ບັ້ງເຊີ້ງໂຄວິດ19 ເຕືອນໃຈ ຂັບໄຫລ່ໂຄວິດ

#ບັ້ງເຊີ້ງໂຄວິດ19 ເຕືອນໃຈ ຂັບໄຫລ່ໂຄວິດ. ໂອລະໂອ ບັກເຖົ້າໂຄວິດ ມຶງແຜ່ຕິດ ໂດດເຕັ້ນໄປມາ ທຽວຊອກຫາ ພວກກິນພວກຫລິ້ນ ພວກດູມິ່ນ ລັກລອບໄປມາ ມຶງຊອກຫາ ຄົນນ້ອຍຄົນນຸ່ມ ແລ້ວປົດກຸ່ມ ຕິດຫ້ອຍໄປນໍາ ໄປທໍາກໍາ ຄົນເຖົ້າຄົນແກ່ ຂ້າພໍ່ແມ່ ພວກກໍ່ເສເພ ໜ່າຍມຶງເດ້ ບັກເຖົ້າໂຄວິດ ໃຜບໍ່ປິດ ອັດປາກອັດດັງ ມຶງໂລດຊັງ ເອົາເຂົາຕິດເຊື້ອ ເອົາເປັນເຍື່ອ ເຈາະຈີ້ມດູດກິນ ບັດນີ້ ມຶງສິສິ້ນ ດັບເຊື້ອດັບສາຍ ຄົນທັງຫລາຍ ປ້ອງກັນຢູ່ຫ່າງ ມຶງໝົດທາງ ໂດດເຕັ້ນໄປມາ ໜີເຖີດນາ ບັກໂຄວິດເຖົ້າ ເຂົາສິເອົາ ຢາສັກສີດໄລ່ ໄປມຶງໄປ ປ່ຽນເຊື້ອປ່ຽນພັນ ໜີບໍ່ທັນ ມຶງຈະສິ້ນຊາດ ຄົນສະຫລາດ ເຂົາບໍ່ເສີເພີ້ ແພດໝໍເດີ້ ເພິ່ນເອົາໃຈໃສ່ ກໍາລັງໃຈ ເຕັມບ້ານເຕັມເມືອງ ໃຜຝືດເຄືອງ ມີຄົນສົດຊ່ວຍ ເພິ່ນມີໜ່ວຍ ສະເພາະກິດການ ອອກຂ່າວສານ ທຸກມື້ເຕືອນປ່າວ ຈົ່ງຟັງຂ່າວ…

„ນິວນໍມານ“ New Normal.

„ນິວນໍມານ“ New Normal. ທີ່ພວກເຮົາ ປາດຖະໜາ! ວິກິດການໂຄວິດ ເປັນການທົດສອບອັນຍິ່ງໃຫຍ່ ເຖິງຄວາມປອງດອງ ແລະ ເຖິງຄວາມຢູ່ລອດທາງດ້ານເສດຖະກິດ ຂອງຊາດລາວເຮົາ. ໂຄວິດ ຍັງຈະຢູ່ ກັບຄົນເຮົາ ດົນນານຕໍ່ໄປ. ຫລາຍອັນ ທີ່ຄົນເຮົາໄດ້ປະເຊີນມາ ແລະ ຍັງຈະປະເຊີນຕໍ່ໄປ, ຫລາຍອັນ ທີ່ຄົນລາວບໍ່ເຄີຍໄດ້ເຮັດ ຈໍາຕ້ອງໄດ້ເຮັດ ຕົວຢ່າງ ການປ້ອງກັນຕົວ, ການໃສ່ຫນ້າກາກ, ການອານາໄມ, ການກັກກັນຢູ່ຫ່າງ, ການຢຸດຕິການຊຸມແຊວຫລິ້ນກິນຟູມເຟືອຍ, ການປະຢັດ ແລະ ຫລາຍໆອັນ ທີເກີດຂຶ້ນ ຄື ການລະບາດເຊື້ອ, ການປັ່ນປ່ວຍກັນໃຊ້ອາລົມຮຸນແຮງ, ການໃສ່ຮ້າຍປ້າຍສີກັນ, ການຕໍານິຕັກເຕືອນກັນ, ຄວາມສົນໃຈຂອງປະຊາຊົນຕໍ່ຊາດ, ຄວາມມີສະຕິ ຂອງປວງຊົນ ຂອງພະນັກງານ ໃນການຕ້ານເຊື້ອ, ຄວາມເສັຍສະລະ ຂອງແພດໝໍຮັກສາຄົນປ່ວຍ ຕຳ​ຫລວດ ທະ​ຫານ ຜູ້ກວດ​ກາ​ຕາມ​ທ້ອງ​ຖິ່ນ ແລະ ຊາຍ​ແດນ ແລະ ອື່ນໆ, ມັນແມ່ນ ພຽງສ່ວນນຶ່ງ ຂອງເຫດການເທົ່ານັ້ນ. ທັງຫມົດເລົ່ານັ້ນ…

Der Supermond! ເດືອນເຕັມດວງ!

