ເວົ້າສູ່ກັນຟັງ! ການຄົ້ນຄ້ວາວິໃຈຫາຕົ້ນກໍາເນີດຂອງເຊື້ອ Corona SARS-CoV-2 ຢູ່ ວູຫານ ປະເທດຈີນ.

ເວົ້າສູ່ກັນຟັງ!
ການຄົ້ນຄ້ວາວິໃຈຫາຕົ້ນກໍາເນີດຂອງເຊື້ອ Corona SARS-CoV-2 ຢູ່ ວູຫານ ປະເທດຈີນ.
ມາເຖິງວັນທີ 14.01.2020 ການນໍາຈີນ ໄດ້ຕົກລົງອານຸຍາດໃຫ້ຫນ່ວຍງານຂອງອົງການສຸຂະພາບໂລກ (ອານາໄມໂລກ) ເດີນທາງເຂົ້າໄປຈີນ ເພື່ອຄົ້ນຄ້ວາຊອກຫາ ຕົ້ນກໍາເນີດຂອງເຊື້ອໂຄວິດ.
ຜ່ານມາ ຈີນ ຖືກກ່າວຫາວ່າ ເປັນຕົ້ນກໍາເນີດແຫ່ງການລະບາດ ເຊື້ອໄວຣັດ SARS-CoV-2 ແລະ ປິດບັງການແຜ່ເຊື້ອທີ່ລະບາດຂຶ້ນ ໃນທ້າຍເດືອນ 12 ປີ 2019 ຢູ່ຕະຫລາດຊື້ຂາຍສັດປ່າຮົວນານ ທີ່ເມືອງວູຫານ ແຕ່ບໍ່ກ່າວເຕືອນໃຫ້ໂລກຮູ້ເຖິງຄວາມເປັນອັນຕະລາຍ ຂອງເຊື້ອໄວຣັດດັ່ງກ່າວ ໃຫ້ທັນການ.
ເຖິງວ່າຈະມີການສັນນິຖານຊີ້ແຈງ ຂອງນັກວິທະຍາສາດຈໍານວນນຶ່ງ ໃນເບື້ອງຕົ້ນວ່າ ເຊື້ອໄວຣັດດັ່ງກ່າວ ກໍາເນີດຈາກໂຕເຈັຍ (ແລ້ວແຜ່ໃສ່ຄົນ ໂດຍຜ່ານສັດນໍາເຊື້ອອີກແນວອື່ນທີ່ຍັງບໍ່ຮູ້. ການເເຜ່ເຊື້ອໂດຍກົງຈາກໂຕເຈັຍໃສ່ກັບຄົນ ແມ່ນເປັນໄປບໍ່ໄດ້ ຕາມການຊີ້ແຈງທາງດ້ານວິຊາການໄວຣັດ) ແຕ່ກໍເກີດມີຂໍ້ກ່າວຫາວ່າ ເຊື້ອໂຄວິດ ເກີດຈາກຄວາມຜິດພາດ ໃນຫ້ອງທົດລອງ ແຜ່ລະບາດ ທີ່ວູຫານ.
ໂດຍສະເພາະ ທ່ານ ທະຣໍາ ອາດີດ ປະທານາທິບໍດີຂອງອາເມຮິກາ ໄດ້ກ່າວຢໍ້າເລີຍໆວ່າ ເຊື້ອໂຄວິດ ແມ່ນເຊື້ອໄວຣັດຈີນ.
ຕໍ່ຄວາມສົງໃສ ແລະ ຄວາມບໍ່ພໍໃຈ ໃນການປະຕິບັດງານຂອງອົງການສຸຂະພາບໂລກ ທ່ານ ທະຣໍາ ຈຶ່ງໄດ້ຖອດຕົວອາເມຣິກາ ອອກຈາກອົງການສຸຂະພາບໂລກ ແລະ ກ່າວວ່າ ອົງການສຸຂະພາບໂລກ ປົກປ້ອງຈີນ ແຕ່ພຽງຝ່າຍດຽວ.
ຝ່າຍຈີນ ກໍມີການກ່າວຫາຄືນ ວ່າເຊື້ອໂຄວິດ ມີຕົ້ນກໍາເນີດ ຢູ່ໃນຕ່າງປະເທດ ກ່ອນການເກີດເຫດຢູ່ຈີນ ແລະ ກ່າວຫາວ່າ ມີຕົ້ນເຫດ ຢູ່ອາເມຣິກາເອງ ແລະ ຖືກນໍາເຊື້ອເຂົ້າມາຈີນ ດ້ວຍທະຫານອາເມຣິກາ ທີ່ໄດ້ເຂົ້າຮ່ວມການຝຶກສ້ອມການທະຫານສາກົນ ໃນເດືອນ 10.2019 ຢູ່ວູຫານ. ພ້ອມດຽວກັນນັ້ນ ຈີນກໍກ່າວອີກຕື່ມວ່າ ເຊື້ອໂຄວິດໄດ້ແຜ່ຢູ່ອີຕາລີ ເຊັ່ນກັນ ໃນເດືອນ 11 ກ່ອນຈະເກີດຂຶ້ນຢູ່ຈີນ.
