ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.

ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຊູໃຈຈາດອມກັນ ກ່າວຄໍາຫວານຊ້ອຍຄວາມຮັກ ແສນສຸດຊຶ້ງ ລືມໄລທຸກຢ່າງເໝືອນດັ່ງ ຝອຍອ່ອຍໃໝ້ ໄຟກຸ້ມອຸ່ນໃຈ ເຈົ້າເອີ້ຍ ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຕໍາໃຈໂມໂຫກັນ ກ່າວຄໍາຄວາມຊໍ້າຄວາມຮັກ ກາຍເປັນແຄ້ນ ລືມຫລັງທຸກຢ່າງເໝືອນດັ່ງ ຟ້າພ່າແລ້ງ ຝົນຫລີ້ຢູ່ບົນ ພຸ້ນແລ້ວ ຍ້ອນວ່າ ຈິດເຮັ່ງຮ້ອນ ເກີດກໍ່ເປັນໄຟມັນລາມລຸກ ຕໍ່ກັນສອງກໍ້າຜົນແຮງຮ້າຍ ທໍາລາຍສອງຝ່າຍຍາດພີ່ນ້ອງ ເຄືອງຮ້ອນຕໍ່ຕາມ ແທ້ແລວ ຈໍາຕ້ອງ ຫັນອ່ວຍໜ້າ ຈາຕໍ່ດອມກັນດັບໄຟລຸກ ຜ່ອນລົງຕັດພື້ນຄວາມຮັກໝັ້ນ ເນີນນານຍາວຍິ່ງສັງສິ ປະປ່ອຍໃຫ້ ເປັນຫ້າງຫ່າງກັນ ບໍ່ເປັນແລ້ວ @ວິມາດອກບົວແກ້ວຄິດເຖິງບ້ານເກິນ ທີ່ມີນໍ້າງື່ມ ເປັນສາຍໃຈ ຜູກພັນຄວາມຮັກແພງຊາວລ່ອງງື່ມພວກເຮົາ. ຢາກໃຫ້ ວິກິດການໂຄວິດຜ່ານໄປໂດຍໄວ.