ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ

ເພິ່ງພາກັນແຕ່ຢ່າເກື້ອກູນກັນຜິດທາງ
 
ເຮືອເພິ່ງນໍ້າ ເສືອເພິ່ງດົງດອນ
ກາເວົາວອນ ເພິ່ງຄອນຄັນໄມ້
ກວາງຟານໄກ້ ອາໃສຍັງປ່າ
ພະຍາເພິ່ງຊ້າງ ຕີສູ້ເພິ່ງປະຊາ
 
ຊາດເພິ່ງເຊື້ອ ຄົນຢູ່ດອມກັນ
ຄວາມສໍາພັນ ແກ່ດຶງກັນໄວ້
ເຫມືອນພັນໄມ້ ພາກັນແຕກຫນໍ່
ແຊມຕໍ່ຂຶ້ນ ແຂງຕົນເພິ່ງກັນ
 
ທຸກສິ່ງເຊື້ອ ເກາະກ່າຍດອມກັນ
ອາໃສກັນ ຈຶ່ງຍືນຍາວຫມັ້ນ
ພົງພັນເຊື້ອ ລາວເຫນືອລາວລຸ່ມ
ຮັກຕໍ່ຕຸ້ມ ກູນເກື້ອຮີ່ນຕອງ
 
ການເພິ່ງຊ້ອນ ປະປ່ອຍຫາຜົນ
ທຸກຄົນເຮົາ ເທົ່າທຽມກັນລ້ວນ
ຄວນປະຖິ້ມ ຄົນເຮົາຄົນເພິ່ນ
ເຊີນເຊື່ອຫມັ້ນ ເປັນເຈົ້າຮ່ວມກັນ
ເຈົ້າເອີ້ຍ
 
@ວິມາດອກບົວແກ້ວ