Der Supermond! ເດືອນເຕັມດວງ! ໂອ້ ດວງເດືອນຮຸ່ງແຈ້ງ ແສງສົ່ງເຮືອງໃສ ໃຜເດ້ ມອງນໍາເຫັນ ຮ່ວມກັນຕອນນີ້ ເຄີຍພາຄີໄຂເວົ້າ ຍາມເຮົາຄິດຮອດໝູ່ ເພື່ອນເອີ້ຍ ໃຫ້ ດູເດືອນເວີ່ນຟ້າ ແສງຕາຈ້ອມຮ່ວມກັນ ແດ່ເນີ້ @ວິມາດອກບົວແກ້ວ

ໂຄວິດພາເສົ້າ ອົດເອົາເຈົ້າ ຄົນບ້ານໝູ່ເຮົາ.

ໂຄວິດພາເສົ້າ ອົດເອົາເຈົ້າ ຄົນບ້ານໝູ່ເຮົາ. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ໃຜວ່າ ໂລກບໍ່ເສົ້າ ເຊີນອ່ານຫາເຫັນ ແດ່ທ້ອນ ຫລາຍແນວມີ ກໍ່ກວນເປັນຂຶ້ນ ໂຄວິດຮ້າຍ ວິກິດການໃຫຍ່ ທຸກທົ່ວແຄ້ວນ ຄົນເສົ້າມົ່ນໝອງ ແທ້ແລ້ວ ໃຜວ່າ ລາວບໍ່ເສົ້າ ເຂົາຊ່າລືກັນ ເຈົ້າເອີ້ຍ ຄົນເກງກົວ ຢູ່ເຮືອນເນົາບ້ານ ກາງເມືອງກ້ວາງ ຫົນທາງແປນເປົ່າ ຄືນຄໍ່າແລ້ວ ອົບເອົ້າຢູ່ເຮືອນ ແທ້ແລ້ວ ໃຜວ່າ ຄົນບໍ່ຄຽດ ເຂົາດ່າເຕັມໄປ ໃນເຟດສ ຄົນຈອງຫອງ ແຜ່ລາມຕິດເຊື້ອ ລັກລອບເຂົ້າ ປົບການກວດດ່ານ ໄປທົ່ວບ້ານ ນໍາເຊື້ອຕໍ່ກັນ ຫັ້ນເດ້ ໃຜວ່າ ເສດຖະກິດບໍ່ລົ້ມ ເປັນທົ່ວໂລກາ ຄວາມຝືດເຄືອງ ເຮັ່ງຫລາຍໜັກແທ້ ຈໍາເປັນຕ້ອງ ຊູກັນຫັນຜ່ານ ຊີວິດ ຍັງບໍ່ສ້ຽງ ຫາໄດ້ຜ່ອນກັນ ເຈົ້າເອີ້ຍ ແຕ່ວ່າ ວຽງບໍ່ຮ້າງ ຄົນຊ່ອນຕົວກັກ ເທົ່ານັ້ນ ທໍາຕາມຄວາມ…

