ບົດແນະນໍາ ຕ້ານການແຜ່ເຊື້ອໂຄວິດ19

ບົດແນະນໍາ
ຂໍ​ແນະ​ນຳ ວິທີການ ​ຕ້ານການ​ລະບາດແຜ່ເຊື້ອໂຄວິດ19.
(ເກັບ​ກຳ​ສັງລວມ ຂຽນ​ຂຶ້ນ ໂດຍ​ອີງ​ໃສ່​ ການປະຕິບັດຂອງຕົນເອງ ອີງໃສ່ຂໍ້​ມູນຄວາມ​ຮູ້ ແລະ ບົດ​ຮຽນ ຂອງ​ສາ​ກົນ)
ຢາກ​ເຜີຍ​ແຜ່ ໃຫ້​ຄົນ​ລາວ​ເຮົາ​ໄດ້​ອ່ານ ເພື່ອ​ຄວາມ​ເຂົ້າ​ໃຈ ຫລື ຢໍ້າຄືນ ທີ່ຫລາຍທ່ານອາດຈະໄດ້ເວົ້າບາງຈຸດມາແລ້ວ ເພື່ອນຳ​ໃຊ້​ປະ​ຕິ​ບັດ ຕາມ​ຄວາມ​ເຫມາະ​ສົມ ຈະສາ​ມາດຊ່ວຍ ໃນ​ການ​ປ້ອງ​ກັນ​ ແລະ ຫລຸດ​ຜ່ອນ​ຄວາມ​ຢ້ານ ທີ່​ບໍ່​ສົມ​ເຫດ​ສົມ​ຜົນ.
ຜູ້​ອາ​ວຸ​ໂສ
ຜູ້ທີ່ມີຄວາມສ່ຽງສູງ ຄືຜູ້ມີອາຍຸສູງກ່ວາ 60 ປີຂຶ້ນໄປທີ່​ມີ​ສຸ​ຂະ​ພາບ​ບໍ່​ດີ ແລະ ຜູ້ເຈັບປ່ວຍ ຫລື ມີສຸຂະພາບອ່ອນເພັຍ ມີພະຍາດໃນຕົວເອງ ແລະ ມີພູມຕ້ານທານຕໍ່າ.
ຜູ້​ຄົນ​ທີ່​ມີ​ຄວາມ​ສ່ຽງ​ດັ່ງ​ກ່າວ​ນີ້ ເມື່ອ​ຖືກ​ຕິດ​ເຊື້ອ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ທັນ​ເວ​ລາ ສາ​ມາດ​ເປັນ​ອັນ​ຕະ​ລາຍ​ເຖິງແກ່​ຊີ​ວິດ​ໄດ້.
ຊາວນຸ່ມ (ເດັກ​ນ້ອຍ) ທີ່ມີສຸຂະພາບແຂງແຮງດີ
ຖ້າຕິດເຊື້ອ ອາດ​ມີອາ​ການ​ເບົາ​ບາງ ຫລື ບໍ່ມີອາການຫຍັງສະແດງອອກ ບໍ່ລົ້ມປ່ວຍ ເຖິງ​ຂັ້ນ​ຫາຍ​ດີ​ເອງ​ໄດ້.
ດັ່ງນັ້ນ ກຸ່ມຊາວນຸ່ມ ຈຶ່ງເປັນກຸ່ມທີ່ເປັນອັນຕະລາຍໃນການແຜ່ເຊື້ອ “ແບບບໍ່ຮູ້ສຶກຕົວ” ຍ້ອນການໄປມາ ແລະ ນໍາເຊື້ອຕິດຕໍ່ກັນ ຫລື ນໍາເຊື້ອເຂົ້າໃສ່ຄົນໃນຄອບຄົວ ພໍ່ແມ່ ຜູ້ອາ​ວຸ​ໂສ ແລະ ຜູ້ມີຄວາມສ່ຽງ.
ໂດຍ​ລວມແລ້ວ ຜູ້ຕິດ​ເຊື້ອ
ຕ້ອງ​ໄດ້​ຖືກ​ແຍກ​ຕົວ ເພື່ອ​ບໍ່​ໃຫ້​ນຳ​ຕໍ່​ເຊື່ອ ແລະ ຕ້ອງ​ໄດ້​ຖືກ​ປິ່ນ​ປົວ​ໃຫ້​ດີ​ ຈົນ​ປອດ​ເຊື້ອ.
