ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ –

ໝູ່ເຜິ້ງອົບພະຍົບ ມາລີ້ໄພຢູ່ສວນ –
Asyl-Bienen.
ເປັນຫຍັງນໍ ຝູງໝູ່ເຜິ້ງ ຈຶ່ງໜີບ່ອນເຄີຍເນົາ
ບິນໄກ ຫາຮວງຮັງ ໃໝ່ແທນເຊົາຢັ້ງ
ໃຜນໍ ຫລຸກລາມເຈົ້າ ກວນຮັງແຕກຕື່ນ
ຈໍາເປັນ ໜີເພິ່ງໜ້າ ຫາຊົ້ນໃໝ່ແທນ ເຈົ້າເອີ້ຍ
ຫລາຍຊີວິດ ໂຮມຮ່ວມເຂົ້າ ເປັນນຶ່ງໃຈດຽວ
ເຖິງວ່າ ມີໂພຍໄພ ບໍ່ຍອມຖອຍກ້າວ
ພ້ອມກັນ ຮັກສາເຊື້ອ ໃຈດຽວເປັນໝູ່
ແມ່ນວ່າ ໄພເຮັ່ງຮ້ອນ ທົນສູ້ຮ່ວມກັນ ເຈົ້າເອີ້ຍ
@ວິມາດອກບົວແກ້ວ