ບົດແນະນໍາ ຕ້ານການແຜ່ເຊື້ອໂຄວິດ19

ບົດແນະນໍາ #ຕ້ານການແຜ່ເຊື້ອໂຄວິດ19 ຂໍ​ແນະ​ນຳ ວິທີການ ​ຕ້ານການ​ລະບາດແຜ່ເຊື້ອໂຄວິດ19. (ເກັບ​ກຳ​ສັງລວມ ຂຽນ​ຂຶ້ນ ໂດຍ​ອີງ​ໃສ່​ ການປະຕິບັດຂອງຕົນເອງ ອີງໃສ່ຂໍ້​ມູນຄວາມ​ຮູ້ ແລະ ບົດ​ຮຽນ ຂອງ​ສາ​ກົນ) ຢາກ​ເຜີຍ​ແຜ່ ໃຫ້​ຄົນ​ລາວ​ເຮົາ​ໄດ້​ອ່ານ ເພື່ອ​ຄວາມ​ເຂົ້າ​ໃຈ ຫລື ຢໍ້າຄືນ ທີ່ຫລາຍທ່ານອາດຈະໄດ້ເວົ້າບາງຈຸດມາແລ້ວ ເພື່ອນຳ​ໃຊ້​ປະ​ຕິ​ບັດ ຕາມ​ຄວາມ​ເຫມາະ​ສົມ ຈະສາ​ມາດຊ່ວຍ ໃນ​ການ​ປ້ອງ​ກັນ​ ແລະ ຫລຸດ​ຜ່ອນ​ຄວາມ​ຢ້ານ ທີ່​ບໍ່​ສົມ​ເຫດ​ສົມ​ຜົນ. #ຄວາມເປັນອັນຕະລາຍຂອງເຊື້ອໂຄວິດ19 ຜູ້​ອາ​ວຸ​ໂສ ຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ມີອາຍຸສູງກ່ວາ 60 ປີຂຶ້ນໄປທີ່​ມີ​ສຸ​ຂະ​ພາບ​ບໍ່​ດີ ແລະ ຜູ້ເຈັບປ່ວຍ ຫລື ມີສຸຂະພາບອ່ອນເພັຍ ມີພະຍາດໃນຕົວເອງ ແລະ ມີພູມຕ້ານທານຕໍ່າ. ຜູ້​ຄົນ​ທີ່​ມີ​ຄວາມ​ສ່ຽງ​ດັ່ງ​ກ່າວ​ນີ້ ເມື່ອ​ຖືກ​ຕິດ​ເຊື້ອ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ທັນ​ເວ​ລາ ສາ​ມາດ​ເປັນ​ອັນ​ຕະ​ລາຍ​ເຖິງແກ່​ຊີ​ວິດ​ໄດ້. ຊາວນຸ່ມ (ເດັກ​ນ້ອຍ) ທີ່ມີສຸຂະພາບແຂງແຮງດີ ຖ້າຕິດເຊື້ອ ອາດ​ມີອາ​ການ​ເບົາ​ບາງ ຫລື ບໍ່ມີອາການຫຍັງສະແດງອອກ ບໍ່ລົ້ມປ່ວຍ ເຖິງ​ຂັ້ນ​ຫາຍ​ດີ​ເອງ​ໄດ້. ດັ່ງນັ້ນ ກຸ່ມຊາວນຸ່ມ ຈຶ່ງເປັນກຸ່ມທີ່ເປັນອັນຕະລາຍໃນການແຜ່ເຊື້ອ…

ຢາກໃຫ້ຄວາມຝັນ ເປັນຈິງ ແທ້ເດ້.

ຢາກໃຫ້ຄວາມຝັນ ເປັນຈິງ ແທ້ເດ້. (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເດິກດື່ນແລ້ວ ໂມງນຶ່ງກາຍຄືນ ຕາຍັງໃສ ສ່ອງໄປກາຍຫ້ອງ ເຫັນເດືອນແຈ້ງ ແຍງແສງໃສສ່ອງ ສຽງເຄື່ອນຍ້າຍ ລົມຕ້ອງຕ່ອຍຝາ ເຈົ້າເອີ້ຍ ແນວຄິດຂ້ອຍ ລອຍເວີ່ນຟ້າ ຫາທີ່ເຊົາພັກ ໄປຕາມລົມ ຜ່ານເວຫາຍ້າຍ ບາງຄາວວຸ້ນ ຄືລົມພັດເປົ່າ ປີກອ່ອນຕ້ານ ແຮງໄດ້ບໍ່ທົນ ແທ້ແລ້ວ ຕົວປິ່ນປີ້ນ ພິກປິ່ນຕາມຕຽງ ໃຈຍັງສົນ ຮໍ່າຮອນໄປໜ້າ ອົດຈິດຕັ້ງ ຫວັງນອນໄປຕໍ່ ລັບບໍ່ໄດ້ ຝັນເພີ້ມຕື່ມຕາມ ແທ້ນາ ຝັນເຫັນ ຝູງໝູ່ຮຸ້ງ ບິນຜ່ານກາຍທາງ ສຽງບົນແຊວ ປ່າວກັນດັງກ້ອງ ໂຄວິດ ໝົດລິດແລ້ວ ມືຖືລໍາໃຜ່ ພວກເຮົາ ຍັດໃສ່ບັ້ງ ຈະໂຍນຖິ້ມສູ່ທະເລ ນີ້ເດ້ ຮຽມນີ້ ລຸກນັ່ງຂຶ້ນ ຕົກຕື່ນດີໃຈ ຄຶດວ່າ ໂຄວິດຫາຍ ຜ່ານກາຍໄປແລ້ວ ລອກດາວພົ້ນ ຄົນເຮົາຊົມຊື່ນ ໂອນໍ…

ບໍ່​ຢາກ​ໃຫ້ ເຊື້ອ​ໂຄວິດ19 ເພີ້ມ​ຄວາມ​ຢ້ານ​ກົວ ແລະ ທຳ​ລາຍ​ມູນ​ເຊື້ອ​ຄວາມ​ຮັກ​ແພງ​ກັນ​ຂອງ​ຄົນ​ລາວ​ເຮົາ.

