ຜ່ານທຸກຫາຄວາມສຸກ.

ຜ່ານທຸກຫາຄວາມສຸກ. (ອອນຊອນ ໄດ້ເຫັນ ແລະ ຟັງສຽງນົກເຂົາ ຮ້ອງເປັນຄູ່ກັນ ຢູ່ເທິງຫລັງຄາເຮືອນ) Never be Lonely! ນົກເຂົາທອງຊ່າງຮ້ອງ ສຽງຄ່ອງນວນຫູ ຄືມີຄູຮຽນສອນ ຊ່ວຍວອນຂັນເວົ້າ ຟັງສຽງເວົາເວົາຈ້ອນ ຄວນຄອນຫາໝູ່ ບິນໄກຊອກຄູ່ຊ້ອນ ຄຽງຂ້າງຮົ່ມດຽວ ເຈົ້າເອີ້ຍ ເຂົາທອງມີຄູ່ແລ້ວ ແປງບ່ອນຮວງຮັງ ມີຄວາມຫວັງເປັນສຸກ ຊື່ນບານເມືອໜ້າ ພາກັນຖະໜອມຕຸ້ມ ສາຍໃຈຜູກແກ່ນ ສາຍແມນມາແຕ່ຟ້າ ພັນກ້ຽວບໍ່ມາຍ ແທ້ແລ້ວ ແປງຮວງຮັງບໍ່ແລ້ວ ຝົນລັ່ງເທລົງ ດົງດອນກາຍເປັນຕົມ ປ່າເລົາທາວຫລົ້ມ ລົມພັດຮັງຖືກມ້າງ ປິວໄປຄົນແຫ່ງ ເສັຍແຮງພຽນກໍ່ສ້າງ ຫລາຍມື້ຜ່ານມາ ແທ້ນ່າ ຊີວິດມີເທື່ອໂອ້ ຕົກຕໍ່າລົງຂຸມ ຈໍາເປັນສຸມພະລັງ ຜ່ານໂພຍໄພສູ້ ມອງດູໄປທາງໜ້າ ຄິດຫາວັນໃໝ່ ຕັດສິນໃຈແກ່ນແໜ້ນ ຄົງ ສົມແມ້ງດັ່ງໝາຍ ແທ້ແລ້ວ @ວິມາດອກບົວແກ້ວ

ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ

ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ ແຕ່ການສືບຕໍ່ປ້ອງກັນ ແລະ ສັກຢາ ຍັງເປັນບັນຫາສໍາຄັນຕ້ານໂຄວິດທີ່ຈະສາມາດລະບາດຄືນໃໝ່ໄດ້ໃນລະດູໜາວຕໍ່ໜ້າ. ການໂຍະຍານເປີດກັບຄືນສູ່ສະພາບເດີມເປັນກ້າວໆໄປ ກໍແມ່ນຄວາມຈໍາເປັນ ໃຫ້ແກ່ບັນຍາກາດ ຊີວິດຈິດໃຈຂອງຄົນໃນສັງຄົມ. ພ້ອມກັນສືບຕໍ່ຍົກບັດຂຽວຕ້ານໂຄວິດ. ເຂັມນຶ່ງແລ້ວ ເຂັມຕໍ່ເຕັມສອງ ກັນໂຄວິດ ຜ່ອນໂພຍໄພຮ້າຍ ໄປມາໄດ້ ເປີດໃຈຫາຍຫ່ວງ ເພາະເພິ່ນເວົ້າ ຢາຕ້ານຊ່ວຍຊູ ວ່ານ່າ ປວງຊົນ ໃຈຕໍ່ຕັ້ງ ເປີດປ່ອຍຄືນມາ ການພົວພັນ ຢ່ອງຢາມເຫັນໜ້າ ສໍາຄັນແທ້ ຈິດໃຈເປັນຫ່ວງ ພົບບໍ່ໄດ້ ດົນແລ້ວງ່ວມເຫງົາ ເຈົ້າເອີ້ຍ ປີປາຍ ກາຍຜ່ານພົ້ນ ເໝືອນດັ່ງນອນຝັນ ຕົກໃນ ປາງມືດມົວ ໝູ່ມານຄອງບ້ານ ຈັບຄົນໄຫວ້ ບະສວງຜີປ່າ ປະຊາ ຫາຊ່ອນຫລີ້ ໜີບ້ານຫ່າງເມືອງ ແທ້ແລ້ວ ຍາມເມື່ອ ນອນຕື່ນຂຶ້ນ ຄົນຊື່ນໄປມາ ໄດ້ຍິນ ສຽງຫົວດັງ ອ່ອນຫວານຈາເວົ້າ ໃຜວ່າ ລາວເຮົາເສົ້າ ຜິດຄວາມເຂົາກ່າວ ໂຄວິດ ກາຍຜ່ານພົ້ນ ແຕງໂປ້ໜ່ວຍປາຍ…

ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້.

ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້. ເຫັນປະຊາອັ່ງຫລົ້ນ ເປັນໝູ່ເນືອງນັນ ຍາດແຊງກັນ ແຂ່ງໂຕຊີງເຂົ້າ ຟັງສຽງເວົ້າ ໂວຍວາຍແຕກຕື່ນ ປືນແຊ່ງໜ້າ ເຖິງເຈົ້າທ່ານໝໍ ພຸ້ນແລ້ວ ຄຶດວ່າ ງານຊໍ່ຟ້າ ປາງໃຫຍ່ບຸນຫລວງ ຄົນທັງປວງ ແຮ່ແຫນໂຮຮ້ອງ ສະຫລອງເຊີ້ງ ຄອງລາວແບບເກົ່າ ຄິດວ່າ ຫລຸດຜ່ອນແລ້ວ ເຊົາເຕົ້າມ່ວນກັນ ລະນາ ໂຄວິດ ຕິດແຜ່ເຊື້ອ ຄົນຕ່າງເກງກົວ ມົວເມົາຄິດ ບໍ່ມີທາງແກ້ ຂໍແຕ່ໄດ້ ສັກຢາເປັນໃຫຍ່ ໃຜກ່າວເວົ້າ ສຸດແລ້ວບໍ່ເກງ ວ່າເດ້ ພາບພົດ ເຜີຍແຜ່ໂລກ ລາວຊ່າງເປັນໄປ ຂາດວິໃນ ຕ່າງເຂົາເຫລືອຫລົ້ນ ຄົນເຄີຍເວົ້າ ລາວຄອງຮີດຄ່ອງ ປອງດອງຕຸ້ມ ສັງປີ້ນໃໝ່ໄປ ແທ້ເດ້ ຄິດຮໍ່າທ້ອນ ທຸກທ່ານທັງຫລາຍ ອະທິປາຍ ຊ່ວຍກັນເປັນເຈົ້າ ເອົາຕົວຕັ້ງ ປຶກສາກັນກ່ອນ ຜັນຜ່ອນໃຫ້ ເປັນຖ້ຽວຕໍ່ກັນ ດີບໍ່…

ຟັງເຫດຟັງຜົນ ເຊື່ອໝັ້ນວິທະຍາຊາດ.