ເຊື້ອໂຄວິດ ມັນສາມາດແຜ່ໄດ້ໄວ
– ໄປຕາມອາກາດ ດ້ວຍການໄອ ຢາມ ລົມອອກຈາກປາກແລະດັງ ຂອງຜູ້ຕິດເຊື້ອ ພົ່ນເຊື້ອໄປໃສ່ຜູ້ອື່ນທີ່ຢູ່ໄກ້ຄຽງ (ເຊື້ອ​ໂຄວິດ​ມີ​ນ້ຳ​ຫນັກ​ຫນ້ອຍ​ທີ່​ສຸດ​ ແຕ່ສາ​ມາດ ພຸ່ງ​ອອກ​ຈາກ​ປາກຫລືດັງຂອງຜູ້​ນຶ່ງ​ ໄປໄດ້​ໄກ​ປະ​ມານ ນຶ່ງ ຫາ ສອງ​ເເມດ) ຫລື
– ການຈັບບາຍເຊື້ອ ທີ່ຕິດຢູ່ຕາມ ວັດຖຸສິ່ງຂອງ ແລະອື່ນໆ.
ດັ່ງ​ນັ້ນ​ຕ້ອງ​ປະ​ຕິ​ບັດ​ເຊັ່ນ​ນີ້:
– ຕ້ອງ​ໃສ່​ຫນ້າ​ກາກ​ກັນ​ເຊື້ອ​ທີ່​ຮັບ​ປະ​ກັນ ເວ​ລາ​ໄປ​ສູ່ມວນ​ຊົນ
– ຢູ່​ຫ່າງ​ກັນ (ກັບ​ຄົນ​ທີ່​ບໍ່​ຮູ້​ກັນ​ວ່າ​ຕິດ​ເຊື້ອ) ປະ​ມານ ນຶ່ງ​ແມດຂຶ້ນໄປ
– ຫລີກ​ເວັ້ນບ່ອນ​ຄົນ​ແອ​ອັດ ແລະ ​ຫລີກ​ເວັ້ນການ​ພົບ​ປະ​ກັນ ກັບ​ຄົນ​ທີ່​ບໍ່​ຮູ້​ຈັກ​ກັນ ຫລື ກັບ​ຄົນ ທີ່​ຕົນ​ເອງ​ບໍ່​ຮູ້​ສະ​ພາບ​ວ່າ​ເຂົາມີ​ເຊື້ອ ​ຫລື​ບໍ່?
– ຈຳ​ກັດ​ຈຳ​ນວນ​ການ​ພົບ​ປະ​ກັນ ໃຫ້​ຫນ້ອຍ​ທີ່​ສຸດ (ລະຫວ່າງຄອບຄົວຕໍ່ຄອບຄົວ ແລະ ຕໍ່ໝູ່ເພື່ອນ)
– ຢຸດ​ຕິ​ການ​ສ້າງ​ສັນ​ກັນ ແບບເປັນ​ກຸ່ມ ເປັນ​ຫມູ່
– ຢຸດ​ຕິການ​ເດີນ​ທາງ ທີ່​ບໍ່​ມີ​ຄວາມ​ຈຳ​ເປັນ
– ມັ່ນ​ລ້າງ​ມື ລ້າງ ຫນ້າ​ຕາ ມ້ວນ​ປາກ (ຮ້າງ​ຮ້ານ​ຕ່າງໆ ຕ້ອງ​ມີ​ນ້ຳ​ຢາ​ຂ້າ​ເຊື້ອ ໃຫ້​ຄົນ​ໃຊ້​ຂ້າ​ເຊື້ອ​ໃນ​ມື້)
– ຫມັ່ນອອກ​ຕາງ​ແດດ (ຄວາມ​ຮ້ອນ​ສາມາດທຳ​ລາຍ​ເຊື້ອທີ່ຕິດເຄື່ອງນຸ່ງຖື​ໄດ້ ທັງໄດ້ວິຕາມມິນເດພ້ອມ)
– ສະ​ຖານ​ທີ່​ຕ່າງໆ(ບ່ອນ​ຄົນ​ແອ​ອັດ) ຫ້ອງ​ເຮືອນ​ ຕ້ອງມັ່ນ​ເປີດ​ລະ​ບາຍ​ອາ​ກາດ (ໂດຍ​ສະ​ເພາະ​ຫ້ອງ​ແອ​ເຢັນ)
– ສະ​ຖານ​ທີ່ ທີ່​ມີ​ການ​ອາ​ນຸ​ຍາດ​ໃຫ້​ຂາຍ​ເຄື່ງ ຄື ເຄື່ອງ ອຸ​ປະ​ໂພກ ແລະ ບໍ​ລິ​ໂພກ​ທີ່​ຈຳ​ເປັນ ຕ້ອງ​ຮັກ​ສາ​ລະ​ຍະ​ຫ່າງ ແລະ ທຸກ​ຄົນ​ຕ້ອງ​ໃສ່​ຫນ້າ​ກາກ​ກັນ​ເຊື້ອ
– ຕ້ອງ​ຮັກ​ສາ​ໂຕເອງຢູ່​ເຮືອນ ສວນ ບ່ອນ​ອາ​ກາດ​ລຸ​ລ່ວງ​ດີ ຫ່າງໄກຈາກມວນ​ຊົນ
– ຜູ້ທີ່ຮູ້ສຶກວ່າໂຕເອງຜ່ານເຂດ ຫລື ຕິດພັນກັບຄົນມີຄວາມສ່ຽງຕິດເຊື້ອ ຕ້ອງແຍກໂຕ 14 ວັນ ແລະ ຖ້າມີອາການຜິດປົກກະຕິຕ້ອງພົວພັນກັບແພດໝໍ.