ບໍ່​ຢາກ​ໃຫ້ ເຊື້ອ​ໂຄວິດ19 ເພີ້ມ​ຄວາມ​ຢ້ານ​ກົວ ແລະ ທຳ​ລາຍ​ມູນ​ເຊື້ອ​ຄວາມ​ຮັກ​ແພງ​ກັນ​ຂອງ​ຄົນ​ລາວ​ເຮົາ. ເຫດ​ການ​ທີ່​ໄດ້ເກີດ​ຂຶ້ນ ເຮົາ​ບໍ່​ສາ​ມາດ ປີ້ນ​ຄືນ​ໄດ້​ແລ້ວ ແລະ ​​ສະ​ພາບ​ການ​ໃນ​ທົ່ວ​ໂລກ ມັນ​ກໍ​ມີ​ອັນ​ເກີດ​ຂຶ້ນ​ດັ່ງ​ນີ້​ເຊັ່ນ​ກັນ​ ໃນ​ຫລາຍ​ຮູບ​ແບ​ບ ເຖິງວ່າ ບໍ່​ມີ​ໃຜ​ຢາກ​ຖືກ​ຕິດ​ເຊື້ອ​ກໍ​ຕາມ. ຈະ​ວ່າ​ໃຜ​ຖືກ ​ໃຜ​ຜິດ ມັນ​ແມ່ນ​ໂທດ​ກຳ​ຂອງ​ເຊື້ອ​ໂຄວິດ ທີ່​ເປັນ​ຕົ້ນ​ເຫດ​ຂອງ​ບັນ​ຫາ ແຕ່ພວກ​ເຮົາ​ທຸກ​ຄົນ​ ຕ້ອງ​ໄດ້ເປັນ​ເຈົ້າ​ການ​ເພີ້ມ​ສະ​ຕິສູງ​ຂຶ້ນ ໃນ​ການ​ປ້ອງ​ກັນ​ໂຕ​ເອງ ແລະ ປ້ອງ​ກັນຜູ້​ອື່ນໆ ຢ່າງ​ເຄັ່ງ​ຄັດ​ ແລະ ຕ້ອງໃຫ້​ການຕັກ​ເຕືອນ​ກັນ ​ຮ່ວມ​ມື ກັບເຈົ້າ​ຫນ້າ​ທີ່ ພະ​ນັກ​ງານປ້ອງ​ກັນ​ການ​ແຜ່​ເຊື້ອ ແລະ ແພດ​ຫມໍ ທຳ​ການກວດ ແລະ ຕ້ານ​ເຊື້ອ ​ໃຫ້​ໄດ້ຮັບ​ຜົນ​ດີ​ທຸກ​ຢ່າງ ບໍ່​ໃຫ້​ຄົນ​ລາວ​ເຮົາເຖິງ​ຂັ້ນ​ເສັຍ​ຊີ​ວິດ ດ້ວຍ​ເຊື້ອ​ໂຄວິດ19 ຖື​ວ່າ​ຈະເປັນ​ບຸນ​ຄຸນ ອັນ​ຫລົ້ນ​ເຫລືອ​ຂອງ​ຄົນ​ລາວ​ເຮົາ ​ນັ້ນ​ເອງ. ໃນ​ປະ​ຈຸ​ບັນ​ເຫມືອນ​ດັ່ງ​ວ່າ ພວກ​ເຮົາ​ຕົກ​ຢູ່​ໃນ​ສະ​ພາບ ສົງ​ຄາມ​ສື່​ສານ ການ​ລະ​ບາດ​ການ​ແຜ່​ຂ່າວ ທີ່ເຫັນ​ວ່າ ຈຳ​ນວນ​ຂ່າວ​ຄາວ​ຕ່າງໆ ​ໂດຍ​ສະ​ເພາະ​ໃນ​ເຟດ​ບຸກ ໄດ້​ທະ​ລົ່ມ​ຄົນ​ເຮົາ​ປານ​ລູກ​ລະ​ເບີດ. ມີ​ລູກ​ແຕກເຮັດ​ໃຫ້​ຄົນ​ຕາຍ​ໃຈ ແລະ ມີລູກ​ຕົກ​ຄ້າງເຮັດ​ໃຫ້​ຄົນ​ຊ້ຳ​ໃຈ ເກີດ​ມີ​ຄວາມ​ຢ້ານ​ກົວສູງ​ຂຶ້ນ. ຊຶ່ງ​ທັງ​ຫມົດ ​ແມ່ນ​ເປັນ​ອັນ​ຕະ​ລາຍ ຖ້າ​ພວກ​ເຮົາ​…

ຂໍເຕີມເສີມບົດກອນຕາມຂ່າວ! ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ ໃນລາວເຮົາ ເນື່ອງນັນກັນຂຶ້ນ