ຟັງເຫດຟັງຜົນ ເຊື່ອໝັ້ນວິທະຍາຊາດ. ສັກຢາຕ້ານໂຄວິດ ຕ້ານແນວຄິດຄອນແຄນ. ຄົນເຮົາ ຈິດໃຈສຸດອັ່ງຮ້ອນ ນອນນັ່ງບໍ່ເປັນສຸກ ເກີດມີຫລາຍແນວຄິດ ແຕ່ບໍ່ຕັດສິນໄດ້ ຖືກຜິດຄວາມເຫັນກ້ວາງ ຫລາຍຄົນພາກັນກ່າວ ປົກປິດຫລືລັບຊ້ອນ ຈະຟັງກໍ້າຝ່າຍໃດ ເດ້ນໍ ບາງຄວາມເຫັນກ່າວເວົ້າ ຄືປິດບ່ຽງຄວາມຈິງ ຢາວັກຊິນເປັນຜິດ ແກ່ຍາວດົນໄປຫນ້າ ນາຍທຶນຫາທາງຄ້າ ການຢາກໍາໄລຮ່ວມ ເຂົາທໍາການແຕ່ງປັ້ນ ຄົນເຮົາຢ້ານຕື່ນກົວ ວ່ານ່າ ຖືກຫລືຜິດບໍ່ຮູ້ ຫາງສຽງຕໍ່ຕໍາກັນ ວິທະຍາສາດຍົກ ຮ່າງປະເດັນຫລາຍເລື້ອງ ຄົນຟັງຍັງອຸກແຄ້ນ ຢາດີຫລືຢາຊົ່ວ ໃຜຈະມາຊ່ວຍປ້ອງ ຫາກເປັນເປັ້ຍລ່ອຍຕາມ ຄວາມເກງກົວຢ່ອນຢ້ານ ພາຄົນຕື່ນຕາມກັນ ປົບຫນີໂຄໂຣນາ ຢູ່ໃສຍັງກົວຢ້ານ ຕິດເຊື້ອຫມໍປົວໄດ້ ຄືນຫາຍດີໃຄແດ່ ແພດຫມໍຫາກເກັ່ງແທ້ ປົວຄົນໄດ້ອຸ່ນໃຈ ແທ້ແລ້ວ ຢ້ານຫລາຍຫລືບໍ່ຢ້ານ ບັນຫາແຫ່ງແນວຄິດ ຈໍາກັດຫລາຍພາໂຊ ປ່ວຍໃຈກາຍເປັນເສົ້າ ຄົນອຶດຫິວຫາຊື້ ເງິນຫມົດຖົງງານວ່າງ ໃຜຈະມາຊ່ວຍແກ້ ຍັງດົນແທ້ຕື່ມເດືອນ ແທ້ບໍ່ @ວິມາດອກບົວແກ້ວ

ຂໍໃຫ້ປະຊາຊົນພີ່ນ້ອງໄຊຍະບູຣີຈົ່ງພົ້ນໄພ!

ຂໍໃຫ້ປະຊາຊົນພີ່ນ້ອງໄຊຍະບູຣີຈົ່ງພົ້ນໄພ! Überschwemmung in Sayabouri Laos. ເຫັນຂ່າວ ຝົນລັ່ງຍ້ອຍ ຕົກຮໍ່າລິນລົງ ໄຊຍະບູຣີ ເຮັ່ງແຮງດຽວນີ້ ນໍ້າຂຶ້ນ ກໍາລັງຖ້ວມ ຂອງກາຍຕາຝັ່ງ ໄຫລສູ່ບ້ານ ກາຍເຂົ້າສູ່ເມືອງ ແທ້ແລ້ວ ຄົນເຮັ່ງຟ້າວ ຈັດແຈ່ງກັນໜີ ໄປອາໃສ ທີ່ສູງກັນນໍ້າ ງົວຄວາຍພ້ອມ ສັດສາວາສິ່ງ ຂອງເຄື່ອງໃຊ້ ພໍໄດ້ຫົ່ມກາຍ ເຈົ້າເອີ້ຍ ຂອງເອີ້ຍ ຫລຸດຜ່ອນເຖີ້ນ ຕົກຕໍ່າຖອຍລົງ ມີຫຍັງຂັດ ກໍ່ຜິດໃຈເຈົ້າ ຂໍຈົ່ງ ໂຍະຍານໃຫ້ ຊາວໄຊທຸກສິ່ງ ທຸກຍິ່ງຊໍ້າ ໃຜສ້າງກໍ່ກັມ ເດ້ນໍ ຂໍກ່າວເວົ້າ ຝາກສົ່ງແຮງໃຈ ໄຊຍະບູຣີ ຜ່ານໄພດີໄດ້ ປອດໄພເຖີ້ນ ຊັບສິນທຸກຢ່າງ ທາງການ ຄົງຊ່ວຍຄໍ້າ ຄືນສ້າງຊ່ວຍຊູ ດ້ວຍເຖີ້ນ @ວິມາດອກບົວແກ້ວ ຮູບຈາກເພື່ອນເຟດ

ອາກາດຮ້ອນ ຫາທ່ຽວຊົມສວນ.