ທັງຫມົດ ໄດ້ເປັນການໃສ່ຮ້າຍປ້າຍສີກັນ ຕະຫລອດມາ ໂດຍບໍ່ມີ ຫລັກຖານໃດໆ.
ແຕ່ຍ້ອນຫາງສຽງໃນໂລກ ໂດຍອີງໃສ່ເອກກະສານລັບ ວ່າມີການຄົ້ນຄ້ວາເຊື້ອໄວຣັດ ກັບໂຕເຈັຍ ຢູ່ຫ້ອງທົດລອງ ທີ່ເມືອງ ວູຫານ ທີ່ດໍາເນີນມາຕັ້ງແຕ່ປີ 2017 ຈີນ ຈໍາເປັນຕ້ອງໄດ້ອານຸຍາດ ໃຫ້ຫນ່ວຍງານກວດກາ ຂອງອົງການສຸຂະພາບໂລກ ຊຶ່ງປະກອບດ້ວຍ ນັກວິທະຍາຊາດຈໍານວນ 10 ຄົນ ທີ່ເປັນນັກຊ່ຽວຊານ ຂອງຫລາຍປະເທດເຂົ້າຮ່ວມ.
ເຖິງວ່າການອານຸຍາດເດີນທາງເຂົ້າໄປຈີນ ໄດ້ຖືກປະຕິເສດຫລາຍຄັ້ງ ແລະ ແກ່ຍາວຈາກທາງການຈີນ ເປັນເວລາດົນສົມຄວນ ແຕ່ແລ້ວ ຫນ່ວຍງານຈຶ່ງສາມາດເດີນທາງໄປເຖິງຈີນ ໃນວັນທີ 14.01.2020 ແລະ ໄດ້ຖືກກັກຕົວສອງອາທິດ. ຈາກນັ້ນຈຶ່ງດໍາເນີນການເຄື່ອນໄຫວຄົ້ນຄ້ວາ ຊອບຖາມຊອກຫາ ຕົ້ນກໍາເນີດຂອງເຊື້ອໂຄວິດເປັນເວລາ ເກືອບສີ່ອາທິດ ທີ່ເລີ້ມຕົ້ນຢູ່ເມືອງວູຫານ.
ເຖິງວັນທີ 09.02.2021 ຫນ່ວຍງານຂອງອົງການສຸຂະພາບໂລກ ຈຶ່ງອອກມາເຜີຍແຜ່ ຜົນຂອງການຄົ້ນຄ້ວາ ໃຫ້ແກ່ສື່ມວນຊົນ.
ຫນ່ວຍງານແຈ້ງໃຫ້ຮູ້ວ່າ
– ຍັງບໍ່ສາມາດອະທິບາຍໄດ້ວ່າ ເຊື້ອໂຄວິດ SARS-CoV-2 ກໍາເນີດຢູ່ໃສກັນແທ້ ທີ່ວູຫານ ແລະ ການແຜ່ເຊື້ອຈາກສັດສູ່ຄົນເກີດຂຶ້ນໄດ້ ຄືແນວໃດ?
– ຫນ່ວຍງານບໍ່ໄດ້ຄົ້ນພົບ ຂໍ້ມູນອັນໃຫມ່ທີ່ຕື່ນເຕັ້ນກ່ວາເກົ່າ ແຕ່ໄດ້ຂໍ້ມູນເພີ້ມເຕີມ ສາມາດເຣັດໃຫ້ຄວາມເຂົ້າໃຈທີ່ມີມາເຫລິກຊຶ່ງຂຶ້ນຕື່ມ.
ຄະນະຊ່ຽວຊານຍັງກ່າວຕື່ມອີກວ່າ ມັນມີແນວໂນ້ມສູງ ທີ່ເຊື້ອໂຄວິດໄວຣັດ ເກີດມີຂຶ້ນໃນໂຕເຈຍ ແຕ່ວ່າ ໃນເມືອງ ວູຫານ ບໍ່ມີຖໍ້າເປັນບ່ອນອາໃສຂອງເຈຍ ແລະ ຍັງບໍ່ຮູ້ໄດ້ວ່າເຊື້ອໄວຣັດ ມັນຖືກນໍາມາແຜ່ ໃນຕະຫລາດໄດ້ຄືແນວໃດ ຫລືຖືກນໍາມາດ້ວຍເຄື່ອງແຊ່ແຂງທີ່ຕິດເຊື້ອ?
ຈຸດສຸມ ໃນການຄົ້ນຫາ ແມ່ນຢູ່ຕະຫລາດສັດປ່າ ຮົວນານ ແລະ ມີການຊອບຖາມຄົນປ່ວຍ ນາຍແພດ ທີ່ຕິດພັນຂັ້ນທໍາອິດກັບເຊື້ອໄວຣັດ.
