ເນື່ອງໃນໂອກາດ ໄດ້ເຂົ້າຮ່ວມກຸ່ມ ຂອງວົງການກະວີນິພົນລາວທົ່ວໂລກ.

ເນື່ອງໃນໂອກາດ ໄດ້ເຂົ້າຮ່ວມກຸ່ມ ຂອງວົງການກະວີນິພົນລາວທົ່ວໂລກ. #ວິມາດອກບົວແກ້ວ ຮຽມນີ້ ອອກຫ່າງບ້ານ ເດີນຜ່ານມາເຖິງ ເວີງວັງກອນ ທົ່ງກະວີລາວຂ້ອຍ ຂໍເຕີມຕ້ອຍ ໄຂກອນຖາມຂ່າວ ມາຍັງ ທຸກທ່ານເຈົ້າ ປະນົມນ້ອມສົ່ງຄວາມ ທ່ານເອີ້ຍ ຮຽມຍ່າງຫຍ້າຍ ເດີນອ່ານບົດກອນ ແສນອອນຊອນ ຊື່ນໃຈເຫລືອລໍ້າ ກະວີ ນໍາຮອຍເຈົ້າ ປາງຄໍາອົງປູ່ ທຸກທ່ານ ຊູຊ່ວຍຍູ້ ກອນຊຶ້ງຄ່ອງຄໍາ ແທ້ເດ້ ຮຽມນຶກ ເຖິງກ່ອນກີ້ ຕອນປູ່ຂຽນກອນ ຄົງຫວັງສອນ ຫນຸ່ມລາວຮຽນຮູ້ ສຶກສາ ຫູຕາແຈ້ງ ອາຄົມແຂງແກ່ນ ສັງສິນໄຊ ເປັນແວ່ນໃຫ້ ແຍງເປົ້າໃສ່ທາງ ເຈົ້າເອີ້ຍ ຮຽມນີ້ ຂໍກ່າວຢ້າ ຫວັງຮໍ່າຮຽນກອນ ຫາກວ່າ ຕອນວັກໃດ ຫ່າງໄກໂຄງເຄົ້າ ຂໍເພື່ອນ ກະວີເວົ້າ ໄຂຄວາມຊູຊ່ວຍ ຂອບຄຸນ ທຸກທ່ານດ້ວຍ ເຊີນຕ້ອຍຕື່ມຄວາມ ແດ່ທ້ອນ @ວິມາດອກບົວແກ້ວ