ຂໍເຕີມເສີມບົດກອນຕາມຂ່າວ! ເຫັນຂ່າວແຈ້ງ ແຕກຕື່ນໂຄວິດ ໃນລາວເຮົາ ເນື່ອງນັນກັນຂຶ້ນ ເພິ່ນວ່າ ຄົນຕິດເຊື້ອ ຈໍານວນສູງຕື່ມ ທາງການ ພວມເຄັ່ງຮ້ອນ ຕາມຄົ້ນຕໍ່ໄປ ໃຜມີ ຍາດພີ່ນ້ອງ ຄວາມສ່ຽງມີສູງ ຄວນລະວັງ ຊ່ວຍຫາທາງປ້ອງ ຕີຖອຍເຊື້ອ ກັນໂຄວິດແຜ່ ສວມໃສ່ຜ້າ ປົກປ້ອງຊ່ວຍກັນ ແທ້ເດີ້ ໂຄວິດ ມັນແຜ່ເຊື້ອ ຕິດຕໍ່ກັນໄວ ເພິ່ນມີ ການສະເພາະກິດ ເບິ່ງແຍງຍາມເຝົ້າ ການແພດພ້ອມ ກະຕຽມເຕັມສ່ວນ ຂໍໃຫ້ ລາວພີ່ນ້ອງ ໃຈຕຸ້ມຕ່ອມກັນ ເຈົ້າເອີ້ຍ ໄປມາ ໄກຫ່າງບ້ານ ເດີນທ່ຽວຫົນໃດ ຄວນລະວັງ ເບິ່ງຫລັງແນມໜ້າ ຄົນໜາແໜ້ນ ເອົາໂຕອອກຫ່າງ ມືໝັ່ນລ້າງ ໄອກົ້ມປິ່ນໜີ ເຈົ້າເອີ້ຍ ມີອາການ ບອກຂ່າວແຈ້ງ ເຕືອນຕໍ່ທາງການ ແພດໝໍມີ ເພິ່ນຕຽມກັນໄວ້ ໃຜຕິດເຊື້ອ ທາງການຄົງຊ່ວຍ ຢ່າກຽດ ກັນກ່າວຮ້ອຍ ຕີຕ້ານໂຄວິດໜີ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ.

ຕໍ່ສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນລາວເຮົາ. ເປັນທີ່ຮູ້ດີກັນວ່າ ເຊື້ອໂຄວິດ ມັນສາມາດແຜ່ໄດ້ໄວ ໄປຕາມອາກາດ ດ້ວຍການໄອ ຢາມ ລົມອອກຈາກປາກຂອງຜູ້ຕິດເຊື້ອ ຜົ່ນເຊື້ອໄປໃສ່ຜູ້ອື່ນທີ່ຢູ່ໄກ້ຄຽງ ຫລື ການຈັບບາຍເຊື້ອ ທີ່ຕິດຢູ່ຕາມ ວັດຖຸສິ່ງຂອງ ແລະອື່ນໆ. ຄົນປ່ວຍຍ້ອນຕິດເຊື້ອໂຄວິດ-19 ສາມາດເປັນອັດຕະລາຍເຖິງແກ່ຊີວິດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ. ຄົນຕິດເຊື້ອໂຄວິດ ຈະມີອາການເກີດຂຶ້ນແຕກຕ່າງກັນ. ຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ມີອາຍຸສູງກ່ວາ 60 ປີຂຶ້ນໄປ ແລະ ຜູ້ເຈັບປ່ວຍ ຫລື ມີສຸຂະພາບອ່ອນເພັຍ ມີພະຍາດໃນຕົວເອງ ແລະ ມີພູມຕ້ານທານຕໍ່າ. ຜູ້ຄົນດັ່ງກ່າວ ຖ້າຕິດເຊື້ອ ສາມາດລົ້ມປ່ວຍເປັນອັນຕະລາຍໄດ້. ຊາວນຸ່ມ ທີ່ມີສຸຂະພາບແຂງແຮງດີ ຖ້າຕິດເຊື້ອ ອາດບໍ່ມີອາການຫຍັງສະແດງອອກ ບໍ່ລົ້ມປ່ວຍ. ດັ່ງນັ້ນ ກຸ່ມຊາວນຸ່ມຈຶ່ງເປັນກຸ່ມທີ່ເປັນອັນຕະລາຍໃນການແຜ່ເຊື້ອ “ແບບບໍ່ຮູ້ສຶກຕົວ” ຍ້ອນການໄປມາ ແລະ ສາມາດນໍາເຊື້ອຕິດຕໍ່ກັນ ຫລື ນໍາເຊື້ອເຂົ້າໃສ່ຄົນໃນຄອບຄົວ ພໍ່ແມ່ ຜູ້ເຖົ້າຜູ້ແກ່ ຖືກຕິດເຊື້ອຕໍ່ ແລະ ສາມາດເຈັບປ່ວຍໜັກເຖິງແກ່ຊີວິດໄດ້ ໃນຊ່ວງໄລຍະ 14 ມື້ຈະຮູ້ສຶກອາການໂຄວິດ.…

ບົດກອນ ບາງຄັ້ງ ທີ່ຍັງຄິດ.

