ທ່ານນາຍົກ ກັບບັນຫາ ດິຈິພີ DGP (1)

ທ່ານນາຍົກ ກັບບັນຫາ ດິຈິພີ DGP (1)
(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ)

ເພິ່ນວ່າ ເຮົາແລ່ນດີ້ນ ຕາມແຂ່ງດິຈິພີ
ຕົວເລກສູງ ວ່າມັນຈະເລີນກ້າວ
ມີລາຍໄດ້ ຫົວຄົນລາວສະເລັ່ຍ
ພັນກ່ວາຮ້ອຍ ໂດລາຂຶ້ນແລ່ນສູງ ວ່ານ່າ

ຕູ້ສີ ຟັງເພິ່ນເວົ້າ ຂານຕໍ່ຖາມຫລານ
ເງິນໄປໃສ ແລ່ນກາຍມືຕູ້
ໃຜຕົວະຕົ້ມ ດິຈິພີຊຸກເຊືອງ
ຄວນຮັ່ງແທ້ ແຕ່ ເງິນແທ້ບໍ່ມີ ຫລານເອີ້ຍ

ບັດນີ້ ນາຍົກບອກກ່າວເຕື້ອງ ເຫັນຄ່າຂອງປອມ
ຄົນຍັງທຸກ ແຮ່ທອງຄໍາຄໍ້າ
ໂຄງການສ້າງ ຈິດິພີໂດດດົ່ງ
ເງິນບໍ່ເຂົ້າ ດູນຄ້າອ່ອນລົງ ວ່າເດ້

ຕູ້ສີ ຍິນເພິ່ນເວົ້າ ເຫັນແຫ່ງຄວາມຈິງ
ດິຈິພີ ຄື ຄ່າສັງລວມສ້າງ
ລົງທຶນໄດ້ ມາດຖານບອກກ່າວ
ປະຊາຊົນ ຫາກບໍ່ໄດ້ ຄ່າຫົວເຈົ້າເພິ່ນໄລ່ລຽງ ນັ້ນນ່າ

ການຜະຫລິດ ຄວນປ່ຽນກ້າວ ຫັນສູ່ເປັນລະບົບ
ຕະຫລາດມີ ແຂ່ງຂັນເຂົາໄດ້
ຢາກຫັນປີ້ນ ໜັກໃນສືບຕໍ່
ຄິດໃໝ່ແທ້ ທໍາແທ້ປ່ຽນຈິງ ເພິ່ນວ່ານ່າ

@ວິມາດອກບົວແກ້ວ