ຄວາຍດໍານ້ອຍ ສືບເຊື້ອພໍ່ມັນ.

ຄວາຍດໍານ້ອຍ ສືບເຊື້ອພໍ່ມັນ. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ຜ່ອນຄາຍອາລົມ ຕາມທົ່ງໄຮ່ທົ່ງນາ. ອັນວ່າ ຄວາຍອີ່ຕູ້ ເຂົາໃຫຍ່ກອມດີ ຍາມເຮັດນາ ແມ່ມານຖືທ້ອງ ພໍ່ນາ ຈໍາເປັນໄດ້ ຫາຄວາຍເຂົາເຊົ່າ ຄວາຍພໍ່ຕູ້ ເຂົາກ້ອມງ່ອມດີ ແທ້ແລ້ວ ທຸກມື້ ຄວາຍອີ່ຕູ້ ຖືກລ່າມໃນຄັງ ຄໍແຂນລໍ ສັ່ນໂດງດັງກ້ອງ ຄວາຍບັກຕູ້ ດຶງໄຖຄາດແກ່ ຕົມໂຄ່ນຂຶ້ນ ດຸກກັ້ງຕື່ນລອຍ ແທ້ແລ້ວ ອັນວ່າ ຄວາຍພໍ່ຕູ້ ໜອກໃຫຍ່ໂຕກົມ ແຮງມັນຫລາຍ ບ່າວຊອນຄວາຍຜູ້ ໄຖນາແລ້ວ ໄປຄັງຖືກລ່າມ ຄວາຍອີ່ຕູ້ ຕາຈ້ອງເບິ່ງແນມ ຍາມເມື່ອ ຕົກວ່ານກ້າ ໃນທົ່ງຂຽວດີ ນາຖືກດໍາ ທົ່ວກັນເສັດສິ້ນ ພໍດີໄດ້ ຄວາຍດໍາເກີດໃຫມ່ ນາມໜໍ່ຜູ້ ດໍານ້ອຍແມ່ມັນ ເຈົ້າເອີ້ຍ ຄວາຍອີ່ຕູ້ ລູກອ່ອນຕາມຕິດ ສະນຸກກິນ ອີ່ມພຸງເບັງທ້ອງ ກິນກົກກ້າ ເຫລືອນາເຕັມທົ່ງ ຄວາຍພໍ່ຕູ້ ນາແລ້ວຜ່ອນແຮງ…