ໃຫ້ກໍາລັງໃຈຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່.

ໃຫ້ກໍາລັງໃຈ
ຈົ່ງມີຄວາມສຸກໃຈ ຕໍ່ຜົນສຳເລັດນ້ອຍໆ ທີ່ເກີດຂຶ້ນໃນແຕ່ລະມື້ ເພື່ອກ້າວໄປສູ່ສິ່ງຍິ່ງໃຫຍ່.

ເຖິງແມ່ນວ່າ ພວກເຮົາ ໄດ້ຕັ້ງເປົ້າໝາຍອັນຍິ່ງໃຫຍ່ ໃຫ້ຕົນເອງກໍ່ຕາມ, ຈົ່ງພູມໃຈໃນຜົນສໍາເລັດນ້ອຍໆທີ່ເກີດຂຶ້ນ ເພາະວ່າສິ່ງເຫຼົ່ານັ້ນ ເປັນສິ່ງຮັບປະກັນສ້າງແຮງຈູງໃຈໃຫ້ແກ່ພວກເຮົາ ແລະ ຈະສົ່ງເສີມຄວາມຫວັງຂອງພວກເຮົາ ໃຫ້ດູດດື່ມຂຶ້ນຕໍ່ໄປເລື້ອຍໆ.

ຈົ່ງສ້າງຄວາມສໍານຶກຮຽນຮູ້ ເຮັດໃຫ້ຕົນເອງມີຄວາມຊື່ນຊົມ ແລະ ພູມໃຈ ຕໍ່ກັບບັນດາຜົນສໍາເລັດ ເຖິງຈະເປັນບາດກ້າວນ້ອຍໆກໍຕາມ.

ໂດຍທົ່ວໄປແລ້ວ ຈົນກ່ວາຈະສາມາດ ບັນລຸເປົ້າໝາຍອັນຍິ່ງໃຫຍ່ໃດນຶ່ງໄດ້ ມັນຕ້ອງການເວລາ.
ດັ່ງນັ້ນ ເພື່ອບໍ່ເຮັດໃຫ້ພວກເຮົາ ມີຄວາມທໍ້ຖອຍໃຈ ພວກເຮົາຕ້ອງເຂົ້າໃຈວ່າ ຜົນສໍາເລັດລະດັບປານກາງ ທີ່ເກີດຂຶ້ນຕາມເສັ້ນທາງເດີນຂອງພວກເຮົານັ້ນ ສາມາດເປັນສິ່ງປອບໃຈ ຊູນໍ້າໃຈ ຊ່ວຍໃຫ້ພວກເຮົາ ມີພະລັງສູ້ທົນຕໍ່ໄປຈົນເຖິງຜົນສໍາເລັດ ອັນສູງສຸດ ທີ່ຈະເກີດຂຶ້ນໃນມື້ໃດມື້ນຶ່ງ.

ບາງຄັ້ງ ພວກເຮົາຕ້ອງມີຄວາມປະນີປະນອມ ເພາະວ່າບາງສິ່ງ ບາງຢ່າງ ທີ່ເກີດຂຶ້ນ ອາດຈະບໍ່ເປັນໄປຕາມທີ່ພວກເຮົາຄິດ ແຕ່ຕ້ອງເຂົ້າໃຈວ່າ ມີບັນຫາ ກໍຕ້ອງມີທາງແກ້ ທີ່ສາມາດເປີດປະຕູ ສ້າງໂອກາດອັນໃໝ່ ໃຫ້ພວກເຮົາ ກ້າວຕໍ່ໄປໄດ້ດີກ່ວາເກົ່າ.

ຢ່າທາສີຮູບແຕ້ມອັນຈົບງາມຂອງຕົນ ໃຫ້ເປັນແຕ່ພຽງສີຂາວດຳເທົ່ານັ້ນ. ຈົ່ງພະຍາຍາມ ມອງຫາຜົນບວກໃນທຸກເຫດການ ມັນຈະຊ່ວຍໃຫ້ພວກເຮົາ ສາມາດຂັບໄລ່ຄວາມທໍ້ຖອຍ ໃຫ້ຫາຍສາບສູນໄປໄດ້.

ພ້ອມດຽວກັນນັ້ນ ຈົ່ງເພີ້ມຄວາມໝັ້ນໃຈໃນຕົວເອງ ໃຫ້ສູງຂຶ້ນ.

