ຢືນໂດດດ່ຽວສູງໄດ້ ໄຮ້ປະໂຫຍດ

ຢືນໂດດດ່ຽວສູງໄດ້ ໄຮ້ປະໂຫຍດ ຢືນກໍ່ຄວາມໂກດຮ່ວມກັນໄດ້ ໄຮ້ຄຸນຄ່າ ຢືນດ້ວຍແນວຄິດພັດທະນາ ຊາດແລະປະຊາຈະຮຸ່ງເຮືອງ. @ວິມາດອກບົວແກ້ວ

ການເລືອກຕັ້ງຜ່ານແລ້ວ ອອກລາຍຊື່ໃນສະພາ

ການເລືອກຕັ້ງຜ່ານແລ້ວ ອອກລາຍຊື່ໃນສະພາ ປັດສະຍາບັນດິດ ຮ່ວມນໍາມີຫລາຍຂຶ້ນ ປອ ສຈ ຈະເປັນຄື້ນ ກະຈາຍສຽງອອກໃຫມ່ ເປັນຕົວແທນຊ່ວຍໃຫ້ ການຫັນກ້າວປ່ຽນແປງ ແທ້ບໍ່? ຢືນດຽວໂດດດ່ຽວໄດ້ ຈະຫມົດຄ່າເສັຍຄຸນ ອຸດນູນກັນຢືນລວມ ຮ່ວມກັນພະລັງກ້າ ພາທາງບຸກບືນຫນ້າ ສົມຍານາມເຕີມຊື່ ຕີຄວາມລືກ່າວເວົ້າ ພຽງມີຊັ້ນຊື່ສູງ ທ່ານເອີ້ຍ ພູມໃຈເຖີດທ່ານເຈົ້າ ໄປນັ່ງໃນສະພາ ປວງປະຊາມອບສິດ ຊື່ສຽງດົງດັງແລ້ວ ຍັງແຕ່ແນວທໍາສ້າງ ເປັນຂັວນໃຈບ່າວໃຜ່ ຈົບສູງເຮັດເກັ່ງໄດ້ ສິສົມຊັ້ນຊື່ສຽງ ແທ້ນ່າ ມວນຊົນແລລໍ່າຈ້ອງ ຕົວແທນທ່ານຂອງຕົນ ພີ່ນ້ອງເອີ້ຍ ທຸກຄົນເຮົາຍິງຊາຍ ຈົ່ງເສີດຊູເປັນເຈົ້າ ເອົາຜົນງານເປັນເຄົ້າ ຕິດຕາມນໍາແນມເບິ່ງ ສສຊ ໃດເຮັດບໍ່ໄດ້ ຈໍາໄວ້ຢ່າເລືອກເອົາ ເທື່ອຫນ້າເດີ້ @ວິມາດອກບົວແກ້ວ

ຢາກເຫັນຄົນເກັ່ງກ້າ ວາດກອນມ່ວນຊູນໃຈ

ຢາກເດ້ຢາກເຫັນຄົນເກັ່ງກ້າ ວາດກອນມ່ວນຊູນໃຈຢາກເຫັນຄົນເຮືອງໃສ ຈ່າຍພະຫຍາພາເວົ້າຢາກເຫັນຄົນຂ່ວຍເຕົ້າ ໄຂກະວີສອນສັ່ງສັງສິນໃຊໃຫຍ່ນ້ອຍ ມາປົກປ້ຶງເຜົ່າລາວ ແທ້ນາ @ວິມາດອກບົວແກ້ວ

ມື້ໃຫມ່ ຄວາມຫວັງໃຫມ່.