ບົດກອນ ບາງຄັ້ງ ທີ່ຍັງຄິດ. Die Natur ist wieder schön grün. ບາງຄັ້ງ ຮຽມນີ້ ຢາກທ່ວງຈຶ້ງ ດຶງຈ່ອງເວລາ ສອງມື ຄົວໄປຫາ ນ່ວງນໍາກໍາໄວ້ ສຸມຈິດ ກັກກັນໃຫ້ ເວລາຢຸດແລ່ນ ແສນຈະ ຍາກຍິ່ງລໍ້າ ກໍາແໜ້ນບໍ່ວາງ ແທ້ແລ້ວ ບາງຄັ້ງ ຮຽມນີ້ ຢາກໂດ່ງຂຶ້ນ ດຶງຈ່ອງເດືອນງາຍ ໃຫ້ມັນ ກະຈາຍແສງ ຄໍ່າຄືນລົງພື້ນ ນອນຫລັບ ມືນຕາຂຶ້ນ ເອົາເດືອນເປັນເພື່ອນ ທຸກຄືນ ເດືອນສ່ອງແຈ້ງ ມອງໃຫ້ຊື່ນໃຈ ເຈົ້າເອີ້ຍ ບາງຄັ້ງ ຮຽມນີ້ ຢາກນ່ວງກັ້ນ ອົດປ່ອຍລົມຫາຍໃຈ ຕັນໃນອົກ ເຊື່ອມໄປຕາມເນື້ອ ໃຫ້ມັນ ເໜືອຈິດຕັ້ງ ນານປີສືບຕໍ່ ຂໍແຕ່ ໄພຫ່າງແລ້ວ ຫາຍໃຈຟື້ນຕໍ່ຄືນ ບາງຄັ້ງ ຮຽມນີ້ ຢາກເຄື່ອນຍ້າຍ ສັບປ່ຽນເວລາ ສິ່ງດີ ເກີດກາຍມາ…

Happy Lao New Year

Happy Lao New Year ມື້ຂຶ້ນປີໃໝ່ລາວ ຂໍວິ້ງວອນ ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ. ຢາກໃຫ້ ລາວເຮົາຫລຸດຜ່ານພົ້ນ ເຫີນຫ່າງຈາກຄວາມທຸກ ຫລາຍຍຸກດົນນານມາ ຊື່ລາວຄອງຄວາມດ້ອຍ ລໍຄອຍຄົນມາຄໍ້າ ຍຸກໃດຈະປົດປ່ອຍ ຄອຍຈັກປີຕໍ່ໜ້າ ລາວສິພົ້ນຫ່າງຈົນ ວ່ານາ ຢາກໃຫ້ ປວງຊົນລາວຮັ່ງແທ້ ປັນຍາເກັ່ງເຕັມປູມ ພູມຄັງຄວາມແນວຄິດ ເກັ່ງສະແຫວງຮຽນຮູ້ ມີຄູອາຈານກ້າ ວິຊາການສອນເກັ່ງ ເລັງນໍາການກໍ່ສ້າງ ລາວເປັນເຈົ້າຊ່ວຍກັນ ເຈົ້າເອີ້ຍ ຢາກໃຫ້ ການສຶກສາເລັ່ງກ້າວ ການນໍາຫ່ວງເຫັນໄກ ຕັດສິນໃຈຖືກທາງ ເບິ່ງມອງໄປເຫັນກວ້າງ ລວງແລວເດີນໄປໜ້າ ເບັດຫາທາງຖືກປ່ອງ ປັບປ່ຽນໃຫ້ຖືກຕ້ອງ ປະລະຖິ້ມສິ່ງເດີມ ແດ່ທ້ອນ ຄວາມຮັ່ງຮຽມກ່າວເວົ້າ ຄືຄວາມຮັ່ງ”ປັນຍາ“ ພັດທະນາແນວຄິດ ສົ່ງເສີມຄົນເຍົານ້ອຍ ຕີຖອຍຄວາມດອຍໜ້າ ບຸກເບີກຫາແນວໃໝ່ ຊອກທາງປົດປ່ອຍໃຫ້ ຄົນລາວພົ້ນຫ່າງຈົນ ແດ່ເຖີ້ນ ບາງຄວາມເຫັນ: ປະເທດລາວເຮົາ ຍັງບໍ່ທັນພົ້ນທຸກ ຍັງບໍ່ສາມາດ ຖືກຫລຸດພົ້ນ…