ອາກາດຮ້ອນ ຫາທ່ຽວຊົມສວນ. Wir hoffen auf eine gute Ernte. ມື້ນີ້ ແສງຕາເວັນສ່ອງຟ້າ ຮຽມຫາຍ່າງໃນສວນ ພຶກສາຊວນເຊີຍຊົມ ເບັ່ງບານມີລົມຕ້ອງ ແສງສີທອງໃສແຈ້ງ ພາກາຍໃຈສົດຊື່ນ ມາລາບານເບັ່ງຂຶ້ນ ຢືນຊີງຊ້ອນແຂ່ງກັນ ເຈົ້າເອີ້ຍ ແສງຕາເວັນຊ່ວຍໃຫ້ ພຶກສາຊື່ນບານໃບ ໄກສອນປິວຕາມລົມ ຫລົ່ນລົງຢາຍຕາມພື້ນ ຫລຽວຄືນຫລັງເຫັນຕົ້ນ ແອບເປິນສູງກົກໃຫຍ່ ດອກຂາວເຕັມງ່າໄມ້ ມີລົມຕ້ອງກິ່ນຫອມ ແທ້ແລ້ວ ແນມເຫັນແມງພູ່ເຜິ້ງ ບິນຕອມໃຕ່ໄປມາ ຫາເກສອນຂອງຫວານ ສົ່ງສຽງອອນຊອນແທ້ ເຫລາະລຽບຕາມແຈຮົ້ວ ມາລາຢາຍເກາະກ່າຍ ມີຫລາຍສີຊື່ນຊ້ອຍ ຕາຊົມແລ້ວຊື່ນໃຈ ແທ້ເດ້ ໃຈປະສົງຕໍ່ຕັ້ງ ແອບເປິນໃຫຍ່ດົກໜາ ການເວລາສາມເດືອນ ຜ່ານໄປຄົງເຫັນໄດ້ ຈະມີຜົນຫລາຍໃຫ້ ລໍຟັງການເກັບກ່ຽວ ໃຈຮຽມເດັດດ່ຽວໝັ້ນ ຄົງສົມໄດ້ດັ່ງຫວັງ ແທ້ແລ້ວ @ວິມາດອກບົວແກ້ວ

ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ –

ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ – Asyl-Bienen. ເປັນຫຍັງນໍ ຝູງໝູ່ເຜິ້ງ ຈຶ່ງໜີບ່ອນເຄີຍເນົາ ບິນໄກ ຫາຮວງຮັງ ໃໝ່ແທນເຊົາຢັ້ງ ໃຜນໍ ຫລຸກລາມເຈົ້າ ກວນຮັງແຕກຕື່ນ ຈໍາເປັນ ໜີເພິ່ງໜ້າ ຫາຊົ້ນໃໝ່ແທນ ເຈົ້າເອີ້ຍ ຫລາຍຊີວິດ ໂຮມຮ່ວມເຂົ້າ ເປັນນຶ່ງໃຈດຽວ ເຖິງວ່າ ມີໂພຍໄພ ບໍ່ຍອມຖອຍກ້າວ ພ້ອມກັນ ຮັກສາເຊື້ອ ໃຈດຽວເປັນໝູ່ ແມ່ນວ່າ ໄພເຮັ່ງຮ້ອນ ທົນສູ້ຮ່ວມກັນ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ

ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ ເຢັນກາຍ ມີລົມພັດ ຜ່ອນຄາຍຄວາມຮ້ອນ ສຸດທີ່ ອອນຊອນແທ້ ດິນແດນເມືອງເພິ່ນ ຮຽມນີ້ ຢາກຂໍບິນເວີ່ນໄດ້ ຄືກັ້ງຮົ່ມເຫັນ ແທ້ເດ້ ສະພາບການ ໂຄໂຣນາ ຜ່ອນຄາຍຫລາຍແລ້ວ ໄປທ່ຽວໄດ້ ເຮັດການກວດໂດຍໄວ. ໄປທາງໃດ ເໝືອນດັ່ງວ່າ ໂຄໂຣນາໝົດໄປແລ້ວ, ຜູ້ຄົນເບີກບານ. ຄືດັ່ງວ່າ ໄດ້ຕື່ນຈາກຝັນຮ້າຍໂຄໂຣນາ. ຂໍໃຫ້ທຸກສິ່ງຢ່າງ ຈົ່ງສືບຕໍ່ດີຂຶ້ນໄປເລື້ອຍໆ ເປີດກ້ວາງໄດ້ ໃນທຸກແຫ່ງຫົນ. @ວິມາດອກບົວແກ້ວ