ມີບາງຫາງສຽງ ລາຍງານວ່າ ໃນການປະຕິບັດງານຢູ່ຈີນ ໄດ້ເກີດມີຄວາມເຄັ່ງຕຶງ ລະຫວ່າງນັກຊ່ຽວຊານຂອງຫນ່ວຍງານ ແລະ ນັກຊ່ຽວຊານຂອງຈີນ ຕໍ່ກັບການຊອບຖາມຫາຂໍ້ມູນ ເຖິງກັບເວົ້າວ່າ ຝ່າຍຈີນບໍ່ຕອບສະຫນອງ ຄວາມຕ້ອງການຂອງຫນ່ວຍງານໄດ້ພຽງພໍ ຫລື ຍັງມີການປິດບັງຢູ່.
ສະຫລຸບໄດ້ວ່າ
ການຄົ້ນຄ້ວາຊອກຫາຕົ້ນກໍາເນີດຂອງ ເຊື້ອ SARS-CoV-2 ຢູ່ເມືອງ ວູຫານ ຍັງບໍໄດ້ຮອງຮອຍຂອງການກໍາເນີດ ແລະ ຍັງບໍ່ສາມາດອະທິບາຍໄດ້ວ່າ ວິທີການຕິດຕໍ່ເຊື້ອ ກໍາເນີດຈາກຫຍັງ ແລະ ເລີ້ມຕົ້ນລະບາດຄືແນວໃດກັນແທ້.
ດັ່ງນັ້ນຈຶ່ງສະຫລຸບໄດ້ວ່າ ຄວາມສົງໃສ ທີ່ວ່າ
– ເຊື້ອໄວຣັດເກີດຈາກຕົວເຈັຍ ຫລື
– ເກີດຈາກຫ້ອງທົດລອງ
ຍັງເປັນຄວາມສົງໃສຕໍ່ໄປ.
ຕໍ່ການຄົ້ນຄ້ວາຊອກຫາຕົ້ນກໍາເນີດ ຂອງເຊື້ອ SARS-CoV-2 ຢູ່ວູຫານ ອົງການສຸຂະພາບໂລກ ໄດ້ແຈ້ງໃຫ້ສື່ມວນຊົນຮູ້ວ່າ ເປັນການເລີ້ມຕົ້ນ ທີ່ຍັງຈະມີການດໍາເນີນການຄົ້ນຄ້ວາສືບຕໍ່ໄປ.
ອົງການສຸຂະພາບໂລກ ໄດ້ສືບຕໍ່ທວງເອົາຂໍ້ມູນ ຈາກບັນດາໂຮງພະຍາບານຕ່າງໆຂອງຈີນ ທີ່ມີການພົວພັນຕໍ່ການປິ່ນປົວ ຄົນປ່ວຍ ກ່ອນການລະບາດການແຜ່ເຊື້ອ ເພື່ອຢາກວິໃຈວ່າ ຄົນປ່ວຍກ່ອນການລະບາດການແຜ່ເຊື້ອນັ້ນ ມີອາການປ່ວຍຄືໂກໂຣນາທີ່ຮູ້ກັນໃນຕໍ່ມາຫລືບໍ່?
ຈີນ ໄດ້ປະຕິເສດ ການສືບຕໍ່ຄົ້ນຄ້ວາຢູ່ຈີນ ແລະ ກ່າວວ່າ ອົງການສຸຂະພາບໂລກ ຕ້ອງໄປສືບຕໍ່ຄົ້ນຄ້ວາ ຢູ່ບ່ອນອື່ນ ເຊັ່ນຢູ່ ອາເມຣິກາ ຫລື ອີຕາລີ.
ທັງຫມົດ
ຊີ້ໃຫ້ເຫັນວ່າ ການຈະສືບຕໍ່ ຄົ້ນຫາໃຫ້ຮູ້ໄດ້ເຖິງຕົ້ນກໍາເນີດ ແລະ ການແຜ່ເຊື້ອໃນເບື້ອງຕົ້ນໃສ່ກັບຄົນ ຫລື ໃຜເປັນຕົ້ນເຫດຂອງບັນຫາ ຍັງຈະດໍາເນີນແບບສັບສົນ ພົວພັນໄປເຖິງບັນຫາທາງດ້ານການເມືອງ ທີ່ຍັງຈະມີຄວາມຂັດແຍ່ງ ໃສ່ຮ້າຍປາດສີກັນ ສືບຕໍ່ໄປ ແລະ ເຖິງເວລາໃດ ຈຶ່ງຈະມີການຄົ້ນພົບຄວາມເປັນຈິງ ແຈ້ງຕໍ່ຊາວໂລກ ແມ່ນບໍ່ມີໃຜຮູ້ໄດ້.
ຄົງຈະເປັນຄວາມລຶກລັບອີກຕໍ່ໄປຢ່າງຍາວນານ.
Foto by Kai Kupferschmidt
Ist möglicherweise ein Bild von 3 Personen
 
 
 
Khamphouvong Vimalavong, Lao LaoforLao und 4 weitere Personen
 
 
3 Mal geteilt
 
Gefällt mir
 
 
 
Kommentieren
 
 
Teilen