ໃຫ້ກໍາລັງໃຈຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່.

ໃຫ້ກໍາລັງໃຈຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່. ເຖິງແມ່ນວ່າ ພວກເຮົາ ໄດ້ຕັ້ງເປົ້າໝາຍອັນຍິ່ງໃຫຍ່ ໃຫ້ຕົນເອງກໍ່ຕາມ, ຈົ່ງພູມໃຈໃນຜົນສໍາເລັດນ້ອຍໆທີ່ເກີດຂຶ້ນ ເພາະວ່າສິ່ງເຫຼົ່ານັ້ນ ເປັນສິ່ງຮັບປະກັນສ້າງແຮງຈູງໃຈໃຫ້ແກ່ພວກເຮົາ ແລະ ຈະສົ່ງເສີມຄວາມຫວັງຂອງພວກເຮົາ ໃຫ້ດູດດື່ມຂຶ້ນຕໍ່ໄປເລື້ອຍໆ. ຈົ່ງສ້າງຄວາມສໍານຶກຮຽນຮູ້ ເຮັດໃຫ້ຕົນເອງມີຄວາມຊື່ນຊົມ ແລະ ພູມໃຈ ຕໍ່ກັບບັນດາຜົນສໍາເລັດ ເຖິງຈະເປັນບາດກ້າວນ້ອຍໆກໍຕາມ. ໂດຍທົ່ວໄປແລ້ວ ຈົນກ່ວາຈະສາມາດ ບັນລຸເປົ້າໝາຍອັນຍິ່ງໃຫຍ່ໃດນຶ່ງໄດ້ ມັນຕ້ອງການເວລາ.ດັ່ງນັ້ນ ເພື່ອບໍ່ເຮັດໃຫ້ພວກເຮົາ ມີຄວາມທໍ້ຖອຍໃຈ ພວກເຮົາຕ້ອງເຂົ້າໃຈວ່າ ຜົນສໍາເລັດລະດັບປານກາງ ທີ່ເກີດຂຶ້ນຕາມເສັ້ນທາງເດີນຂອງພວກເຮົານັ້ນ ສາມາດເປັນສິ່ງປອບໃຈ ຊູນໍ້າໃຈ ຊ່ວຍໃຫ້ພວກເຮົາ ມີພະລັງສູ້ທົນຕໍ່ໄປຈົນເຖິງຜົນສໍາເລັດ ອັນສູງສຸດ ທີ່ຈະເກີດຂຶ້ນໃນມື້ໃດມື້ນຶ່ງ. ບາງຄັ້ງ ພວກເຮົາຕ້ອງມີຄວາມປະນີປະນອມ ເພາະວ່າບາງສິ່ງ ບາງຢ່າງ ທີ່ເກີດຂຶ້ນ ອາດຈະບໍ່ເປັນໄປຕາມທີ່ພວກເຮົາຄິດ ແຕ່ຕ້ອງເຂົ້າໃຈວ່າ ມີບັນຫາ ກໍຕ້ອງມີທາງແກ້ ທີ່ສາມາດເປີດປະຕູ ສ້າງໂອກາດອັນໃໝ່ ໃຫ້ພວກເຮົາ ກ້າວຕໍ່ໄປໄດ້ດີກ່ວາເກົ່າ. ຢ່າທາສີຮູບແຕ້ມອັນຈົບງາມຂອງຕົນ ໃຫ້ເປັນແຕ່ພຽງສີຂາວດຳເທົ່ານັ້ນ. ຈົ່ງພະຍາຍາມ ມອງຫາຜົນບວກໃນທຸກເຫດການ ມັນຈະຊ່ວຍໃຫ້ພວກເຮົາ ສາມາດຂັບໄລ່ຄວາມທໍ້ຖອຍ ໃຫ້ຫາຍສາບສູນໄປໄດ້.…