ຂໍອານຸຍາດເສີມຕໍ່ ບາງຄໍາຜະຫຍາພາສິດລາວເຮົາ

ຂໍອານຸຍາດເສີມຕໍ່ ບາງຄໍາຜະຫຍາພາສິດລາວເຮົາ ທີ່ບູຮານເພິ່ນ ໄດ້ຂີດຂຽນແຕ່ງໄວ້ ເປັນຄະຕິ ໃຫ້ຄົນລາວເຮົາໄດ້ຄິດ ກ່ອນຈະກະທໍາສິ່ງໃດລົງໄປ.   ກົບຢູ່ໃນໝໍ້ ເຂົາບໍ່ຕື່ມເຕີມໄຟ ດອກນ່າ ໃຊ້ຫລົວຟືນ ມັນສິ້ນເປືອງ ທັງຄັວນກ້ວາ ເຂົາປ່ອຍຕົວງູເຂົ້າ ລົງດອມນອນຮ່ວມ ຍາມເມື່ອ ກົບສິດີ້ນ ງູກ້ຽວຄ່ອຍກືນ ແທ້ແລ້ວ ຢ້ານແຕ່ ຕົກຕື່ນຮ້ອງ ຄືແມ່ໄກ່ໂຕນຮັງ ຄົນທັງຫລາຍ ບໍ່ໃສ່ໃຈ ສຽງຮ້ອງ ຢ້ານແຕ່ ຝົນນອງຫົ້ງ ໄປໂຮມ ແຕ່ໂພນປວກ ບວກໜູ ມີບໍ່ແພ້ ຝົນເວັ້ນ ແລ່ນກາຍ ໜອງບໍ່ມີຂອນຂັ້ນ ຊາວແຫເຂົາສິຫວ່ານ ລົງແລ້ວ ວົງວານໄດ້ແຕ່ເກື້ອ ຄົນໃບ້ກໍບໍ່ຢໍາ ແທ້ແລ້ວ ຜູ້ນໍາທາງເດີນໜ້າ ໃຫ້ທໍາຕົນ ເໝືອນນົກເຈົ່າ ຍາມເມື່ອບິນເວີ່ນຟ້າ ປະຊາເຊື້ອເລັ່ງຕາມ ຊັ້ນແລ້ວ ມີດົງ ເຂົາຕັດໄມ້ ເອົາຫຍັງມາເປັນປ່າ ພະຍາໄດ້ຂີ່ຊ້າງ ຄົນດຽວ ສັງສິຄ່ອງ ບາດວ່າ ຊ້າງຕົກຄອງ ໃຜ່ສິພ້ອມ…

ສະແດງຄວາມເສົ້າໃຈ ຕໍ່ການຈາກໄປ ຂອງທ່ານຫົງເຫີນ ຂຸນພິທັກ

ສະແດງຄວາມເສົ້າໃຈ ຕໍ່ການຈາກໄປ ຂອງທ່ານຫົງເຫີນ ຂຸນພິທັກ ຕົວເດັ່ນນັກປະພັນ ນັກກະວີລາວ. ເຈົ້າຜູ້ແນວໜໍ່ເຄົ້າ ກະວີແຫ່ງເມືອງລາວ ເປັນຕົວແທນພາທາງ ແຕ່ງຂີດຂຽນບົດເລື້ອງ ຜົນງານມີຫລາຍລົ້ນ ຄວາມຄິດເຫັນສອດສ່ອງ ປະຊາໃຜຕ່າງຮູ້ ຄຸນລໍ້າແກ່ຊາດລາວ ແທ້ແລ້ວ ຜ່ານມາ ຫລາຍເຫດການກໍ່ຂຶ້ນ ເຈົ້າເປັນຫ່ວງໄຂຄວາມ ສັງຄົມການປົກຄອງ ວັດທະນະທໍາ ຈ່ອງໜັກໃຈອວຍເຈົ້າ ອອກຄວາມເຫັນໄຂຂໍ້ ຢາກຕັກເຕືອນບອກກ່າວ ລາວຮັກລາວຈຶ່ງກ້າວ ເປັນທໍາສູ້ຊ່ວຍກັນ ແທ້ແລ້ວ ຫົງເຫີນເຈົ້າເວີ່ນຟ້າ ປີກອ່ອນໃຈຍັງເດັດ ຍົກປະເດັນແຜງລິດ ສົ່ງຄວາມໃນໃຈຕັ້ງ ຈອມພູເຈົ້າເຄີຍຂຶ້ນ ຜາຊັນເຈົ້າເຄີຍໄຕ່ ຮອຍຕີນປະປ່ອຍໄວ້ ກະວີເຊື້ອໄຕ່ຕາມ ເຈົ້າແລ້ວ ຂໍຍົກມືນ່ຽວນ້ອມ ອາໄລຫ່ວງຫວນຫາ ຈາລຶກຄຸນຄວາມດີ ທີ່ທ່ານມີປະໄວ້ ຂໍໃຫ້ ດວງວິນຍານຫົງເຈົ້າ ເຫີນສູງບິນໄປຕໍ່ ເຖິງທີ່ສຸກຍິ່ງລໍ້າ ສະຫວັນຟ້າຢູ່ສະບາຍ ດ້ວຍເຖີ້ນ