ໄປຕ່າງເພິ່ນ ເດີນໜ້າ ຈຶ່ງເຖິງ ແທ້ນ່າ

ໄປຕ່າງເພິ່ນ ເດີນໜ້າ ຈຶ່ງເຖິງ ແທ້ນ່າ (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເພິ່ນວ່າ ເຂົາກໍ່ສ້າງ ທາງຍ່າງຄົນທຽວ ຕາມກັນມາ ແຕ່ເນີນນານແລ້ວ ສັນໃດຕ້ອງ ປີນຮາວຢຽບໄຜ່ ຜິດຕໍ່ເຄົ້າ ຂັດເຊື້ອໜໍ່ແໜງ ວ່າເດ້ ບົວບໍ່ຊໍ້າ ເຮືອລ່ອງຕາມຄອງ ປູປາມີ ໄລ່ກັນໃນນໍ້າ ພຽງພໍແລ້ວ ຫລາຍຄົນເຂົາກ່າວ ເຊົາເປັ່ງຮ້ອງ ປຸກແຂ້ຕື່ນນອນ ຢ່າແລ້ວ ເຄືອໄຕ່ໄມ້ ຍາງໃຫຍ່ບັງແສງ ລໍາມັນສູງ ຊື່ຕົງຢືນຕັ້ງ ຍອຍເຄືອຫຸ້ມ ທາວໄປສູງສົ່ງ ບາດວ່າ ຍາງທ່າວລົ້ມ ເຄືອໄມ້ໄຕ່ດິນ ແທ້ນ່າ ຫາກເຈົ້າ ຢືນຕໍ່ໜ້າ ພູໃຫຍ່ສູງຊັນ ມີໃຈຫວັງ ຜ່ານເທິງໄປໜ້າ ຖົງໜັກເປ້ ຫລຸດລົງປະປ່ອຍ ເກາະກ່າຍຂຶ້ນ ເຖິງແທ້ທີ່ໝາຍ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ເນື່ອງໃນໂອກາດ ໄດ້ເຂົ້າຮ່ວມກຸ່ມ ຂອງວົງການກະວີນິພົນລາວທົ່ວໂລກ.

ເນື່ອງໃນໂອກາດ ໄດ້ເຂົ້າຮ່ວມກຸ່ມ ຂອງວົງການກະວີນິພົນລາວທົ່ວໂລກ. #ວິມາດອກບົວແກ້ວ ຮຽມນີ້ ອອກຫ່າງບ້ານ ເດີນຜ່ານມາເຖິງ ເວີງວັງກອນ ທົ່ງກະວີລາວຂ້ອຍ ຂໍເຕີມຕ້ອຍ ໄຂກອນຖາມຂ່າວ ມາຍັງ ທຸກທ່ານເຈົ້າ ປະນົມນ້ອມສົ່ງຄວາມ ທ່ານເອີ້ຍ ຮຽມຍ່າງຫຍ້າຍ ເດີນອ່ານບົດກອນ ແສນອອນຊອນ ຊື່ນໃຈເຫລືອລໍ້າ ກະວີ ນໍາຮອຍເຈົ້າ ປາງຄໍາອົງປູ່ ທຸກທ່ານ ຊູຊ່ວຍຍູ້ ກອນຊຶ້ງຄ່ອງຄໍາ ແທ້ເດ້ ຮຽມນຶກ ເຖິງກ່ອນກີ້ ຕອນປູ່ຂຽນກອນ ຄົງຫວັງສອນ ຫນຸ່ມລາວຮຽນຮູ້ ສຶກສາ ຫູຕາແຈ້ງ ອາຄົມແຂງແກ່ນ ສັງສິນໄຊ ເປັນແວ່ນໃຫ້ ແຍງເປົ້າໃສ່ທາງ ເຈົ້າເອີ້ຍ ຮຽມນີ້ ຂໍກ່າວຢ້າ ຫວັງຮໍ່າຮຽນກອນ ຫາກວ່າ ຕອນວັກໃດ ຫ່າງໄກໂຄງເຄົ້າ ຂໍເພື່ອນ ກະວີເວົ້າ ໄຂຄວາມຊູຊ່ວຍ ຂອບຄຸນ ທຸກທ່ານດ້ວຍ ເຊີນຕ້ອຍຕື່ມຄວາມ ແດ່ທ້ອນ @ວິມາດອກບົວແກ້ວ

