ສະແດງຄວາມເສົ້າໃຈ ຕໍ່ການຈາກໄປ ຂອງທ່ານຫົງເຫີນ ຂຸນພິທັກ

ສະແດງຄວາມເສົ້າໃຈ ຕໍ່ການຈາກໄປ ຂອງທ່ານຫົງເຫີນ ຂຸນພິທັກ ຕົວເດັ່ນນັກປະພັນ ນັກກະວີລາວ. ເຈົ້າຜູ້ແນວໜໍ່ເຄົ້າ ກະວີແຫ່ງເມືອງລາວ ເປັນຕົວແທນພາທາງ ແຕ່ງຂີດຂຽນບົດເລື້ອງ ຜົນງານມີຫລາຍລົ້ນ ຄວາມຄິດເຫັນສອດສ່ອງ ປະຊາໃຜຕ່າງຮູ້ ຄຸນລໍ້າແກ່ຊາດລາວ ແທ້ແລ້ວ ຜ່ານມາ ຫລາຍເຫດການກໍ່ຂຶ້ນ ເຈົ້າເປັນຫ່ວງໄຂຄວາມ ສັງຄົມການປົກຄອງ ວັດທະນະທໍາ ຈ່ອງໜັກໃຈອວຍເຈົ້າ ອອກຄວາມເຫັນໄຂຂໍ້ ຢາກຕັກເຕືອນບອກກ່າວ ລາວຮັກລາວຈຶ່ງກ້າວ ເປັນທໍາສູ້ຊ່ວຍກັນ ແທ້ແລ້ວ ຫົງເຫີນເຈົ້າເວີ່ນຟ້າ ປີກອ່ອນໃຈຍັງເດັດ ຍົກປະເດັນແຜງລິດ ສົ່ງຄວາມໃນໃຈຕັ້ງ ຈອມພູເຈົ້າເຄີຍຂຶ້ນ ຜາຊັນເຈົ້າເຄີຍໄຕ່ ຮອຍຕີນປະປ່ອຍໄວ້ ກະວີເຊື້ອໄຕ່ຕາມ ເຈົ້າແລ້ວ ຂໍຍົກມືນ່ຽວນ້ອມ ອາໄລຫ່ວງຫວນຫາ ຈາລຶກຄຸນຄວາມດີ ທີ່ທ່ານມີປະໄວ້ ຂໍໃຫ້ ດວງວິນຍານຫົງເຈົ້າ ເຫີນສູງບິນໄປຕໍ່ ເຖິງທີ່ສຸກຍິ່ງລໍ້າ ສະຫວັນຟ້າຢູ່ສະບາຍ ດ້ວຍເຖີ້ນ