ທ່ານນາຍົກ ກັບບັນຫາປະຕູດຽວ ຫລາຍກຸນແຈ(3)

ທ່ານນາຍົກ ກັບບັນຫາປະຕູດຽວ ຫລາຍກຸນແຈ(3)
(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ)

ເພິ່ນວ່າ ນິຕິກໍາບົ່ງແຈ້ງ ພຶດຕິກໍາກໍ່ບັນຫາ
ຄົນລັດເຮົາ ເຊື່ອມຊຶມຜິດຂໍ້
ພາສີຄ້າງ ຫາຍໜີຕົກຮົ່ວ
ເກັບບໍ່ໄດ້ ຄົນປ້ອງປ່ອງກິນ ແທ້ແລ້ວ

ອັນວ່າ ປະຕູດຽວບົ່ງໄວ້ ອັດຜ່ານທາງທຽວ
ແຕ່ວ່າ ກະແຈມີ ປ່ອຍໄຂກັນໄດ້
ພາກັນເວົ້າ ເຮັດໄປທາງໃໝ່
ກໍາບໍ່ແໜ້ນ ຜົນໄດ້ບໍດີ ເຈົ້າເອີ້ຍ

ເພິ່ນວ່າ ຄວາມບໍ່ຄ້ອງ ສອດຄ່ອງນິຕິກໍາ
ພຶດຕິກໍາ ຕ່າງນິຕິກໍາຊີ້
ເປັນມາແລ້ວ ຕາມຄວາມບອກກ່າວ
ເພິ່ນວ່າ ໃຜຕື່ມເວົ້າ ເຊີນຢໍ້າເພິ່ນຮັບເອົາ ແທ້ນ່າ

ດ້ວຍເຫດນີ້
ຫລາຍສິ່ງຄ້າງ ເຫີນຫ່າງຄວາມຈິງ
ກົດໝາຍມີ ລ່າຍໄປຄົນກໍ້າ
ຈໍາຕ້ອງ ພາກັນແກ້ ສົມດູນສອດຄ່ອງ
ປະປ່ອຍໄວ້ ທະລຸໄດ້ບໍ່ຖືກທາງ ແທ້ແລ້ວ

@ວິມາດອກບົວແກ້ວ