ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.

ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຊູໃຈຈາດອມກັນ ກ່າວຄໍາຫວານຊ້ອຍຄວາມຮັກ ແສນສຸດຊຶ້ງ ລືມໄລທຸກຢ່າງເໝືອນດັ່ງ ຝອຍອ່ອຍໃໝ້ ໄຟກຸ້ມອຸ່ນໃຈ ເຈົ້າເອີ້ຍ ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຕໍາໃຈໂມໂຫກັນ ກ່າວຄໍາຄວາມຊໍ້າຄວາມຮັກ ກາຍເປັນແຄ້ນ ລືມຫລັງທຸກຢ່າງເໝືອນດັ່ງ ຟ້າພ່າແລ້ງ ຝົນຫລີ້ຢູ່ບົນ ພຸ້ນແລ້ວ ຍ້ອນວ່າ ຈິດເຮັ່ງຮ້ອນ ເກີດກໍ່ເປັນໄຟມັນລາມລຸກ ຕໍ່ກັນສອງກໍ້າຜົນແຮງຮ້າຍ ທໍາລາຍສອງຝ່າຍຍາດພີ່ນ້ອງ ເຄືອງຮ້ອນຕໍ່ຕາມ ແທ້ແລວ ຈໍາຕ້ອງ ຫັນອ່ວຍໜ້າ ຈາຕໍ່ດອມກັນດັບໄຟລຸກ ຜ່ອນລົງຕັດພື້ນຄວາມຮັກໝັ້ນ ເນີນນານຍາວຍິ່ງສັງສິ ປະປ່ອຍໃຫ້ ເປັນຫ້າງຫ່າງກັນ ບໍ່ເປັນແລ້ວ @ວິມາດອກບົວແກ້ວຄິດເຖິງບ້ານເກິນ ທີ່ມີນໍ້າງື່ມ ເປັນສາຍໃຈ ຜູກພັນຄວາມຮັກແພງຊາວລ່ອງງື່ມພວກເຮົາ. ຢາກໃຫ້ ວິກິດການໂຄວິດຜ່ານໄປໂດຍໄວ. 

ເວົ້າ​ສູ່​ກັນ​ຟັງ ກ່ຽວ​ກັບ ພັນ​ລະ​ຍາ ແລະ ສາມີ.

ເວົ້າ​ສູ່​ກັນ​ຟັງ ກ່ຽວ​ກັບ ພັນ​ລະ​ຍາ ແລະ ສາມີ.ໄດ້​ອ່ານ​ບົດນຶ່ງ ຈາກ​ຫນັງ​ສື​ພີມ ແມ່​ຍິງ​ສາ​ກົນ ທີ່ ເວົ້າ​ເຖິງ ບົດ​ບາດ​ຄວາມ​ສຳ​ຄັນ ຂອງ​ແມ່​ຍິງ ທີ່​ມີ​ຄວາມ​ສາ​ມາດ ຊ່ວຍ​ຊູ​ ຍູ້​ຫນູນ ​ຄອບ​ຄົວໃນ​ຫລາຍ​ຮູບ​ຫລາຍ​ແບ​ບ ເປັນ​ຕົ້ນຊ່ວຍ ສາ​ມີ ໃຫ້ກາຍ​ເປັນ​ດັບ​ເປັນ​ດີ​ ແຕ່ ເຮັດ​ໃຫ້​ສາຍ​ຕາ​ຂອງ​ສັງ​ຄົມ ມອງ​ຂ້າມ​ ຜູ້​ຄົນ​ທີ່​ຊ່ວຍຊູ​ຍູ້​ຫນູນ ຢູ່​ເບື້ອງ​ຫລັງ ດັ່ງບົດ​ເລົ່າ​ເລື້ອງ​ດັ່ງ​ຕໍ່​ລົງ​ໄປ​ນີ້ ພາ​ໃຫ້​ຄົ້ນ​ຄິດ ເຖິງ​ແມ່​ຍິງ ເຖິງ​ຜູ້​ເປັນ​ແມ່ ໃນ​ລາວເຮົາ ທີ່​ມີ​ບຸນ​ຄຸນ​ອັນ​ຫລົ້ນ​ເຫລືອ ຕໍ່​ຄອບ​ຄົວ ຕໍ່ຜູ້​ເປັນ​ຜູ້​ຊາຍ ຫລື ເປັນສາ​ມີ ທີ່ບໍ່​ຄວນ​ເບິ່ງ​ຂ້າມ. ເຄີຍ​ມີ​ການ​ເລົ່າ​ເລື້ອງ (ແບບ Humor ຕະຫລົກ ຂອງຊາວຕາເວັນຕົກ ບໍ່ແມ່ນການໃສ່ຮ້າຍປ້າຍສີກັນ) ກ່ຽວ​ກັບ ອາ​ດີດ​ນາ​ຍົກ​ລັດ​ທະ​ມົນ​ຕີ​ອັງ​ກິດ ທ່ານ ເຈີ​ຈີນ Sir Winston Churchill (ຊຸດ 1951 -1955) ເລົ່າວ່າ ທ່ານ​ກັບເມັຍ ໄດ້​ພາ​ກັນ​ໄປຍ່າງ​ທ່ຽວ​ໃນ​ສວນ​ແຫ່ງ​ນຶ່ງ.ພໍ​ກາຍ​ໄປຕາມ​ທາງ​ຍ່າງ​ ມີ​ຊາຍ​ຄົນ​ນຶ່ງ ກຳ​ລັງກວດ​ທາງ​ຍ່າງຢູ່.…

