ຊົມ​ເຊີຍ ການ​ນຳ​ຊຸດໃຫມ່ ຂອງ​ຊາດ.

ຊົມ​ເຊີຍ ການ​ນຳ​ຊຸດໃຫມ່ ຂອງ​ຊາດ.

ການເລືອກຕັ້ງຜ່ານແລ້ວ ອອກລາຍຊື່ໃນສະພາ
ຜົນ​ຂອງ​ການ​ຕົກ​ລົງ ເພິ່ນເປີດ​ເຜີຍ​ໄຂ​ແຈ້ງ
ປະ​ທານ​ປະ​ເທດ​ພ້ອມ ລັດ​ທະ​ມົນ​ຕີ​ຄົນ​ໃຫມ່
ສະມາ​ຊິກທົ່ວ​ຂັ້ນ ສ​ສ​ຊ​ພ້ອມພ່ຳ​ກັນ ເຈົ້າ​ເອີ້ຍ

ປວງ​ຊົນ​ຊົມ​ຊື່ນ​ແມ້ງ ຄວາມ​ຫວັງ​ຕໍ່​ຕາມ​ຕິດ
ຄົນ​ລະ​ດັບ​ສຶກສາສູງ ຮ່ວມນໍາມີຫລາຍຂຶ້ນ
ປັນ​ຍາ​ຊົນຮຽນ​ຮູ້ ຜົນ​ງານ​ດີ​ສືບ​ຕໍ່
ເປັນຕົວແທນຊ່ວຍໃຫ້ ການຫັນກ້າວປ່ຽນແປງ ທ່ານເອີ້ຍ

ພູມໃຈເຖີດທ່ານເຈົ້າ ການ​ນຳ​ໃຫມ່ຊົງ​ຄຸນ
ປວງປະຊາມອບສິດ ຊື່ສຽງດົງດັງແລ້ວ
ຫາ​ທາງ​ດີທໍາສ້າງ ເປັນຂັວນໃຈຍຸກ​ໃຫມ່
ສັງ​ຄົມ​ຫວັງ​ຕໍ່​ຕັ້ງ ປະ​ສົງ​ຍູ້​ຊ່ວຍ​ຊູ່ ແທ້​ແລ້ວ

ຂໍອວຍພອນສົ່ງໃຫ້ ບັນດາທ່ານທັງຫລາຍ
ກາຍໃຈຊົງພະລັງ ຈົ່ງແຂງແຮງເຮືອງກ້າ
ນໍາພາປວງຊົນກ້າວ ປະເທດລາວເຮືອງຮຸ່ງ
ປັບປຸງສິດເຜົ່າເຊື້ອ ຄົນລາວກ້າວຮ່ວມກັນ ເຈົ້າເອີ້ຍ

@ວິມາດອກບົວແກ້ວ