ຂໍ້​ແນະ​ນຳເພີ້ມ​ເຕີມຕໍ່​ການ​ຈະ​ປະ​ຕິ​ບັດ:
ເມື່ອ​ຮູ້​ວ່າ
– ເຊື້ອ​ພະ​ຍາດ​ມັນ​ຈະ​ສາ​ມາດ​ມາ​ຕິດ​ໃສ່​ໂຕ​ເອງ​ໄດ້​ແນວ​ໃດ ແລະ
– ຈະ​ສາ​ມາດ​ປ້ອງ​ກັນ​ໄດ້​ແນວ​ໃດ ຄື​ການ​ອະ​ທິ​ບາຍ​ມາ​ເທິງ​ນັ້ນ
ເພື່ອ​ບໍ່​ເຮັດ​ໃຫ້​ຕົນ​ເອງ ມີ​ຄວາມ​ຢ້ານ​ກົວ​ເກີນ​ໄປ ແລະ ເພື່ອ​ບໍ່​ໃຫ້ ບັນ​ຍາ​ກາດ ໃນຄອບ​ຄົວ ກໍ​ຄືຕໍ່ກັບຫມູ່​ເພື່ອນ ກາຍ​ເປັນ​ການ​ລັງ​ກຽດ​ກັນ ດັ່ງ​ນັ້ນ ແຕ່ລະ​ຄົນ​ຕ້ອງ ເປັນ​ເຈົ້າ​ການ​ປ້ອງ​ກັນ​ຕົນ​ເອງ ສັງ​ເກດ​ສະ​ພາບ​ແວດ​ລ້ອມ ທີ່​ຕົນ​ຢູ່ ທີ່​ຕົນ​ໄປ​ມາ ວ່າ​ມັນ​ມີ​ຄວາມ​ສ່ຽງ​ຄື​ແນວ​ໃດ?
ໃນເມື່ອ​ທຸກຄົນ ​ໃນ​ຄອບ​ຄົວ​ຮູ້​ໄດ້ວ່າ ​ຕົນ​ເອງ​ບໍ່​ໄດ້​ໄປ​ແຕະ​ຕ້ອງ​ກັບ​ສະ​ຖານ​ທີ່ ທີ່​ມີ​ຄວາມ​ສ່ຽງ ກໍ​ຄວນ​ຜ່ອນ​ຄາຍ​ອາ​ລົມ​ຄວາມ​ເຄັ່ງ​ຕຶງລົງ ໃຫ້​ຄວາມໄກ້​ສິດ​ກັນ​ໄດ້​ພາຍ​ໃນ​ຄອບ​ຄົວ ສ້າງ​ໃຫ້​ມີ​ບັນ​ຍາ​ກາດ​ອັນ​ດີ​ຮ່ວມ​ກັນ​ຕາມ​ເຫມາະ​ສົມ ເພາະ​ການ​ຕັດ​ແຍ່ງ​ຫ່າງ​ກັນ ຈະພາ​ໃຫ້​ຄົນ​ເສັຍ​ແນວ​ຄິດ ໂສກ​ເສົ້າ​ງ່ວມ​ເຫງົ້າ ແລະ ຖ້າ​ມີ​ຄວາມ​ໂສກ​ເສົ້າ​ດົນ​ນານ​ໄປ ມັນ​ສາ​ມາດ​ກໍ່​ໃຫ້​ເກີດ ພະ​ຍາດ​ຕໍ່​ສຸ​ຂະ​ພາບເຈັບ​ປ່ວຍ​ຂຶ້ນ​ໄດ້ເຊັ່ນ​ກັນ.
