ທໍາມະຊາດ ສະພາບແວດລ້ອມ ຄືແຫລ່ງນຶ່ງ

ທໍາມະຊາດ ສະພາບແວດລ້ອມ ຄືແຫລ່ງນຶ່ງ ລໍ່ລ້ຽງຊີບຄົນລາວ ໃນຍາມລອກດາວ. ຈົ່ງປົກປ້ອງຮັກສາທໍາມະຊາດ! Schutz der Umwelt! ໂອ້ ທໍາມະຊາດແຫ່ງຫ້ອງ ເມືອງລາວໃຫຍ່ອຸດົມ ປູປາມີໃນໜອງ ຮ່ອງບຶງລໍາທານກ້ວາງ ຕາມຕີນພູດົງໄມ້ ສັດສານານາສິ່ງ ພືດພັນທັງໜໍ່ໄມ້ ຍັງຫາໄດ້ຢູ່ກິນ ແທ້ແລ້ວ ຍາມອຶດຫິວຫ່ວນທ້ອງ ໄປໃນປ່າຫາກິນ ແລງງາຍຍັງພໍມີ ຜ່ອນຄາຍຄວາມຫິວໄດ້ ມົດແດງແມງແຄງພ້ອມ ກະປອມທັງນົກແອ່ນ ທໍາມະຊາດຍັງຊ່ວຍໃຫ້ ຄົນລາວໄດ້ອີ່ມກີນ ແທ້ແລ້ວ ໃນສວນຕິດຕໍ່ບ້ານ ອຸດົມຍິ່ງຂອງກິນ ໝີ້ມ່ວງອາໂວຄາໂດ ຮຸ່ງລໍາໄຍກະເດົາຕົ້ນ ໃຜຫາກເອົາໃຈສ້າງ ຫາທາງອອກແຮງໃສ່ ຍາມອຶດມາບໍ່ແຄ້ນ ຜົນພັນໄມ້ຊ່ວຍຊູ ເຈົ້າເອີ້ຍ ລອກດາວກົດໜ່ວງກັ້ນ ການໄປສູ່ຫາກັນ ຕະຫລາດຂາຍຂອງໂຈະ ເຄື່ອງກິນແພງສູງຂຶ້ນ ໂກໂຣນາພິສູດໃຫ້ ໃຜເປັນຕົນເອງແດ່ ມີກິນນອນຢູ່ໄດ້ ທົນທານສູ້ຜ່ານລອກດາວ ນັ້ນແລ້ວ ທໍາມະຊາດຄ່າລໍ້າ ຄົນເຮົາເພິ່ງຫາກິນ ໂຮມໃຈກັນຮັກສາ ປ່າດົງພົງໄພໄວ້ ການທໍາລາຍດັບສ້ຽງ ອັນຕະລາຍຈະຕາມຕໍ່ ຊອກຫາກິນບໍ່ໄດ້ ສັງຄົມເສົ້າແນ່ນອນ ແທ້ແລ້ວ…