ມື້ໃຫມ່ ຄວາມຫວັງໃຫມ່.   ໂອ້ ແສງສີທອງສ່ອງຟ້າ ເປັນວັນໃຫມ່ຕາມມາ ການເວລາຫມູນວຽນ ປ່ຽນລະດູເດີນຍ້າຍ ຄວາມຫນາວຫາຍລົງເລື້ອຍ ແສງຕາເວັນແດດອຸ່ນ ເທີດທູນຈິດຊ່ວຍໃຫ້ ໃຈແຂງກ້າຕໍ່ເດີນ ແທ້ແລ້ວ ສຸກທຸກມີທົ່ວແຄ້ວນ ດິນແດນແຫ່ງເມືອງຄົນ ປະປົນເຕັມກັນໄປ ປ່ຽນຮູບຊົງລວງລໍ້ ທໍາຈິດພໍພຽງໄດ້ ສຸກໃຈວາງປະປ່ອຍ ຄອຍດູແລຊ່ວຍຍູ້ ລູກຫລານໃຫ້ໃຫຍ່ສູງ ເຈົາເອີ້ຍ ຫາກເຈົ້າໄດ້ຫວ່ານກ້າ ລົງນາທົ່ງແຄມຫນອງ ຝົນຕົກມາຄອງເຫມືອງ ຈົ່ງລະວັງເອົາໄວ້ ນໍ້າໄຫລມາສິຖ້ວມ ເສັຍແຮງສຸມວຽກໃສ່ ຫາທາງຕັນກໍ່ໄວ້ ດິນນາໃຫ້ຫ່າງໄພ ຄວາມຫວັງຄືສິ່ງຄໍ້າ ບັນເທົາຊ່ວຍທາງຈິດ ການລິຄິດເປັນໄປ ບໍ່ມີໃຜເຫັນໄດ້ ວັນຄືນຫມູນໄປຫນ້າ ຄົນ ຫວັງຫາແນວສົດຊື່ນ ມືນຕາລຸກຕື່ນຂຶ້ນ ບຸນຄຸນລໍ່າແຕ່ລະວັນ ແທ້ແລ້ວ @ວິມາດອກບົວແກ້ວ

ບົດຄວາມເຫັນ ຕໍ່ການເລືອກຕັ້ງ ສະມາຊິກ ສະພາປະຊາຊົນແຫ່ງຊາດ ຊຸດໃຫມ່.

ບົດຄວາມເຫັນ ຕໍ່ການເລືອກຕັ້ງ ສະມາຊິກ ສະພາປະຊາຊົນແຫ່ງຊາດ ຊຸດໃຫມ່. ມີສຸພາສິດ ທີ່ພວກເຮົາຄົນລາວ ຄົງຮູ້ຈັກກັນດີ ທີ່ເພິ່ນໄດ້ກ່າວໄວ້ ດັ່ງນີ້ວ່າ: „ມື້ນີ້ຫວ່ານແກ່ນ ມື້ຫນ້າກໍຈະໄດ້ເກັບກ່ຽວ“. ສຸພາສິດດັ່ງກ່າວນີ້ ກໍມີເຊັ່ນດຽວກັນ ໄປໃນທົ່ວໂລກ. ມັນສ່ອງແສງເຖິງ ການກະທໍາ ແລະ ຫມາກຜົນ ທີ່ຈະໄດ້ຮັບ ໃນຕໍ່ຫນ້າ. ໂດຍອີງໃສ່ບົດຮຽນນຕ່າງໆໃນຜ່ານມາ ພວກເຮົາສາມາດສະຫລຸບໂດຍຫຍໍ້ໄດ້ດັ່ງນີ້: „ຖ້າຫວ່ານແນວພັນດີ ຜົນຈະໄດ້ຮັບຈາກການເກັບກ່ຽວ ກໍຄົງຈະດີ ນັ້ນເອງ.“ ສຸພາສິດນີ້ ພົວພັນກັບການເລືອກຕັ້ງ ສສຊ ໃນມື້ນີ້ ຄືແນວໃດ? ຖ້າຈະເວົ້າແລ້ວ ໃນມື້ນີ້ ປະຊາຊົນລາວພວກເຮົາ ໄດ້ພາກັນຕັດສິນໃຈ ໄປຫວ່ານແກ່ນປູກຝັງລົງດິນ ນັ້ນກໍຄື ໄດ້ພາກັນໄປໃຊ້ສິດ ປ່ອນບັດເອົາ ສສຊ ໃຫມ່ ໂດຍຜ່ານການຄົ້ນຄິດ ແລະ ໄດ້ກະຕຽມເລືອກແນວພັນ ມາໄວ້ແລ້ວ. ແນວພັນດັ່ງກ່າວນີ້ ຈະເລີ້ມເຕີບໃຫຍ່ ໃຊ້ເວລາໄປເຖິງສີ່ຫາຫ້າປີ ຈຶ່ງຈະສາມາດຖືກເກັບກ່ຽວໄດ້ຢ່າງສົມບູນ ໄປຕາມການເວລາຂອງມັນ. ໃນແຕ່ລະດູການຜ່ານມາ ປະຊາຊົນລາວ ຊາວປູກຝັງ ພາຍຫລັງໄດ້ຫວ່ານແກ່ນໄປແລ້ວ…

