ໄປຕ່າງເພິ່ນ ເດີນໜ້າ ຈຶ່ງເຖິງ ແທ້ນ່າ

ໄປຕ່າງເພິ່ນ ເດີນໜ້າ ຈຶ່ງເຖິງ ແທ້ນ່າ (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເພິ່ນວ່າ ເຂົາກໍ່ສ້າງ ທາງຍ່າງຄົນທຽວ ຕາມກັນມາ ແຕ່ເນີນນານແລ້ວ ສັນໃດຕ້ອງ ປີນຮາວຢຽບໄຜ່ ຜິດຕໍ່ເຄົ້າ ຂັດເຊື້ອໜໍ່ແໜງ ວ່າເດ້ ບົວບໍ່ຊໍ້າ ເຮືອລ່ອງຕາມຄອງ ປູປາມີ ໄລ່ກັນໃນນໍ້າ ພຽງພໍແລ້ວ ຫລາຍຄົນເຂົາກ່າວ ເຊົາເປັ່ງຮ້ອງ ປຸກແຂ້ຕື່ນນອນ ຢ່າແລ້ວ ເຄືອໄຕ່ໄມ້ ຍາງໃຫຍ່ບັງແສງ ລໍາມັນສູງ ຊື່ຕົງຢືນຕັ້ງ ຍອຍເຄືອຫຸ້ມ ທາວໄປສູງສົ່ງ ບາດວ່າ ຍາງທ່າວລົ້ມ ເຄືອໄມ້ໄຕ່ດິນ ແທ້ນ່າ ຫາກເຈົ້າ ຢືນຕໍ່ໜ້າ ພູໃຫຍ່ສູງຊັນ ມີໃຈຫວັງ ຜ່ານເທິງໄປໜ້າ ຖົງໜັກເປ້ ຫລຸດລົງປະປ່ອຍ ເກາະກ່າຍຂຶ້ນ ເຖິງແທ້ທີ່ໝາຍ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ

ຍ້ອນມີ ຫລາຍຮົ່ມກັ້ງ ຝົນເລີຍຫ່າງໄກໜີ ເຢັນກາຍ ມີລົມພັດ ຜ່ອນຄາຍຄວາມຮ້ອນ ສຸດທີ່ ອອນຊອນແທ້ ດິນແດນເມືອງເພິ່ນ ຮຽມນີ້ ຢາກຂໍບິນເວີ່ນໄດ້ ຄືກັ້ງຮົ່ມເຫັນ ແທ້ເດ້ ສະພາບການ ໂຄໂຣນາ ຜ່ອນຄາຍຫລາຍແລ້ວ ໄປທ່ຽວໄດ້ ເຮັດການກວດໂດຍໄວ. ໄປທາງໃດ ເໝືອນດັ່ງວ່າ ໂຄໂຣນາໝົດໄປແລ້ວ, ຜູ້ຄົນເບີກບານ. ຄືດັ່ງວ່າ ໄດ້ຕື່ນຈາກຝັນຮ້າຍໂຄໂຣນາ. ຂໍໃຫ້ທຸກສິ່ງຢ່າງ ຈົ່ງສືບຕໍ່ດີຂຶ້ນໄປເລື້ອຍໆ ເປີດກ້ວາງໄດ້ ໃນທຸກແຫ່ງຫົນ. @ວິມາດອກບົວແກ້ວ