ຄວາມທໍ້ຖອຍ ແມ່ນເກີດມາຈາກຄວາມໝັ້ນໃຈຕໍ່າ ຕໍ່ຕົນເອງ.

ຍ້ອນພວກເຮົາ ມີຄວາມໝັ້ນໃຈຫນ້ອຍຕໍ່ຕົວເອງ ຄິດວ່າໂຕເອງບໍ່ມີຄວາມສາມາດພຽງພໍ ມັນຈຶ່ງເຮັດໃຫ້ພວກເຮົາ ສູນເສຍຄວາມກ້າຫານ ໃນການລົງມືແກ້ໄຂບັນຫາຕ່າງໆ ໃຫ້ທັນການ.

ພວກເຮົາຕ້ອງຄິດສະເຫມີວ່າ ພວກເຮົາ ສາມາດປະສົບຜົນສຳເລັດໄດ້ ຄືກັນກັບຄົນຜູ້ອື່ນໆ ພຽງແຕ່ພວກເຮົາ ຕ້ອງເຊື່ອຫມັ້ນໃນຕົວເອງ.

ຄວາມໝັ້ນໃຈ ແມ່ນເກີດມາຈາກ ຜົນສໍາເຫລັດເລັກໆນ້ອຍໆທີ່ເກີດຂຶ້ນໃນແຕ່ລະມື້ ຕາມບາດກ້າວເດີນຂອງພວກເຮົາ.

ດັ່ງນັ້ນ ພວກເຮົາ ຕ້ອງເອົາໃຈໃສ່ ດູແລຕົວເອງ ໃຊ້ເວລາຫວ່າງພົບປະສ້າງສັນສິ່ງທີ່ດີ ກັບໝູ່ເພື່ອນ ແລະ ສຳຄັນທີ່ສຸດ ຕ້ອງສຸຂຸມເປັນມິດກັບຕົວເອງ.

ຢ່າວິພາກວິຈານຕົວເອງໄປໃນທາງບໍ່ດີ. ຕ້ອງໃຫ້ກໍາລັງໃຈຕົ້ນເອງ ຍອມຮັບຮູ້ ແລະ ເຊື່ອຫມັ້ນໃນຄວາມສາມາດຂອງຕົວເອງ.

ແນ່ນອນ ຈະເຮັດໄດ້ ມັນຈໍາເປັນຕ້ອງໃຊ້ເວລາ.
ສະນັ້ນຈົ່ງອົດທົນກັບຕົວເອງ ເບິ່ງແຍງຕົວເອງ ແລະ ໃຫ້ຄຸນຄ່າແກ່ຕົວເອງ ຕະຫລອດເວລາ.

ຖ້າເຮັດໄດ້ ຄືດັ່ງກ່າວນັ້ນ ມັນຈະຊ່ວຍໃຫ້ພວກເຮົາ ສາມາດເພີ່ມຄວາມໝັ້ນໃຈໃຫ້ຕົວເອງ ແລະ ສາມາດກາຍເປັນຄົນກ້າຫານ ກ້າປະເຊີນຫນ້າກັບທຸກບັນຫາ ທີ່ຈະເກີດຂຶ້ນ ບໍ່ທໍ້ຖອຍ ແລະ ເຫັນບັນຫາ ເປັນໂອກາດ ນັ້ນເອງ.

@ວິມາດອກບົວແກ້ວ

ຮູບພາບກ່ອນຫນ້ານີ້ປີປາຍທີ່ຈອມພູສູງແຫ່ງນຶ່ງ 2,525ແມດ ທາງພາກໄຕ້ຂອງເມືອງຕີໂຣນ ປະເທດອີຕາລີ. ໄປນໍາຂະບວນຍ່າງຂຶ້ນເຖິງຈອມພູ ເປັນຜົນສໍາເລັດອັນນຶ່ງ ພິສູດໃນຄວາມເຊື່ອຫມັ້ນຕໍ່ຕົນເອງ ແສນສຸກຊື່ນໃຈເປັນຄວາມຊົງຈໍາອັນດີ ທີ່ໄດ້ຂຶ້ນໄປນັ່ງຢູ່ເທິງຈອມສູງແຫ່ງນັ້ນ.