ເວົ້າສູ່ກັນຟັງ: ເປັນຫຍັງ ນັກວິທະຍາສາດ ຈຶ່ງມີຄວາມສົນໃຈສູງ ໃນການຄົ້ນຄ້ວາດາວອັງຄານ(Mars)?

ເວົ້າສູ່ກັນຟັງ: ເປັນຫຍັງ ນັກວິທະຍາສາດ ຈຶ່ງມີຄວາມສົນໃຈສູງ ໃນການຄົ້ນຄ້ວາດາວອັງຄານ(Mars)? ໃນປະຈຸບັນຄືດັ່ງວ່າ ການແຂ່ງຂັນຄົ້ນຄ້ວາອາວະກາດ ໄດ້ດໍາເນີນໄປແບບມິດງຽບ ຊຶ່ງຕ່າງຈາກໃນເມື່ອກ່ອນ ຕອນສະໄຫມ ມີລະບອບຄອມມູຍນິດທີ່ໂຊວຽດເປັນເຈົ້າການ ແລະ ອາເມຣິກາ ໄດ້ແຂ່ງຂັນກັນຂຶ້ນເດືອນ ດຸເດືອດແມ່ນໃນວັນທີ 20 July ປີ 1969 ຍານອາວະກາດອາເມຣິກາ ອາໂປນໂລສິບເອັດ ພ້ອມນັກອາວະກາດ ໄດ້ລົງຢຽບຫນ້າເດືອນຄັ້ງປະຫວັດສາດ ເປັນທີ່ຊ່າລືກັນໄປທົ່ວໂລກໃນຕອນນັ້ນ. ຖ້າເວົ້າເຖິງການຄົ້ນຄ້ວາກ່ຽວກັບດາວພະເຄາະອັງຄານແລ້ວ ແມ່ນມີການເລີ້ມຕົ້ນມາແຕ່ ປີ 1960 ຊຶ່ງແມ່ນ ປະເທດໂຊວຽດໃນຕອນນັ້ນເປັນຜູ້ລິເລີ້ມກ່ອນ ໄດ້ສົ່ງຍານສໍາຫລວດ ໄປສູ່ດາວອັງຄານ ແຕ່ບໍ່ສໍາເຫລັດ ບໍ່ໄປເຖິງວົງໂຄຈອນຂອງດາວອັງຄານກໍເກີດອຸບັດຕິເຫດໄປ ແລະ ຕໍ່ມາເຖິງປີ 1964 ໂຊວຽດກໍສູນເສັຍການທົດລອງອີກສາມຄັ້ງ. ໃນປີ 1964 ອົງການນາຊ່າ ອາເມຣິກາ ໄດ້ຍິງຈະຫລວດຫວັງສົ່ງຍານສໍາຫລວດໄປດາວອັງຄານ ແຕ່ບໍ່ສໍາເຫລັດ ໃນເວລາອັນສັ້ນ ເຮັດໃຫ້ຍານສໍາຫລວດນັ້ນບໍ່ສາມາດແຍກຕົວອອກຈາກຕົວຈະຫລວດໄດ້ ແລ້ວກໍແຕກພັງທະລາຍໄປ. ຈົນເຖິງ ປີ 1965 ອົງການນາຊ່າຈຶ່ງສໍາເຫລັດ ສົ່ງຍານສໍາຫລວດໄປບິນເຂົ້າໃນວົງຈອນຜ່ານດາວອັງຄານເປັນຄັ້ງທໍາອິດ ແລະ ສາມາດຖ່າຍຮູບໄດ້ 22…