ຊ່ວງເວລາ ພາໃຫ້ຄິດ.

ຊ່ວງເວລາ ພາໃຫ້ຄິດ. ແມ່ນບໍ່ ເຂົາວ່ານ້ອງ ເນົາຢູ່ເຮືອນຊານ ເຊົາໃນການ ທ່ຽວຫາເດີນຫລິ້ນ ການກິນລ້ຽງ ເຊົາເບັຍຢຸດດື່ມ ຮຽນຕື່ມພ້ອມ ພຽນຢ້າວເບິ່ງເຮືອນ ໂຄວິດ ປັບປ່ຽນເຈົ້າ ຫັນໃສ່ການທໍາ ແນວຄິດນໍາ ຕ່າງຫລັງຄາວກີ້ ມີຫຍັງຂ້ອງ ທວງເຖິງຖາມຕໍ່ ຮັກຫໍ່ຫຸ້ມ ພຽນເຈົ້າພໍ່ແມ່ຄີງ ດີແລ້ວ ໂຄວິດ ຍັງແຜ່ເຊື້ອ ສືບຕໍ່ເປັນມານ ເຫດການຍັງ ເຄັ່ງຂຶມຄົນຢ້ານ ການປົກປ້ອງ ຕົນເອງເປັນໃຫຍ່ ປາບເຊື້ອໃຫ້ ຫາຍຮ້ອນຜ່ອນກົວ ແທ້ແລ້ວ ຄິດເດີ້ ຄິດຕໍ່ຕັ້ງ ຫາກໍ່ທໍາດີ ມີສິນທໍາ ກັ່ນຕອງເມືອໜ້າ ອົດສາສູ້ ຫາທາງຕາມໃຕ່ ໄປສູ່ເປົ້າ ຄຸນລໍ້າຄ່າສູງ ນ້ອງເອີ້ຍ @ວິມາດອກບົວແກ້ວ

