ສຸດທີ່ເສົ້າໃຈເມື່ອໄດ້ອ່ານຂ່າວການຈາກໄປ ຂອງນ້ອງ ຫັດປະໄຊ

ສຸດທີ່ເສົ້າໃຈເມື່ອໄດ້ອ່ານຂ່າວ ການຈາກໄປ ຂອງນ້ອງ ຫັດປະໄຊ ໃນມື້ວານນີ້ ຢູ່ເມືອງຫລວງແບກລີນ ທີ່ຮູ້ຈັກຮັກແພງກັນມາແບບອ້າຍນ້ອງ ເລີ້ມແຕ່ເວລາການສຶກສາຄົ້ນຄ້ວາຢູ່ເມືອງດະເຣດສະເດັນ ນານກ່ວາສາມສິບປີ.ໄດ້ມີໂອກາດພົບກັນ ໃນບຸນປີໃຫມ່ລາວທີ່ແບກລີນ ໄດ້ລົມກັນ ດີໃຈທີ່ນ້ອງໄດ້ສ້າງຄອບຄົວ ໄດ້ລູກ ເຮັດວຽກງານ ແລະ ນ້ອງເປັນຜູ້ໃຫ້ການບັນເຖີງສຽງເພັງຕະຫລອດມາ.ບໍ່ຄາດບໍ່ຝັນວ່າ ນ້ອງຈະຈາກກັນໄປ ໃນເວລາອັນນຸ່ມນ້ອຍ ໄວເຊັ່ນນີ້. ຂໍໃຫ້ດວງວິນຍານຂອງນ້ອງຈົ່ງໄປສູ່ທີ່ສຸຂະຕິເຖິງສຸກດ້ວຍເຖີ້ນ.ຂໍແບ່ງເປົາຄວາມໂສກເສົ້າ ນໍາຄອບຄົວ ຄົນຮັກແພງ ແລະຍາດພີ້ນ້ອງ ຂອງນ້ອງທັງຫມົດນໍາດ້ວຍ. ລັບຕາ ຈິດຕໍ່ຕັ້ງ ຫວນເບິ່ງຄວາມຫລັງໃຈສະເທືອນ ລໍ່າມອງເຫັນໜ້າສຽງຈາເວົ້າ ດອມກັນອົບອຸ່ນຮຽນຮໍ່າຮູ້ ໄກບ້ານຫ່າງເມືອງ ແທ້ນ່າ ພວກເຮົາ ໄກຖິ່ນບ້ານ ຮຽນຮໍ່າສຶກສາຮັກແພງກັນ ຮ່ວມວົງກິນເຂົ້າໄປມາພໍ້ ຖາມຄວາມເປັນຢູ່ຕອບຕໍ່ເວົ້າ ເໝືອນນ້ອງຮ່ວມຄີງ ແທ້ແລ້ວ ເຫດປ່ຽນປີ້ນ ແຕກຫ່າງໄກກັນຈາກດະເຣດສະເດັນ ຫ່າງໄປຄົນກໍ້ານ້ອງນັ້ນ ອາໃສຢັ້ງ ແບກລີນຫລວງເມືອງໃຫຍ່ບຸກເບີກສ້າງ ສຸກຊື້ນຕໍ່ມາ ວ່ານ່າ ວານນີ້ ເຫັນຂ່າວແຈ້ງ ນ້ອງຫ່າງໄລລາພະຍາດໜັກ ກໍ່ກໍາດັບເນື້ອໂອ້ ຊີວິດນີ້ ມີຫຍັງຄົງທ່ຽງຮອດມິ່ງມື້ ຈໍາຕ້ອງຫ່າງໄປ ແທ້ນໍ  ຂໍຍົກມື ວອນກ່າວໄຫວ້ ເຖິງທ່ານອິນພົມນໍາເອົາ…