ຊົມເຊີຍການປ່າວຮ້ອງ ເລືອກຄົນນັ່ງໃນສະພາ

ຊົມເຊີຍການປ່າວຮ້ອງ ເລືອກຄົນນັ່ງໃນສະພາ ຊົນຊາດເຮົາຍິງຊາຍ ຈົ່ງເສີດຊູສິດເປັນເຈົ້າ ເລືອກຕົວແທນໄປແລ້ວ ຕິດຕາມນໍາແນມເບິ່ງ ສສ ໃດເຮັດບໍ່ໄດ້ ຈໍາໄວ້ຢ່າເລືອກເອົາ ເທື່ອຫນ້າເດີ້ ຄົນລາວໃນຕ່າງດ້າວ ເຫັນຂ່າວພຽງຄືຝັນ ຍົກຍໍມືຕໍາແສງ ສ່ອງມາຍັງໄກບ້ານ ຂໍຝາກຄວາມຫວັງໄວ້ ຄົນພາຍໃນທຸກທ່ານ ພາກັນຄິດເຫລືອກເຝັ້ນ ຕອງເອົາເຄົ້າແກ່ນນິນ ແດ່ທ້ອນ

ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ

ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ ຫິມະສະຫລາຍຕົວ ຄ່ອຍເຫືອດຫາຍໄປແລ້ວ ຫລຽວແລຮອຍປະໄວ້ ສອງສາມວັນກໍຈະເປື່ອຍ ເຫລືອພຽງຈິດຈໍ່ໄວ້ ຄວາມຈໍາຫມັ້ນໃສ່ໃຈ ທໍ່ນັ້ນແລ້ວ ທໍາມະຊາດປ່ຽນຍ້າຍ ໄປຕາມແຫ່ງກົດເກນ ແທ້ເດ້ ມີໄປມາລາກັບ ເສື່ອມສູນຫາຍກາຍສິ້ນ ໃຜຈະຂັດຂືນໄດ້ ສັງຂານຄົນໂລກຕໍ່າ ວົນວຽນປັບປ່ຽນຍ້າຍ ໄປຕາມເຄົ້າແຫ່ງກັມ ແທ້ນ່າ @ວິມາດອກບົວແກ້ວ Die Spuren werden bald verschwinden. Was bleibt, ist die schöne Erinnerung. ລະດູຫນາວປີນີ້ຖືວ່າ ຫນາວຫລາຍກວ່າປີຜ່ານໆມາ ມີຫິມະຕົກຫລາຍ ແລະ ຫນາວເຢັນຕໍ່າຈົນເຖິງລົບຊາວຫົກອົງສາ ໃນໂຂງເຂດໃຈກາງຂອງປະເທດເຢັຍລະມັນ. ປະຈຸບັນອາກາດເລີ້ມຮ້ອນຂຶ້ນ ແສງແດດກ້າ ເຫມືອນດັ່ງວ່າ ລະດູໃບໄມ້ບົ່ງກໍາລັງຈະເລີ້ມແລ້ວ. ແຕ່ເຖິງແນວໃດກໍຕາມກໍຍັງຢູ່ໃນລະດູຫນາວຈົນເຖິງທ້າຍເດືອນສາມ. ເບິ່ງວ່າຈະຮອດຕອນນັ້ນ ສະພາບອາກາດຈະມີການປ່ຽນແປງໄປແນວໃດ.

ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່.

ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່. ມາເຖິງປະຈຸບັນ ເໝືອນດັ່ງວ່າ ພວກເຮົາ ຍັງຄຸມກັນກິນຢາປົວພະຍາດເຫັນແກ່ຕົວ ບໍ່ເລີກບໍ່ແລ້ວຈັກເທື່ອ ຍັງອ່ອນເພັຍຂາດພະລັງນໍ້າໃຈ ແບບກະຕືລືລົ້ນ ທີ່ຈະສຸມໃສ່ວຽກງານທີ່ເປັນ “ແກ່ນສານ“ ຂອງການພັດທະນາ   ປະເທດຊາດ ໃຫ້ຈະເລີນກ້າວຫນ້າ. ພວກເຮົາ ຍັງຈະປ່ວຍໄປຮອດໃສ? ຜົນງານຂອງຊາດ ຈະໃຫຍ່ຫລວງກ້າວໜາເປັນທໍາກວ່າເກົ່າ ຖ້າທຸກຄົນປອດໃສ ຫາຍພະຍາດໃນຕົວ. ເບິ່ງຊາດອື່ນເຂົາແຂງແຮງ ພາກັນແລ່ນໄປສູ່ຄວາມທັນສະໄໝ ລໍ້າຫນ້າພວກເຮົາ ໄປໄກແລ້ວ. ແນມເຫັນໂຟສຜ່ານຂຶ້ນ ເທິງເຟສສື່ລຽນຕິດ ປວງຊົນແຊວໆສຽງ ພໍ່າພາກັນໂຮຮ້ອງ ມີຫລາຍແນວເດືອດຮ້ອນ ຕໍາໃຈອອກເຜີຍແຜ່ ເປັນຫຍັງນໍມິ່ງບ້ານ ເມືອງລາວຂ້ອຍຢູ່ໄກ ເຈົ້າເອີ້ຍ ເປັນຄືໜອນບົ່ມຊ້ອນ ເຈາະບາດເປື່ອຍຕາມແຜ ເອົາຢາແດງລົງທາ ຕໍ່ເກີດໄປແຜໜ້າ ຄົນເຈັບມີຫລາຍຂຶ້ນ ຢາເສັຍຄຸນໝົດຄ່າ ແທ້ບໍ ໜອນສັງມາເກັ່ງແທ້ ລົງດໍາຊົ້ນປ່ຽນແຜ ໄດ້ນໍ ຫລາຍປີມາ ພະຍາດປົວບໍ່ໄດ້ ຄົນຍັງເສື່ອມເສັຍແຮງ ຊຸດໂຊມມາເນີນນານ ອ່ອນຈິດເສັຍລົງເລື້ອຍ ການງານມີມາກລົ້ນ ຄົນໂຊວຽກຕົກຕໍ່າ ກິນຢາຂົມເປົ່າຖິ້ມ ໜອນຍັງດີ້ນຕື່ມໜອງ…

ແດ່ວັນແຫ່ງຄວາມຮັກ

ແດ່ວັນແຫ່ງຄວາມຮັກ   ວັນອາທິດຊື່ນສ້ອຍ ແດດສ່ອງປະກາຍແສງ ຄວາມໜາວຍັງປົກຄຸມ ທົ່ວດິນແດນຂາວແຈ້ງ ແນມໄປໄກເທິງຟ້າ ຕາເວັນແສງໃສສ່ອງ ບັນເທົາອາຍອຸ່ນໃຫ້ ໂລກາຟື້ນຕື່ມພະລັງ ແທ້ແລ້ວ ຄວາມຮັກມີຄ່າລໍ້າ ເໝືອນດັ່ງແສງຕາເວັນ ຮັກກັນດີມີສຸກ ຮ່ວມບຸກບືນທໍາສ້າງ ວັນຄວາມຮັກເຕືອນໃຫ້ ປັບປຸງໃຈເປັນເພື່ອນ ພາກັນເບົາແບ່ງໃຫ້ ຮັກກັນໄວ້ຢ່າລືມ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ຊວນຄິດໃນວັນອາທິດ ມີຂໍກຸນແຈ ສໍາລັບການເສີມສ້າງສະຫມອງ ໃຫ້ສຸດຍອດໄດ້ຫລືບໍ່?

