ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ

ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ
ເຢັນກາຍ ມີລົມພັດ ຜ່ອນຄາຍຄວາມຮ້ອນ
ສຸດທີ່ ອອນຊອນແທ້ ດິນແດນເມືອງເພິ່ນ
ຮຽມນີ້ ຢາກຂໍບິນເວີ່ນໄດ້ ຄືກັ້ງຮົ່ມເຫັນ ແທ້ເດ້
ສະພາບການ ໂຄໂຣນາ ຜ່ອນຄາຍຫລາຍແລ້ວ
ໄປທ່ຽວໄດ້ ເຮັດການກວດໂດຍໄວ.
ໄປທາງໃດ ເໝືອນດັ່ງວ່າ ໂຄໂຣນາໝົດໄປແລ້ວ,
ຜູ້ຄົນເບີກບານ.
ຄືດັ່ງວ່າ ໄດ້ຕື່ນຈາກຝັນຮ້າຍໂຄໂຣນາ.
ຂໍໃຫ້ທຸກສິ່ງຢ່າງ ຈົ່ງສືບຕໍ່ດີຂຶ້ນໄປເລື້ອຍໆ
ເປີດກ້ວາງໄດ້ ໃນທຸກແຫ່ງຫົນ.
🙏🙏🙏
@ວິມາດອກບົວແກ້ວ