ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.

ຖິງຈະຊໍ້າ ຕ້ອງທໍາ ຄວາມເຂົ້າໃຈກັນ.
(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ)

ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຊູໃຈ
ຈາດອມກັນ ກ່າວຄໍາຫວານຊ້ອຍ
ຄວາມຮັກ ແສນສຸດຊຶ້ງ ລືມໄລທຸກຢ່າງ
ເໝືອນດັ່ງ ຝອຍອ່ອຍໃໝ້ ໄຟກຸ້ມອຸ່ນໃຈ ເຈົ້າເອີ້ຍ

ບາງຄັ້ງ ມີສິ່ງນ້ອຍ ເກີດໃຫຍ່ຕໍາໃຈ
ໂມໂຫກັນ ກ່າວຄໍາຄວາມຊໍ້າ
ຄວາມຮັກ ກາຍເປັນແຄ້ນ ລືມຫລັງທຸກຢ່າງ
ເໝືອນດັ່ງ ຟ້າພ່າແລ້ງ ຝົນຫລີ້ຢູ່ບົນ ພຸ້ນແລ້ວ

ຍ້ອນວ່າ ຈິດເຮັ່ງຮ້ອນ ເກີດກໍ່ເປັນໄຟ
ມັນລາມລຸກ ຕໍ່ກັນສອງກໍ້າ
ຜົນແຮງຮ້າຍ ທໍາລາຍສອງຝ່າຍ
ຍາດພີ່ນ້ອງ ເຄືອງຮ້ອນຕໍ່ຕາມ ແທ້ແລວ

ຈໍາຕ້ອງ ຫັນອ່ວຍໜ້າ ຈາຕໍ່ດອມກັນ
ດັບໄຟລຸກ ຜ່ອນລົງຕັດພື້ນ
ຄວາມຮັກໝັ້ນ ເນີນນານຍາວຍິ່ງ
ສັງສິ ປະປ່ອຍໃຫ້ ເປັນຫ້າງຫ່າງກັນ ບໍ່ເປັນແລ້ວ

@ວິມາດອກບົວແກ້ວ
ຄິດເຖິງບ້ານເກິນ ທີ່ມີນໍ້າງື່ມ ເປັນສາຍໃຈ ຜູກພັນຄວາມຮັກແພງຊາວລ່ອງງື່ມພວກເຮົາ. ຢາກໃຫ້ ວິກິດການໂຄວິດຜ່ານໄປໂດຍໄວ.