ທໍາມະຊາດ ສະພາບແວດລ້ອມ ຄືແຫລ່ງນຶ່ງ

ທໍາມະຊາດ ສະພາບແວດລ້ອມ ຄືແຫລ່ງນຶ່ງ ລໍ່ລ້ຽງຊີບຄົນລາວ ໃນຍາມລອກດາວ. ຈົ່ງປົກປ້ອງຮັກສາທໍາມະຊາດ! Schutz der Umwelt! ໂອ້ ທໍາມະຊາດແຫ່ງຫ້ອງ ເມືອງລາວໃຫຍ່ອຸດົມ ປູປາມີໃນໜອງ ຮ່ອງບຶງລໍາທານກ້ວາງ ຕາມຕີນພູດົງໄມ້ ສັດສານານາສິ່ງ ພືດພັນທັງໜໍ່ໄມ້ ຍັງຫາໄດ້ຢູ່ກິນ ແທ້ແລ້ວ ຍາມອຶດຫິວຫ່ວນທ້ອງ ໄປໃນປ່າຫາກິນ ແລງງາຍຍັງພໍມີ ຜ່ອນຄາຍຄວາມຫິວໄດ້ ມົດແດງແມງແຄງພ້ອມ ກະປອມທັງນົກແອ່ນ ທໍາມະຊາດຍັງຊ່ວຍໃຫ້ ຄົນລາວໄດ້ອີ່ມກີນ ແທ້ແລ້ວ ໃນສວນຕິດຕໍ່ບ້ານ ອຸດົມຍິ່ງຂອງກິນ ໝີ້ມ່ວງອາໂວຄາໂດ ຮຸ່ງລໍາໄຍກະເດົາຕົ້ນ ໃຜຫາກເອົາໃຈສ້າງ ຫາທາງອອກແຮງໃສ່ ຍາມອຶດມາບໍ່ແຄ້ນ ຜົນພັນໄມ້ຊ່ວຍຊູ ເຈົ້າເອີ້ຍ ລອກດາວກົດໜ່ວງກັ້ນ ການໄປສູ່ຫາກັນ ຕະຫລາດຂາຍຂອງໂຈະ ເຄື່ອງກິນແພງສູງຂຶ້ນ ໂກໂຣນາພິສູດໃຫ້ ໃຜເປັນຕົນເອງແດ່ ມີກິນນອນຢູ່ໄດ້ ທົນທານສູ້ຜ່ານລອກດາວ ນັ້ນແລ້ວ ທໍາມະຊາດຄ່າລໍ້າ ຄົນເຮົາເພິ່ງຫາກິນ ໂຮມໃຈກັນຮັກສາ ປ່າດົງພົງໄພໄວ້ ການທໍາລາຍດັບສ້ຽງ ອັນຕະລາຍຈະຕາມຕໍ່ ຊອກຫາກິນບໍ່ໄດ້ ສັງຄົມເສົ້າແນ່ນອນ ແທ້ແລ້ວ…

ຄວາຍດໍານ້ອຍ ສືບເຊື້ອພໍ່ມັນ.

ຄວາຍດໍານ້ອຍ ສືບເຊື້ອພໍ່ມັນ. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ຜ່ອນຄາຍອາລົມ ຕາມທົ່ງໄຮ່ທົ່ງນາ. ອັນວ່າ ຄວາຍອີ່ຕູ້ ເຂົາໃຫຍ່ກອມດີ ຍາມເຮັດນາ ແມ່ມານຖືທ້ອງ ພໍ່ນາ ຈໍາເປັນໄດ້ ຫາຄວາຍເຂົາເຊົ່າ ຄວາຍພໍ່ຕູ້ ເຂົາກ້ອມງ່ອມດີ ແທ້ແລ້ວ ທຸກມື້ ຄວາຍອີ່ຕູ້ ຖືກລ່າມໃນຄັງ ຄໍແຂນລໍ ສັ່ນໂດງດັງກ້ອງ ຄວາຍບັກຕູ້ ດຶງໄຖຄາດແກ່ ຕົມໂຄ່ນຂຶ້ນ ດຸກກັ້ງຕື່ນລອຍ ແທ້ແລ້ວ ອັນວ່າ ຄວາຍພໍ່ຕູ້ ໜອກໃຫຍ່ໂຕກົມ ແຮງມັນຫລາຍ ບ່າວຊອນຄວາຍຜູ້ ໄຖນາແລ້ວ ໄປຄັງຖືກລ່າມ ຄວາຍອີ່ຕູ້ ຕາຈ້ອງເບິ່ງແນມ ຍາມເມື່ອ ຕົກວ່ານກ້າ ໃນທົ່ງຂຽວດີ ນາຖືກດໍາ ທົ່ວກັນເສັດສິ້ນ ພໍດີໄດ້ ຄວາຍດໍາເກີດໃຫມ່ ນາມໜໍ່ຜູ້ ດໍານ້ອຍແມ່ມັນ ເຈົ້າເອີ້ຍ ຄວາຍອີ່ຕູ້ ລູກອ່ອນຕາມຕິດ ສະນຸກກິນ ອີ່ມພຸງເບັງທ້ອງ ກິນກົກກ້າ ເຫລືອນາເຕັມທົ່ງ ຄວາຍພໍ່ຕູ້ ນາແລ້ວຜ່ອນແຮງ…