ທ່ານນາຍົກ ກັບບັນຫາປະຕູດຽວ ຫລາຍກຸນແຈ(3)

ທ່ານນາຍົກ ກັບບັນຫາປະຕູດຽວ ຫລາຍກຸນແຈ(3)(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເພິ່ນວ່າ ນິຕິກໍາບົ່ງແຈ້ງ ພຶດຕິກໍາກໍ່ບັນຫາຄົນລັດເຮົາ ເຊື່ອມຊຶມຜິດຂໍ້ພາສີຄ້າງ ຫາຍໜີຕົກຮົ່ວເກັບບໍ່ໄດ້ ຄົນປ້ອງປ່ອງກິນ ແທ້ແລ້ວ ອັນວ່າ ປະຕູດຽວບົ່ງໄວ້ ອັດຜ່ານທາງທຽວແຕ່ວ່າ ກະແຈມີ ປ່ອຍໄຂກັນໄດ້ພາກັນເວົ້າ ເຮັດໄປທາງໃໝ່ກໍາບໍ່ແໜ້ນ ຜົນໄດ້ບໍດີ ເຈົ້າເອີ້ຍ ເພິ່ນວ່າ ຄວາມບໍ່ຄ້ອງ ສອດຄ່ອງນິຕິກໍາພຶດຕິກໍາ ຕ່າງນິຕິກໍາຊີ້ເປັນມາແລ້ວ ຕາມຄວາມບອກກ່າວເພິ່ນວ່າ ໃຜຕື່ມເວົ້າ ເຊີນຢໍ້າເພິ່ນຮັບເອົາ ແທ້ນ່າ ດ້ວຍເຫດນີ້ຫລາຍສິ່ງຄ້າງ ເຫີນຫ່າງຄວາມຈິງກົດໝາຍມີ ລ່າຍໄປຄົນກໍ້າຈໍາຕ້ອງ ພາກັນແກ້ ສົມດູນສອດຄ່ອງປະປ່ອຍໄວ້ ທະລຸໄດ້ບໍ່ຖືກທາງ ແທ້ແລ້ວ @ວິມາດອກບົວແກ້ວ

ທ່ານນາຍົກ ກັບບັນຫາ ດິຈິພີ DGP (1)

ທ່ານນາຍົກ ກັບບັນຫາ ດິຈິພີ DGP (1)(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ເພິ່ນວ່າ ເຮົາແລ່ນດີ້ນ ຕາມແຂ່ງດິຈິພີຕົວເລກສູງ ວ່າມັນຈະເລີນກ້າວມີລາຍໄດ້ ຫົວຄົນລາວສະເລັ່ຍພັນກ່ວາຮ້ອຍ ໂດລາຂຶ້ນແລ່ນສູງ ວ່ານ່າ ຕູ້ສີ ຟັງເພິ່ນເວົ້າ ຂານຕໍ່ຖາມຫລານເງິນໄປໃສ ແລ່ນກາຍມືຕູ້ໃຜຕົວະຕົ້ມ ດິຈິພີຊຸກເຊືອງຄວນຮັ່ງແທ້ ແຕ່ ເງິນແທ້ບໍ່ມີ ຫລານເອີ້ຍ ບັດນີ້ ນາຍົກບອກກ່າວເຕື້ອງ ເຫັນຄ່າຂອງປອມຄົນຍັງທຸກ ແຮ່ທອງຄໍາຄໍ້າໂຄງການສ້າງ ຈິດິພີໂດດດົ່ງເງິນບໍ່ເຂົ້າ ດູນຄ້າອ່ອນລົງ ວ່າເດ້ ຕູ້ສີ ຍິນເພິ່ນເວົ້າ ເຫັນແຫ່ງຄວາມຈິງດິຈິພີ ຄື ຄ່າສັງລວມສ້າງລົງທຶນໄດ້ ມາດຖານບອກກ່າວປະຊາຊົນ ຫາກບໍ່ໄດ້ ຄ່າຫົວເຈົ້າເພິ່ນໄລ່ລຽງ ນັ້ນນ່າ ການຜະຫລິດ ຄວນປ່ຽນກ້າວ ຫັນສູ່ເປັນລະບົບຕະຫລາດມີ ແຂ່ງຂັນເຂົາໄດ້ຢາກຫັນປີ້ນ ໜັກໃນສືບຕໍ່ຄິດໃໝ່ແທ້ ທໍາແທ້ປ່ຽນຈິງ ເພິ່ນວ່ານ່າ @ວິມາດອກບົວແກ້ວ