ຊວນຄິດໃນວັນອາທິດ ມີຂໍກຸນແຈ ສໍາລັບການເສີມສ້າງສະຫມອງ ໃຫ້ສຸດຍອດໄດ້ຫລືບໍ່? ເຄີຍໄດ້ຮ່ວມຟັງ ການປະທະກະຖາ ຂອງ ອາຈານ ຄູຝຶກຊື່ດັງລະດັບສາກົນຄົນນຶ່ງ ທີ່ເຄີຍໃຫ້ການແນະນໍາ ແກ່ບຸກຄົນສໍາຄັນ ທາງດ້ານທຸລະກິດຕ່າງໆ ກ່ຽວກັບຄວາມຮູ້ ແລະ ວິທີການ ໃນການຝຶກຕົນເອງ ເພື່ອໃຫ້ບັນລຸເປົ້າຫມາຍ ການເປັນຄົນ ທີ່ມີສຸຂະພາບ ມັນສະມອງດີ ມີພະລັງ ທໍາພາລະກິດ ແລະ ທຸລະກິດ ໃຫ້ປະສົບຜົນສໍາເຫລັດໂດຍດີ. ຂໍຫຍໍ້ຄວາມຫມາຍ ສະລຸບເນື້ອໃນ ມີດັ່ງນີ້: 1. ໂພຊະນາການທີ່ດີ 2. ຕ້ານຕໍ່ຈຸດລົບມູມມອງໃນການເບິ່ງ 3. ຝຶກກາຍ ຫລິ້ນກິລາ 4. ບໍາລຸງທາດອາຫານ ສໍາລັບສະຫມອງ 5. ຫາຫມູ່ເພື່ອນທີ່ດີ ມີການພົວພັນສື່ສານດີ 6. ດໍາລົງຊີວິດ ໃນສະພາບແວດລ້ອມທີ່ສະອາດ 7. ນອນໃຫ້ພຽງພໍ 8. ປ້ອງກັນສະຫມອງ ຕ້ານການກະທົບ ໃສ່ມວກກັນນອງ 9. ຊອກຮູ້ຮໍ່າຮຽນສິ່ງໃຫມ່ໆ 10. ຫລຸດຜ່ອນຄວາມກົດດັນ ຄວາມຢ້ານ…

ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ

ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ ເຫັນພຽງແສງໄຟເຍືອງ ຮ່ອມທາງລົງເຖິງບ້ານ ຫິມະກອງກັນຂຶ້ນ ທາງເດີນກາຍເປັນຮ່ອງ ຄົນລັບນອນຢູ່ຢັ້ງ ໃນເຮືອນຕຸ້ມຕ່ອມກັນ ແທ້ແລວ ຄິດເຫັນເດືອນສາມຄ້ອມ ຍາມໜາວມິ່ງເມືອງເຮົາ ແທ້ເດ້ ລົມຜັດມາວອຍວອຍ ເປົ່າໄຟຢືນວົງລ້ອມ ຟັງນິທານຫູຕັ້ງ ລືມນອນຈົນເດິກດື່ນ ຢືນຄົນດຽວຢູ່ພີ້ ມັນໜາວແທ້ຕ່າງກັນ ແທ້ເດ້ @ວິມາດອກບົວແກ້ວ ຟັງເພັງປະກອບວິດິໂອ ຂອງ VIZE ຕ້ອງໃຊ້ ເຄື່ອງສຸບຫູຟັງມັນຈຶ່ງທຸ້ມສຽງຢ່າງຊຶ້ງໃຈ ໃນສຽງເສບເອກະລັກ ຂອງ ວາຍສ.