ຊົມ​ເຊີຍ ການ​ນຳ​ຊຸດໃຫມ່ ຂອງ​ຊາດ.

ຊົມ​ເຊີຍ ການ​ນຳ​ຊຸດໃຫມ່ ຂອງ​ຊາດ. ການເລືອກຕັ້ງຜ່ານແລ້ວ ອອກລາຍຊື່ໃນສະພາຜົນ​ຂອງ​ການ​ຕົກ​ລົງ ເພິ່ນເປີດ​ເຜີຍ​ໄຂ​ແຈ້ງປະ​ທານ​ປະ​ເທດ​ພ້ອມ ລັດ​ທະ​ມົນ​ຕີ​ຄົນ​ໃຫມ່ສະມາ​ຊິກທົ່ວ​ຂັ້ນ ສ​ສ​ຊ​ພ້ອມພ່ຳ​ກັນ ເຈົ້າ​ເອີ້ຍ ປວງ​ຊົນ​ຊົມ​ຊື່ນ​ແມ້ງ ຄວາມ​ຫວັງ​ຕໍ່​ຕາມ​ຕິດຄົນ​ລະ​ດັບ​ສຶກສາສູງ ຮ່ວມນໍາມີຫລາຍຂຶ້ນປັນ​ຍາ​ຊົນຮຽນ​ຮູ້ ຜົນ​ງານ​ດີ​ສືບ​ຕໍ່ເປັນຕົວແທນຊ່ວຍໃຫ້ ການຫັນກ້າວປ່ຽນແປງ ທ່ານເອີ້ຍ ພູມໃຈເຖີດທ່ານເຈົ້າ ການ​ນຳ​ໃຫມ່ຊົງ​ຄຸນປວງປະຊາມອບສິດ ຊື່ສຽງດົງດັງແລ້ວຫາ​ທາງ​ດີທໍາສ້າງ ເປັນຂັວນໃຈຍຸກ​ໃຫມ່ສັງ​ຄົມ​ຫວັງ​ຕໍ່​ຕັ້ງ ປະ​ສົງ​ຍູ້​ຊ່ວຍ​ຊູ່ ແທ້​ແລ້ວ ຂໍອວຍພອນສົ່ງໃຫ້ ບັນດາທ່ານທັງຫລາຍກາຍໃຈຊົງພະລັງ ຈົ່ງແຂງແຮງເຮືອງກ້ານໍາພາປວງຊົນກ້າວ ປະເທດລາວເຮືອງຮຸ່ງປັບປຸງສິດເຜົ່າເຊື້ອ ຄົນລາວກ້າວຮ່ວມກັນ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ໃຫ້ກໍາລັງໃຈຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່.

ໃຫ້ກໍາລັງໃຈຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່. ເຖິງແມ່ນວ່າ ພວກເຮົາ ໄດ້ຕັ້ງເປົ້າໝາຍອັນຍິ່ງໃຫຍ່ ໃຫ້ຕົນເອງກໍ່ຕາມ, ຈົ່ງພູມໃຈໃນຜົນສໍາເລັດນ້ອຍໆທີ່ເກີດຂຶ້ນ ເພາະວ່າສິ່ງເຫຼົ່ານັ້ນ ເປັນສິ່ງຮັບປະກັນສ້າງແຮງຈູງໃຈໃຫ້ແກ່ພວກເຮົາ ແລະ ຈະສົ່ງເສີມຄວາມຫວັງຂອງພວກເຮົາ ໃຫ້ດູດດື່ມຂຶ້ນຕໍ່ໄປເລື້ອຍໆ. ຈົ່ງສ້າງຄວາມສໍານຶກຮຽນຮູ້ ເຮັດໃຫ້ຕົນເອງມີຄວາມຊື່ນຊົມ ແລະ ພູມໃຈ ຕໍ່ກັບບັນດາຜົນສໍາເລັດ ເຖິງຈະເປັນບາດກ້າວນ້ອຍໆກໍຕາມ. ໂດຍທົ່ວໄປແລ້ວ ຈົນກ່ວາຈະສາມາດ ບັນລຸເປົ້າໝາຍອັນຍິ່ງໃຫຍ່ໃດນຶ່ງໄດ້ ມັນຕ້ອງການເວລາ.ດັ່ງນັ້ນ ເພື່ອບໍ່ເຮັດໃຫ້ພວກເຮົາ ມີຄວາມທໍ້ຖອຍໃຈ ພວກເຮົາຕ້ອງເຂົ້າໃຈວ່າ ຜົນສໍາເລັດລະດັບປານກາງ ທີ່ເກີດຂຶ້ນຕາມເສັ້ນທາງເດີນຂອງພວກເຮົານັ້ນ ສາມາດເປັນສິ່ງປອບໃຈ ຊູນໍ້າໃຈ ຊ່ວຍໃຫ້ພວກເຮົາ ມີພະລັງສູ້ທົນຕໍ່ໄປຈົນເຖິງຜົນສໍາເລັດ ອັນສູງສຸດ ທີ່ຈະເກີດຂຶ້ນໃນມື້ໃດມື້ນຶ່ງ. ບາງຄັ້ງ ພວກເຮົາຕ້ອງມີຄວາມປະນີປະນອມ ເພາະວ່າບາງສິ່ງ ບາງຢ່າງ ທີ່ເກີດຂຶ້ນ ອາດຈະບໍ່ເປັນໄປຕາມທີ່ພວກເຮົາຄິດ ແຕ່ຕ້ອງເຂົ້າໃຈວ່າ ມີບັນຫາ ກໍຕ້ອງມີທາງແກ້ ທີ່ສາມາດເປີດປະຕູ ສ້າງໂອກາດອັນໃໝ່ ໃຫ້ພວກເຮົາ ກ້າວຕໍ່ໄປໄດ້ດີກ່ວາເກົ່າ. ຢ່າທາສີຮູບແຕ້ມອັນຈົບງາມຂອງຕົນ ໃຫ້ເປັນແຕ່ພຽງສີຂາວດຳເທົ່ານັ້ນ. ຈົ່ງພະຍາຍາມ ມອງຫາຜົນບວກໃນທຸກເຫດການ ມັນຈະຊ່ວຍໃຫ້ພວກເຮົາ ສາມາດຂັບໄລ່ຄວາມທໍ້ຖອຍ ໃຫ້ຫາຍສາບສູນໄປໄດ້.…

ຢ່າກົວຢ້ານຕື່ນລາຍ.

