ຍາມສວນ ມ່ວນໄປນໍາຜົນລະປູກ

ຍາມສວນ ມ່ວນໄປນໍາຜົນລະປູກ
Hoffe auf gute Ernte.
😊
 
ຫມາກແຕງ ຫມາກເດັ່ນ ຂ້ອຍ ປີນໄຕ່ຕາມເຄືອ
ເຟືອໄປຕາມ ງ່າຊອນລໍາຕົ້ນ
ບາງແຕງພົ້ນ ສູງໂຕກາຍໝູ່
ແຕງຢູ່ຕົ້ນ ຂຽວເຂັ້ມເປັ່ງສີ
ເຈົ້າເອີ້ຍ
 
ມີແຕງ ອອກຫ່າງຮົ້ວ ຫາເພິ່ນກາຍແດນ
ແບນມືຈັບ ອ່ວຍຄືນຫາຄັ້ງ
ເຄືອທັງຕົ້ນ ປັກຫລັກແຊມໃສ່
ຫວັງຕໍ່ໃຫ້ ແຕງຕູ້ມຢູ່ໃນ
ແທ້ແລ້ວ
 
ຫມາກເດັ່ນຂ້ອຍ ແຕກຕ່າງແນວພັນ
ຫລາຍສີສັນ ຕ່າງກັນຕາມເຄົ້າ
ຍັງເຍົານ້ອຍ ສີຂຽວເປືອກອ່ອນ
ຊອນຕື່ມແຕ້ມ ແຕງນ້ອຍຄູ່ກັນ
ເຈົ້າເອີ້ຍ
 
ແຕງ ເດັ່ນ ນ້ອຍ ເຕີບໃຫຍ່ຄຽງກັນ
ເຄືອໃຜມັນ ງ່າໃບປົກຕຸ້ມ
ຄຸມແດດຮ້ອນ ໂຮມກັນເປັນຮົ່ມ
ສົມມາດມຸ້ງ ຜົນໄດ້ດັ່ງໃຈ
ແດ່ທ້ອນ 😊
 
(ກອນເຈັດ ແບບກອນອ່ານປູ່ປາງຄໍາ)
@ວິມາດອກບົວແກ້ວ