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້ ມີ ປອ ດຣ ພ້ອມ ການສຶກສາສູງສົ່ງ ສະມັກໃຈຊ່ວຍໃຊ້ ປະຊາເຊື້ອຢູ່ສະພາ ຊົມເຊີຍ ໃຜເດ້ຈະຊ່ວຍແກ້ ບັນຫາທົ່ວສັງຄົມ ເປັນຕົວແທນປະຊາ ນັ່ງສະພາຊວນເວົ້າ ຫູຕາໄກມອງກວ້າງ ມີຄວາມເຫັນໃສສ່ອງ ຕັດສິນຕີຕໍ່ຕ້ານ ແນວຂວາງບ້ານບໍ່ດີ ທ່ານເອີ້ຍ ປວງຊົນຄວນຕໍ່ຕັ້ງ ວິໃຈເບິ່ງຄົນດີ ອະທິບາຍບອກກັນ ວ່າໃຜສົມຄວນແທ້ ສິດປະຊາມີໄວ້ ພາກັນເອົາໃຈໃສ່ ເລືອກຄົນດີຊ່ວຍຍູ້ ສັງຄົມກ້າວຮຸ່ງເຮືອງ ແທ້ແລ້ວ ຫາກເຈົ້າຖືກເລືອກຕັ້ງ ເຂົ້າໄປນັ່ງໃນສະພາ ຢ່າໄດ້ລືມປະຊາ ຜູ້ຊອກຫາແລງເຊົ້າ ຫາກບ້ານເມືອງຫາຍເສົ້າ ຄົນເຂົາສິຮ້ອງໃສ່ ຄົນໄວ້ໃຈຄືດັ່ງເຈົ້າ ປວງຊົນເວົ້າບໍ່ລືມ ແທ້ແລ້ວ @ວິມາດອກບົວແກ້ວ

ຢາກເດ້ ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ

ຢາກເດ້ ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ ເຫາະເວຫາແສນສູງ ທ່ຽວຊົມໂລກາພື້ນ ຫລັບຕາມືນມອງຂຶ້ນ ຢາກເຫັນແດນດິນແມ່ ເຮົາເດ້ ເຖິງໄກກັນທ່ຽງແທ້ ຍັງຝັນກ້ຽວກ່ຽວຫາ ແທ້ແລ້ວ ທໍາມະຊາດເພິ່ນນັ້ນ ສຸດແຕກຕ່າງເມືອງເຮົາ ຫິມະຂາວຕາມລະດູ ສົ່ງກະຈາຍໃສແຈ້ງ ຄວາມໜາວແຮງເຢັນຂຶ້ນ ຫິມະແຂງເປັນແຜ່ນ ໂອ້ດິນແດນລາວກັບແຫ່ງນີ້ ອົງອິນສ້າງຕ່າງກັນ ແທ້ເດ້ @ວິມາດອກບົວແກ້ວ ວິດິໂອ ເບິ່ງມືຖືທາງຂວາງ ຂະຫຍາຍຮູບໃຫຍ່ອອກ

ເພື່ອການເລືອກຕັ້ງເອົາສະມາຊິກໃຫມ່ສະພາແຫ່ງຊາດ

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້ ມີ ປອ ດຣ ພ້ອມ ການສຶກສາສູງສົ່ງ ສະມັກໃຈຊ່ວຍໃຊ້ ປະຊາເຊື້ອຢູ່ສະພາ ຊົມເຊີຍ ໃຜເດ້ຈະຊ່ວຍແກ້ ບັນຫາທົ່ວສັງຄົມ ເປັນຕົວແທນປະຊາ ນັ່ງສະພາຊວນເວົ້າ ຫູຕາໄກມອງກວ້າງ ມີຄວາມເຫັນໃສສ່ອງ ຕັດສິນຕີຕໍ່ຕ້ານ ແນວຂວາງບ້ານບໍ່ດີ ທ່ານເອີ້ຍ ປວງຊົນຄວນຕໍ່ຕັ້ງ ວິໃຈເບິ່ງຄົນດີ ອະທິບາຍບອກກັນ ວ່າໃຜສົມຄວນແທ້ ສິດປະຊາມີໄວ້ ພາກັນເອົາໃຈໃສ່ ເລືອກຄົນດີຊ່ວຍຍູ້ ສັງຄົມກ້າວຮຸ່ງເຮືອງ ແທ້ແລ້ວ ຫາກເຈົ້າຖືກເລືອກຕັ້ງ ເຂົ້າໄປນັ່ງໃນສະພາ ຢ່າໄດ້ລືມປະຊາ ຜູ້ຊອກຫາແລງເຊົ້າ ຫາກບ້ານເມືອງຫາຍເສົ້າ ຄົນເຂົາສິຮ້ອງໃສ່ ຄົນໄວ້ໃຈຄືດັ່ງເຈົ້າ ປວງຊົນເວົ້າບໍ່ລືມ ແທ້ແລ້ວ @ວິມາດອກບົວແກ້ວ