ຢ່າກົວຢ້ານຕື່ນລາຍ.(ກອນທຽມແອກ ຕາມໂຄງແບບ ປູ່ປາງຄໍາ) ສັງມາ ປະປ່ອຍຊ້າງ ກາງເລົ່າດົງເລົາຕາແລມອງ ຊ່ອງນໍາຫານໍ້າດິນແດງແຫ້ງ ພົງໄພຮຽວໄຜ່ໃບລົ່ນຖິ້ມ ເຕັມກ້ອງໄຜ່ກອງ ແທ້ເດ້ ເສືອຄ່ອຍຢ້ອງ ຕານໍ່າແລນໍາມັນຫອດຫິວ ໄລ່ຮາຄວາຍຮ້າແນມເຫັນຊ້າງ ງາຍາວແສນຍ່າວບຸກລ່ວງແຄ້ວນ ມາແຍ້ງບ່ອນແຍງ ເປັນບໍ່ ເສືອເປັ່ງຮ້ອງ ດັງກ່ວາຄວາມກົວຫວັງທໍາຕົນ ໃຫຍ່ໂຕຕົວໂຕ້ທະຍານເຕັ້ນ ຕໍາກໍກົກກໍ່ຫວັງໄລ່ຊ້າງ ໜີເລົ້າປ່າເລົາ ແທ້ນ່າ ຊ້າງ ຈິດບໍ່ເພີ້ ຫລົງເຊື່ອມານເສືອມັນມີກົນ ຕື່ມຕົມຕາມຕົ້ມລາຍມັນແຈ້ງ ເປັນຄູນາບຄູ່ຊ້າງຮູ້ ຢືນຕໍ່ຕັ້ງ ສົມເຊື້ອປາບເສືອ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ສຸດທີ່ເສົ້າໃຈເມື່ອໄດ້ອ່ານຂ່າວການຈາກໄປ ຂອງນ້ອງ ຫັດປະໄຊ

ສຸດທີ່ເສົ້າໃຈເມື່ອໄດ້ອ່ານຂ່າວ ການຈາກໄປ ຂອງນ້ອງ ຫັດປະໄຊ ໃນມື້ວານນີ້ ຢູ່ເມືອງຫລວງແບກລີນ ທີ່ຮູ້ຈັກຮັກແພງກັນມາແບບອ້າຍນ້ອງ ເລີ້ມແຕ່ເວລາການສຶກສາຄົ້ນຄ້ວາຢູ່ເມືອງດະເຣດສະເດັນ ນານກ່ວາສາມສິບປີ.ໄດ້ມີໂອກາດພົບກັນ ໃນບຸນປີໃຫມ່ລາວທີ່ແບກລີນ ໄດ້ລົມກັນ ດີໃຈທີ່ນ້ອງໄດ້ສ້າງຄອບຄົວ ໄດ້ລູກ ເຮັດວຽກງານ ແລະ ນ້ອງເປັນຜູ້ໃຫ້ການບັນເຖີງສຽງເພັງຕະຫລອດມາ.ບໍ່ຄາດບໍ່ຝັນວ່າ ນ້ອງຈະຈາກກັນໄປ ໃນເວລາອັນນຸ່ມນ້ອຍ ໄວເຊັ່ນນີ້. ຂໍໃຫ້ດວງວິນຍານຂອງນ້ອງຈົ່ງໄປສູ່ທີ່ສຸຂະຕິເຖິງສຸກດ້ວຍເຖີ້ນ.ຂໍແບ່ງເປົາຄວາມໂສກເສົ້າ ນໍາຄອບຄົວ ຄົນຮັກແພງ ແລະຍາດພີ້ນ້ອງ ຂອງນ້ອງທັງຫມົດນໍາດ້ວຍ. ລັບຕາ ຈິດຕໍ່ຕັ້ງ ຫວນເບິ່ງຄວາມຫລັງໃຈສະເທືອນ ລໍ່າມອງເຫັນໜ້າສຽງຈາເວົ້າ ດອມກັນອົບອຸ່ນຮຽນຮໍ່າຮູ້ ໄກບ້ານຫ່າງເມືອງ ແທ້ນ່າ ພວກເຮົາ ໄກຖິ່ນບ້ານ ຮຽນຮໍ່າສຶກສາຮັກແພງກັນ ຮ່ວມວົງກິນເຂົ້າໄປມາພໍ້ ຖາມຄວາມເປັນຢູ່ຕອບຕໍ່ເວົ້າ ເໝືອນນ້ອງຮ່ວມຄີງ ແທ້ແລ້ວ ເຫດປ່ຽນປີ້ນ ແຕກຫ່າງໄກກັນຈາກດະເຣດສະເດັນ ຫ່າງໄປຄົນກໍ້ານ້ອງນັ້ນ ອາໃສຢັ້ງ ແບກລີນຫລວງເມືອງໃຫຍ່ບຸກເບີກສ້າງ ສຸກຊື້ນຕໍ່ມາ ວ່ານ່າ ວານນີ້ ເຫັນຂ່າວແຈ້ງ ນ້ອງຫ່າງໄລລາພະຍາດໜັກ ກໍ່ກໍາດັບເນື້ອໂອ້ ຊີວິດນີ້ ມີຫຍັງຄົງທ່ຽງຮອດມິ່ງມື້ ຈໍາຕ້ອງຫ່າງໄປ ແທ້ນໍ  ຂໍຍົກມື ວອນກ່າວໄຫວ້ ເຖິງທ່ານອິນພົມນໍາເອົາ…

