ບາງແນວຄິດຕັດຮອນໃສ່ບົດກອນ: ຫລາຍບັນຫາ ທີ່ສະພາສະເຫນີແກ້ ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ ແທ້ແລ້ວ.

ບາງແນວຄິດຕັດຮອນໃສ່ບົດກອນ:
ຫລາຍບັນຫາ ທີ່ສະພາສະເຫນີແກ້
ການນໍາຈະເຮັດແທ້ ປະຊາຈ້ອງຕໍ່ຕາມ
ແທ້ແລ້ວ.
😎
ຕົກຕະລຶງຟັງເພິ່ນເວົ້າ ຫລາຍເເນວກໍ່ບັນຫາ
ກອງປະຊຸມສະພາ ຕ່າງຊອກຫາແນວເວົ້າ
ເອົາບັນຫາຄົງຄ້າງ ມາເຜີຍແບຄືນໃຫມ່
ສສພ ເລັງໃຈຖາມຢໍ່ຈີ້ມ ທວງຫລາຍຂັ້ນທ່ານນໍາ
ບັນຫາທວງເລັ່ງແກ້ ຟົດເດືອດໃສ່ເສດຖະກິດ
ຫລາຍແນວໄປຜິດທາງ ຕ່າງເຂດໝາຍມອງໄວ້
ລັດວິສາຫະກິດຄວນໄດ້ ຈັດສັນກັນຄືນໃໝ່
ອັນໃດດີສືບຕໍ່ໄດ້ ອັນໃດເຈັ້ງຮ່ອນລົງ
ເພິ່ນວ່ານ່າ
ອັນທີ່ໜັກໜ່ວງແທ້ ຢືມເງິນເພິ່ນລົງທຶນ
ມັນຫາກຈໍາເປັນທໍາ ເພື່ອຢາກແປງເມືອງບ້ານ
ສະສົມນານມາແລ້ວ ເຖິງຍາມຈໍາເປັນຈ່າຍ
ຫລາຍຕື້ຈັດສົ່ງໃຫ້ ຊັບສິນຄໍ້າສົ່ງເຂົາ
ນັ້ນແລ້ວ
ອັນນຶ່ງ ການກວດກາຈ່າວຮູ້ ຍັງມີຕໍ່ຕາມມາ
ພວກຊອກຫາໂກງກິນ ຢູ່ຂອກແຄແຈຮົ້ວ
ເລກປັບຕົວປິດໄວ້ ໄຂໄປແບບຫລຸດຄ່າ
ເປັນບັນຫາບໍ່ແລ້ວ ຈະໂດນຫນ້າຕໍ່ໄປ
ແທ້ບໍ່?
ທ່ານນາຍົກກໍຮ່ວນຮູ້ ບັນດາສິ່ງສົກກະໂປະ
ທັງໂຕການໃນພຸງ ໝູ່ໜອນເຈາະກິນໃສ້
ຫາຢາໃດມາແກ້ ຍັງຂາດຄຸນເສັຍຄ່າ
ໂອນໍ ຊາດເມືອງລາວມິ່ງຂ້າ ຍັງຈະກົ້ວມົ່ນໄກ
ຢູ່ບໍ?
ລັດຖະມົນຕີ
ທຸກທ່ານເວົ້າ ສະເໜີສິ່ງປັບປຸງ
ມີແນວໃດລຸງລັງ ເພິ່ນສິໄຂທາງແກ້
ກວດກາຜັນແປໃຫ້ ມືອາຊີບຫາໃສ່
ຈະເຮັດໄດ້ທ່ຽງແທ້ ປະຊາເຊື້ອຕໍ່ຄອຍ
ນັ້ນແລ້ວ
ອັນໃດຄວນແບ່ງຫຸ້ນ ອັນໃດເລັ່ງຄຸມເອງ
ວິສາຫະກິດເຕັງຄໍຫອຍ ເລັ່ງລາວເຮົາເປັນເຈົ້າ
ລາຍການມີຈົດເຂົ້າ ສສພ ສະເໜີໃສ່
ຫວັງຮັກສາບໍ່ໃຫ້ ນາຍທຶນຄຸ້ມຂົ່ມປະຊາ
ເຈົ້າເອີ້ຍ
ຫລາຍທ່ານເຫັນແຈ່ມແຈ້ງ ບັນຫາອ່ອນບໍລິຫານ
ຂາດຊໍານານວິຊາການ ເລັ່ງມືອາຊີບເຂົ້າ
ເອົາກວດກາມາຄົ້ນ ຊອກຫາວິທີປ່ຽນ
ບົດຮຽນມາຊ່ວຍແກ້ ໄປຕາມຂັ້ນທີ່ຄວນ
ເພິ່ນວ່ານາ
ທຸກຫນ່ວຍງານທົ່ວແຄ້ວນ ຈໍາເປັນປ່ຽນຄອງເດີມ
ເສີມວິທີທໍາງານ ຫນ່ວຍທີມມາດຖານຂຶ້ນ
ບືນຕົວຮວມກັນກ້າວ ວຽກງານດີຄົນເດັ່ນ
ຄັນຫາກເປັນເທົ່າມື້ນີ້ ກໍຈະເດີ້ມດັ່ງຫລັງ
ນັ້ນແລ້ວ
ເສດຖະກິດຈະເລັ່ງຫນ້າ ຍັງຄາຢູ່ການສຶກສາ
ຊັບພະຍາກອນມະນຸດ ຢ່າເບິ່ງກາຍລືມຖິ້ມ
ຕົກສະໜິມຄົນເຟີ້ ສັນໃດເມືອງສິຮຸ່ງ
ເຖິງຈະງາມພຸ່ງເຫື້ອມ ຄໍາປອມເກ້ຄ່າບໍ່ມີ
ຈະເປັນບໍ່?
ບັນຫາມີລື່ນລົ້ນ ແສນຈະກ່າວກາຍຫມົດ
ລົດບັນທຸກມັນໜັກ ແລ່ນນານມາເຖິງນີ້
ຍັງຫລາຍປີລົດເດີນໜ້າ ຄົນໂດຍສານອົດເມື່ອຍ
ລົດໄປຈອດເລື້ອຍໆ ພາກັນເຖົ້າເຄິ່ງທາງ
ແທ້ບໍ່?
ທຸກບັນຫາທີ່ເວົ້າ ຄວາມຫວັງຕໍ່ການນໍາ
ເປັນຄໍາເຕືອນແຍງທາງ ປ່ຽນຊອກຫາແນວແກ້
ປວງຊົນແລນໍາຈ້ອງ ຢາກເຫັນການຫັນປ່ຽນ
ເປັນແສງທຽນສ່ອງໃຫ້ ລາວເຮົາໄດ້ຮຸ່ງເຮືອງ
ແດ່ທ້ອນ
(ບົດກອນແບບກອນອ່ານປູ່ປາງຄໍາກອນສິບ)
@ວິມາດອກບົວແກ້ວ