ເວົ້າ​ສູ່​ກັນ​ຟັງ ກ່ຽວ​ກັບ ພັນ​ລະ​ຍາ ແລະ ສາມີ.

ເວົ້າ​ສູ່​ກັນ​ຟັງ ກ່ຽວ​ກັບ ພັນ​ລະ​ຍາ ແລະ ສາມີ.
ໄດ້​ອ່ານ​ບົດນຶ່ງ ຈາກ​ຫນັງ​ສື​ພີມ ແມ່​ຍິງ​ສາ​ກົນ ທີ່ ເວົ້າ​ເຖິງ ບົດ​ບາດ​ຄວາມ​ສຳ​ຄັນ ຂອງ​ແມ່​ຍິງ ທີ່​ມີ​ຄວາມ​ສາ​ມາດ ຊ່ວຍ​ຊູ​ ຍູ້​ຫນູນ ​ຄອບ​ຄົວໃນ​ຫລາຍ​ຮູບ​ຫລາຍ​ແບ​ບ ເປັນ​ຕົ້ນຊ່ວຍ ສາ​ມີ ໃຫ້ກາຍ​ເປັນ​ດັບ​ເປັນ​ດີ​ ແຕ່ ເຮັດ​ໃຫ້​ສາຍ​ຕາ​ຂອງ​ສັງ​ຄົມ ມອງ​ຂ້າມ​ ຜູ້​ຄົນ​ທີ່​ຊ່ວຍຊູ​ຍູ້​ຫນູນ ຢູ່​ເບື້ອງ​ຫລັງ ດັ່ງບົດ​ເລົ່າ​ເລື້ອງ​ດັ່ງ​ຕໍ່​ລົງ​ໄປ​ນີ້ ພາ​ໃຫ້​ຄົ້ນ​ຄິດ ເຖິງ​ແມ່​ຍິງ ເຖິງ​ຜູ້​ເປັນ​ແມ່ ໃນ​ລາວເຮົາ ທີ່​ມີ​ບຸນ​ຄຸນ​ອັນ​ຫລົ້ນ​ເຫລືອ ຕໍ່​ຄອບ​ຄົວ ຕໍ່ຜູ້​ເປັນ​ຜູ້​ຊາຍ ຫລື ເປັນສາ​ມີ ທີ່ບໍ່​ຄວນ​ເບິ່ງ​ຂ້າມ.

ເຄີຍ​ມີ​ການ​ເລົ່າ​ເລື້ອງ (ແບບ Humor ຕະຫລົກ ຂອງຊາວຕາເວັນຕົກ ບໍ່ແມ່ນການໃສ່ຮ້າຍປ້າຍສີກັນ) ກ່ຽວ​ກັບ ອາ​ດີດ​ນາ​ຍົກ​ລັດ​ທະ​ມົນ​ຕີ​ອັງ​ກິດ ທ່ານ ເຈີ​ຈີນ Sir Winston Churchill (ຊຸດ 1951 -1955) ເລົ່າວ່າ ທ່ານ​ກັບເມັຍ ໄດ້​ພາ​ກັນ​ໄປຍ່າງ​ທ່ຽວ​ໃນ​ສວນ​ແຫ່ງ​ນຶ່ງ.
ພໍ​ກາຍ​ໄປຕາມ​ທາງ​ຍ່າງ​ ມີ​ຊາຍ​ຄົນ​ນຶ່ງ ກຳ​ລັງກວດ​ທາງ​ຍ່າງຢູ່. ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ຍ່າງ​ເຂົ້າ​ໄປ​ຫາ ໂດຍ​ທີ່ປະ​ໃຫ້ ທ່ານ ເຈີ​ຈີນ ​ສືບ​ຕໍ່​ຍ່າງ​ໄປ​ຜູ້​ດຽວ.

ດົນ​ສົມ​ຄວນ ພັນ​ລະ​ຍາ​ ຈຶ່ງ​ຍ່າງໄປ​ຫາ ທ່ານ ເຈີ​ຈີນ ທີ່​ຖ້າ​ຢູ. ພໍໄປ​ເຖິງ ທ່ານ ເຈີ​ຈີນ ​ໄດ້ຖາມ​ພັນ​ລະ​ຍາ​ວ່າ ´“ເປັນ​ຫຍັງ​ ຄື​ລົມ​ກັບ ​ຄົນ​ກວດ​ທາງ ​ດົນ​ແທ້?“
ພັນ​ລະ​ຍາຂອງ​ທ່ານ ​ຕອບ​ວ່າ „ແມ່ນ​ຄົນ​ຮູ້​ຈັກ​ກັນ ​ໃນ​ຕອນ​ຮຽນ​ຢູ່​ມັດ​ທະ​ຍົມ“.
ຈາກ​ນັ້ນ ທ່ານ ເຈີ​ຈີນ ກໍເວົ້າ​ແບບ​ຍິ້ມ​ເປີ້ຍ​ວ່າ „ທີ່​ຮັກ ​ນ້ອງ​ເກືອບ​ໄດ້​ຜົວ​ເປັນ​ຄົນ​ກວດ​ທາງ​ນໍ.“
ພັນ​ລະ​ຍາ​ ຂອງ​ທ່ານ ກໍ​ຫົວ​ຍິ້ມ​ເປີ້ຍ​ຄືນ ແລ້ວ​ຕອບວ່າ „ຖ້ານ້ອງ​ໄດ້​ກັບ​ລາວ ປານ​ນີ້ເຂົາ​ອາດ​ໄດ້ກາຍເປັນ ລັດ​ທະ​ມົນ​ຕີ ແລະ ອ້າຍ ​ອາດ​ໄດ້​ເປັນ​ ຄົນ​ກວດ​ທາງ ໄປ​ແລ້ວແນ່ນອນ“.

ເນື້ອ​ໃນຂອງ​ບົດ​ເລື້ອງ​ນີ້ ທາງ​ຫນັງ​ສື​ພິມ​ແມ່​ຍິງ ຢາກ​ເນັ້ນ​ໃຫ້​ເຫັນ​ວ່າ ຜູ້ຊາຍ ​ທີ່​ມີ​ອິດ​ທິ​ພົນຊື່​ສຽງ ອັນ​ດົງ​ດັງ ແມ່ນ​ມີ​ພະ​ລັງ​ແຮງ​ ຍູ້ຫນູນ​ຢູ່​ເບື້ອງ​ຫລັງ ຈຶ່ງ​ເປັນ​ໄປ​ໄດ້ ນັ້ນ​ກໍ​ຄື​ຄອບ​ຄົວ ໂດຍ​ສະ​ເພາະແມ່ນ ເພດ​ຍິງ ຜູ້​ເປັນແມ່ ຜູ້​ເປັນ​ພັນ​ລະ​ຍາ ນັ້ນ​ເອງ.

@ວິມາລາວດອກບົວແກ້ວ