ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້.

ເດີນທາງໄກໄປທ່ຽວບ້ານເພິ່ນ, ແຄມທະເລປະເທດຕວກກີ້.
😘Antalya Türkei😘
 
ອອກຫ່າງບ້ານ ມາທ່ຽວແດນໄກ
ສົມທິວທັດ ຊ່າງງາມຕາລໍ້າ
ທະເລກ້ວາງ ຫາດຊາຍຂາວອ່ອນ
ແດດສ່ອງແຈ້ງ ແສງເຫລື້ອມຮຸ່ງລົງ
 
ຄົນທ່ຽວນີ້ ຈາກຖິ່ນແດນໄກ
ເດີນທາງມາ ທົ່ວໂລກາກ້ວາງ
ຍາມພັກແລ້ງ ລະດູການທ່ຽວ
ຫາຍຫ່ວງຮ້ອນ ເຊົານີ້ຊື່ນໃຈ
 
ເນົາແຫ່ງນີ້ ເຫມືອນຖິ່ນແດນສະຫວັນ
ທຸກແນວມີ ຢູ່ກິນທັງຫລິ້ນ
ການຮັບຕ້ອນ ແຂກຄົນຈາມ່ວນ
ສະອາດພ້ອມ ເຫັນແລ້ວອຸ່ນໃຈ
 
ຄົນຕ່າງເຊື້ອ ຊາດຕ່າງຜິວພັນ
ເປັນຂະບວນ ຢູ່ດອມກັນໄດ້
ລົງລອຍນໍ້າ ເບີຍກາຍລົມຜ່ານ
ຕາກແດດຮ້ອນ ຜິວເນື້ອຜ່ອງດໍາ
 
ໂລກແຫ່ງນີ້ ຄົນຊື່ນເປັນສຸກ
ຫາກສິນທໍາ ກໍ່ກວມໃຈຕັ້ງ
ສັນຕິກຸ້ມ ໃຈຄົນຊົມຊື່ນ
ທຸກທົ່ວຫນ້າ ໂຮມເຕົ້າເພິ່ງກັນ
ເຈ້າເອີ້ຍ
 
@ວິມາດອກບົວແກ້ວ