ຜ່ານທຸກຫາຄວາມສຸກ.

ຜ່ານທຸກຫາຄວາມສຸກ. (ອອນຊອນ ໄດ້ເຫັນ ແລະ ຟັງສຽງນົກເຂົາ ຮ້ອງເປັນຄູ່ກັນ ຢູ່ເທິງຫລັງຄາເຮືອນ) Never be Lonely! ນົກເຂົາທອງຊ່າງຮ້ອງ ສຽງຄ່ອງນວນຫູ ຄືມີຄູຮຽນສອນ ຊ່ວຍວອນຂັນເວົ້າ ຟັງສຽງເວົາເວົາຈ້ອນ ຄວນຄອນຫາໝູ່ ບິນໄກຊອກຄູ່ຊ້ອນ ຄຽງຂ້າງຮົ່ມດຽວ ເຈົ້າເອີ້ຍ ເຂົາທອງມີຄູ່ແລ້ວ ແປງບ່ອນຮວງຮັງ ມີຄວາມຫວັງເປັນສຸກ ຊື່ນບານເມືອໜ້າ ພາກັນຖະໜອມຕຸ້ມ ສາຍໃຈຜູກແກ່ນ ສາຍແມນມາແຕ່ຟ້າ ພັນກ້ຽວບໍ່ມາຍ ແທ້ແລ້ວ ແປງຮວງຮັງບໍ່ແລ້ວ ຝົນລັ່ງເທລົງ ດົງດອນກາຍເປັນຕົມ ປ່າເລົາທາວຫລົ້ມ ລົມພັດຮັງຖືກມ້າງ ປິວໄປຄົນແຫ່ງ ເສັຍແຮງພຽນກໍ່ສ້າງ ຫລາຍມື້ຜ່ານມາ ແທ້ນ່າ ຊີວິດມີເທື່ອໂອ້ ຕົກຕໍ່າລົງຂຸມ ຈໍາເປັນສຸມພະລັງ ຜ່ານໂພຍໄພສູ້ ມອງດູໄປທາງໜ້າ ຄິດຫາວັນໃໝ່ ຕັດສິນໃຈແກ່ນແໜ້ນ ຄົງ ສົມແມ້ງດັ່ງໝາຍ ແທ້ແລ້ວ @ວິມາດອກບົວແກ້ວ