຊ່ວຍໃຫ້ ວົງວານທັງຫມູ່ຄູ່ ປີໃຫມ່ຈົ່ງຊ່ວຍຍູ້ ສຸກລໍ້າຈົ່ງເກີດມີ ແດ່ທຸກຄົນເຖີ້ນ! ບ@ວິມາ.ລາວ

ລົດໄຟລາວ-ຈີນ ກ້າວໄກ

ລົດໄຟລາວ-ຈີນ ກ້າວໄກ ວຽງຈັນຂຸນໝິງ ນັ້ນໄກກັນ ຢູ່ສຸດຂອບຟ້າ ກ່ອນໄດ້ໄປມາ ໃຊ້ທາງລົດ ເວລາຊ້ານານ ດຽວນີ້ລາວມີ ທາງລົດໄຟ ໄວສູງເດີນຜ່ານ ລາວ-ຈີນໝຸ້ງໝັ້ນ ຮ່ວມກັນສ້າງ ດ້ວຍຄວາມຈິງໃຈ ລົດໄຟລາວ-ຈີນ ຜ່ານດິນແດນ ເຂດແຂ້ວນຂອງລາວ ລາວທຸກຊົນເຜົ່າ ຊາວຕ່າງດ້າວ ເຂົ້າມາຊົມໃຊ້ ຂົນສົ່ງໂດຍສານ ທັງສິນຄ້າ ເຄື່ອງຂອງວ່ອງໄວ ເຊື່ອມຊາດໄກ້ໄກ ໃນອາຊຽນ ໄດ້ຢ່າງຂາດຕົວ ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ ນໍ້າໃຈບຸກເບີກ ສ້າງແລວທາງ ມັ່ງຄັ່ງເຕີບໂຕ ສົ່ງເສີມການຜະຫລິດ ທຸລະກິດ ສະໜອງຄ່ອງຕົວ ເພີ້ມປະສິດຕິຜົນ ເພື່ອປະໂຫຍດ ຊຶ່ງກັນແລະກັນ ກ້າວໄກເຊື່ອມຕໍ່ ອາຊີກາງ ໄປເຖິງຢູໂຣບ ວັນແບວວັນໂຣດ ທົ່ວພິພົບ ໄປໄດ້ເຖິງກັນ ລົດໄຟລາວ-ຈີນ ສັນຍາຫລັກ ສາຍໃຍຜູກພັນ ຍືນຍົງຄົງໝັ້ນ ຮ່ວມແຮງກັນ ສອງຊາດລາວຈີນ

ຊັບແຮ່ ຊັບຄົນ ຊັບພະວິຊາ ຊັບພະຍາກອນມະນຸດ ຈະຂຸດກັນຕໍ່ຢູ່ລຸມໃດ?

ຊັບແຮ່ ຊັບຄົນ ຊັບພະວິຊາ ຊັບພະຍາກອນມະນຸດ ຈະຂຸດກັນຕໍ່ຢູ່ລຸມໃດ? (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ຊັບພະຍາກອນ ລືຊື່ໄວ້ ທຶນໃຫຍ່ສໍາຄັນ ຂອງໝົດເປັນ ແຮ່ທອງຄໍາເກ້ ຖືກຂຸດຄົ້ນ ຂາຍເອົາຄຸນຄ່າ ດັບຮ່ອນສິ້ນ ໝົດແລ້ວບໍ່ມີ ແທ້ນ່າ ຊັບພະຍາກອນ ແນວອື່ນນັ້ນ ຄຸນຄ່າຍືນຍົງ ຄົນຮຽນຈົບ ຄ່າສູງຍືນລໍ້າ ມີຫລາຍໄດ້ ແປງເມືອງເຮືອງຮຸ່ງ ຫມົດບໍ່ສິ້ນ ແຊມຊ້ອນຕໍ່ກັນ ແທ້ແລ້ວ ສອງຊັບ ເກີດກໍ່ຂຶ້ນ ນານລ່ວງປີການ ຫລາຍລ້ານປິ ຈຶ່ງມີເປັນໃຊ້ ຊັບຄົນນັ້ນ ຊາວປີເຕີບໃຫຍ່ ໝົດບໍ່ສ້າງ ເສັຍສິ້ນເຊັ່ນກັນ ແທ້ນ່າ ຊັບຄົນ ຄຸນຄ່າລໍ້າ ຕາມເບິ່ງເມືອງເຂົາ ເປັນບົດຮຽນ ຜ່ານມາເຫັນແລ້ວ ຊັບຄົນ ໜ້ອຍ ວິຊາການຕໍ່າ ສູງແຕ່ເວົ້າ ທໍາໄດ້ບໍ່ເປັນ ສິເປັນບໍ່ ຄົນຮຽນຮູ້ ກໍາແກ່ນກົດເກນ ມີວິຊາ ກໍ່ແປງເມືອງບ້ານ ຕັດໃຈສ້າງ ”ຊັບຄົນ“…

ຢ່າຢູ່ໂດດດ່ຽວ!

ຢ່າຢູ່ໂດດດ່ຽວ! Never be Lonely. ໂດດດ່ຽວເສົ້າ ເຖິງຮັ່ງເງິນທອງ ຄໍາແຂນຄໍ ໜ່ວງລົງໜັກເນື້ອ ໃຜຈະຊ້ວນ ຍາມເຈັບນອນປ່ວຍ ຍາດພີ່ນ້ອງ ຄົງເສົ້າຫ່ວງນໍາ ແທ້ແລ້ວ ມີແບ່ງໃຫ້ ແຕກໜໍ່ຂະຫຍາຍພັນ ບັງເກີດຜົນ ບໍ່ມີສູນເຊື້ອ ຄົນຄຽງຂ້າງ ມີກິນມີຢູ່ ໄຫໃຫຍ່ນ້ອຍ ເຕັມລົ້ນປ່ຽມກັນ ດີແລ ເປັນກຸ່ມກ້ອນ ແຂງແກ່ນເໝືອນຫວາຍ ມັດໂຮມກັນ ແກ່ຄໍດຶງຊ້າງ ທົນທານໝັ້ນ ເປັນດຽວໝົດໝູ່ ເໝືອນໄຜ່ລ້ອມ ຫລາຍຕົ້ນຮ່ວມກໍ ນັ້ນແລ້ວ ໂດດດ່ຽວໄດ້ ຍາມເມື່ອແຮງມີ ຫາກແຮງຫາຍ ປ່ວຍໂຊຍາມເຖົ້າ ນອນດຽວແລ້ງ ໃຜນໍຈະເບິ່ງ ຍັງບໍ່ຊ້າ ຫັນປີ້ນປ່ຽນໃຈ ເຈົ້າເອີ້ຍ @ວິມາດອກບົວແກ້ວ