ເຊື້ອໂຄໂຣນາ COVID 19 ສາມາດຝັກຕົວ ຢູ່ໃນຮ່າງກາຍ ຂອງຜູ້ຄົນຕິດເຊື້ອ ແລະ ສາ​ມາດ​ສະ​ແດງ​ອາ​ການ​ອອກ​ມາ ພາຍ​ໃນ 14ມື້.
ອາ​ການ ທີ່​ຈະ​ສະ​ແດງ​ອອກ ແມ່ນ ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ຂຶ້ນ​ກັບ​ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ. ບາງ​ຄົນ​ອາດ​ຈະ​ບໍ່​ມີ​ຄວາມ​ຮູ້​ສຶກ ຫາຍ​ດີ​ໄປ ຍ້ອນ​ຄວາມ​ຕ້ານ​ທານ​ ຂອງ​ຮ່າງ​ກາຍ​ແຂງ​ແຮງ.
ບາງ​ຄົນ ອາດມີ​ອາ​ການ ຄີງ​ຮ້ອນ ເປັນໄຂ້ ໄອແຫ້ງໆ ເຖິງ​ຂັ້ນ​ເຈັບ​ຄໍ ເຈັບ​ຫົວ ແລະ ຫານ​ໃຈ​ຝືດ ມີອາການໄວ​ຊ້າ ແຕກ​ຕ່າງ​ກັນ ໃນ​ແຕ່​ລະ​ຄົນ. ບາງ​ຂໍ້​ມູນ ບອກ​ໃຫ້​ຮູ້​ວ່າ ຜູ້​ຕິດ​ເຊື້ອ ຈະ​ບໍ່​ສາ​ມາດ​ດົມ​ກິ່ນ​ໄດ້​ເຫມືອນ​ເດີມ ແລະ ຣົດ​ຊາດ​ການ​ກິນ​ກໍ​ຈະ​ຜິດ​ປົກ​ກະ​ຕິຕ່າງເກົ່າ.
ມີຄໍາສະເໜີ ວິທີນຶ່ງ ໃນການ ທົດສອບດ້ວຍຕົນເອງ ວ່າຕົນ​ເອງຕິດເຊື້ອໂຄວິດ19 ຫລືບໍ່?
ເຮັດໃນທຸກໆຕອນເຊົ້າ:
ໃຫ້ຫານໃຈໃຫຍ່ ເຫລິກເຂົ້າໄປຈົນ​ສຸດ ແລ້ວ ກັ້ນໃຈໄວ້ ດົນກວ່າ 10 ວິນາທີຂຶ້ນໄປ ແລ້ວຈຶ່ງຫາຍໃຈອອກ, ລືມຄືນ ສອງ ຫາ ສາມ ເທື່ອຂຶ້ນໄປ.
ຖ້າຕົນ​ເອງ ບໍ່ມີອາການໄອ ບໍ່ມີມີຄວາມແໜ້ນ ຫລື ເຈັບໜ້າອົກ ໝາຍຄວາມວ່າ ຕົນ​ເອງ​ຍັງ​ປອດ​ເຊື້ອ ຫລື ຖ້າຕິດເຊື້ອແລ້ວ ແມ່ນຍັງບໍ່ມີອາການຫຍັງຮ້າຍແຮງເທື່ອ.
ແຕ່ເຖິງ​ແນວ​ໃດ ກໍ​ຕາມ ຖ້າຕົນ​ເອງ ຮູ້​ວ່າ​ມີ​ຄວາມ​ສ່ຽງ ຫລື ມີອາການ ຜິດປົກກະຕິ ຕ້ອງພົວພັນ ກັບແພດ ເພື່ອການກວດ​ເຊື້ອ ໃຫ້ທັນການ.
ກິນດື່ມ ອາຫານ ທີ່ສະອາດ ເປັນປະໂຫຍດໃຫ້ແກ່ຮ່າງກາຍ ພັກຜ່ອນໃຫ້ພຽງພໍ ອອກກໍາລັງກາຍ ຫລຸດຜ່ອນຄວາມເຄັ່ງຕຶງ ເພື່ອສ້າງພູມຕ້ານທານຂອງຮ່າງກາຍ ໃຫ້​ແຂງ​ແຮງ ກາຍ​ເປັນພະລັງອັນສໍາຄັນ ຊ່ວຍຕ້ານເຊື້ອໂຄວິດເອງ ໄດ້ເປັນ​ຢ່າງ​ດີ.
@ວິມາລາວດອກບົວແກ້ວ