ເວົ້າສູ່ກັນຟັງ! ການຄົ້ນຄ້ວາວິໃຈຫາຕົ້ນກໍາເນີດຂອງເຊື້ອ Corona SARS-CoV-2 ຢູ່ ວູຫານ ປະເທດຈີນ.

ເວົ້າສູ່ກັນຟັງ! ການຄົ້ນຄ້ວາວິໃຈຫາຕົ້ນກໍາເນີດຂອງເຊື້ອ Corona SARS-CoV-2 ຢູ່ ວູຫານ ປະເທດຈີນ. ມາເຖິງວັນທີ 14.01.2020 ການນໍາຈີນ ໄດ້ຕົກລົງອານຸຍາດໃຫ້ຫນ່ວຍງານຂອງອົງການສຸຂະພາບໂລກ (ອານາໄມໂລກ) ເດີນທາງເຂົ້າໄປຈີນ ເພື່ອຄົ້ນຄ້ວາຊອກຫາ ຕົ້ນກໍາເນີດຂອງເຊື້ອໂຄວິດ. ຜ່ານມາ ຈີນ ຖືກກ່າວຫາວ່າ ເປັນຕົ້ນກໍາເນີດແຫ່ງການລະບາດ ເຊື້ອໄວຣັດ SARS-CoV-2 ແລະ ປິດບັງການແຜ່ເຊື້ອທີ່ລະບາດຂຶ້ນ ໃນທ້າຍເດືອນ 12 ປີ 2019 ຢູ່ຕະຫລາດຊື້ຂາຍສັດປ່າຮົວນານ ທີ່ເມືອງວູຫານ ແຕ່ບໍ່ກ່າວເຕືອນໃຫ້ໂລກຮູ້ເຖິງຄວາມເປັນອັນຕະລາຍ ຂອງເຊື້ອໄວຣັດດັ່ງກ່າວ ໃຫ້ທັນການ. ເຖິງວ່າຈະມີການສັນນິຖານຊີ້ແຈງ ຂອງນັກວິທະຍາສາດຈໍານວນນຶ່ງ ໃນເບື້ອງຕົ້ນວ່າ ເຊື້ອໄວຣັດດັ່ງກ່າວ ກໍາເນີດຈາກໂຕເຈັຍ (ແລ້ວແຜ່ໃສ່ຄົນ ໂດຍຜ່ານສັດນໍາເຊື້ອອີກແນວອື່ນທີ່ຍັງບໍ່ຮູ້. ການເເຜ່ເຊື້ອໂດຍກົງຈາກໂຕເຈັຍໃສ່ກັບຄົນ ແມ່ນເປັນໄປບໍ່ໄດ້ ຕາມການຊີ້ແຈງທາງດ້ານວິຊາການໄວຣັດ) ແຕ່ກໍເກີດມີຂໍ້ກ່າວຫາວ່າ ເຊື້ອໂຄວິດ ເກີດຈາກຄວາມຜິດພາດ ໃນຫ້ອງທົດລອງ ແຜ່ລະບາດ ທີ່ວູຫານ. ໂດຍສະເພາະ ທ່ານ ທະຣໍາ ອາດີດ ປະທານາທິບໍດີຂອງອາເມຮິກາ ໄດ້ກ່າວຢໍ້າເລີຍໆວ່າ ເຊື້ອໂຄວິດ…