ຢ່າກົວຢ້ານຕື່ນລາຍ.

ຢ່າກົວຢ້ານຕື່ນລາຍ.
(ກອນທຽມແອກ ຕາມໂຄງແບບ ປູ່ປາງຄໍາ)

ສັງມາ ປະປ່ອຍຊ້າງ ກາງເລົ່າດົງເລົາ
ຕາແລມອງ ຊ່ອງນໍາຫານໍ້າ
ດິນແດງແຫ້ງ ພົງໄພຮຽວໄຜ່
ໃບລົ່ນຖິ້ມ ເຕັມກ້ອງໄຜ່ກອງ ແທ້ເດ້

ເສືອຄ່ອຍຢ້ອງ ຕານໍ່າແລນໍາ
ມັນຫອດຫິວ ໄລ່ຮາຄວາຍຮ້າ
ແນມເຫັນຊ້າງ ງາຍາວແສນຍ່າວ
ບຸກລ່ວງແຄ້ວນ ມາແຍ້ງບ່ອນແຍງ ເປັນບໍ່

ເສືອເປັ່ງຮ້ອງ ດັງກ່ວາຄວາມກົວ
ຫວັງທໍາຕົນ ໃຫຍ່ໂຕຕົວໂຕ້
ທະຍານເຕັ້ນ ຕໍາກໍກົກກໍ່
ຫວັງໄລ່ຊ້າງ ໜີເລົ້າປ່າເລົາ ແທ້ນ່າ

ຊ້າງ ຈິດບໍ່ເພີ້ ຫລົງເຊື່ອມານເສືອ
ມັນມີກົນ ຕື່ມຕົມຕາມຕົ້ມ
ລາຍມັນແຈ້ງ ເປັນຄູນາບຄູ່
ຊ້າງຮູ້ ຢືນຕໍ່ຕັ້ງ ສົມເຊື້ອປາບເສືອ ເຈົ້າເອີ້ຍ

@ວິມາດອກບົວແກ້ວ