Happy Lao New Year

Happy Lao New Year🙏
ມື້ຂຶ້ນປີໃໝ່ລາວ ຂໍວິ້ງວອນ
ຢາກໃຫ້ ປະຊາຊົນ ຄົນລາວ ທຸກຄົນ ຮັ່ງ.
ຢາກໃຫ້
ລາວເຮົາຫລຸດຜ່ານພົ້ນ ເຫີນຫ່າງຈາກຄວາມທຸກ
ຫລາຍຍຸກດົນນານມາ ຊື່ລາວຄອງຄວາມດ້ອຍ
ລໍຄອຍຄົນມາຄໍ້າ ຍຸກໃດຈະປົດປ່ອຍ
ຄອຍຈັກປີຕໍ່ໜ້າ ລາວສິພົ້ນຫ່າງຈົນ ວ່ານາ
ຢາກໃຫ້
ປວງຊົນລາວຮັ່ງແທ້ ປັນຍາເກັ່ງເຕັມປູມ
ພູມຄັງຄວາມແນວຄິດ ເກັ່ງສະແຫວງຮຽນຮູ້
ມີຄູອາຈານກ້າ ວິຊາການສອນເກັ່ງ
ເລັງນໍາການກໍ່ສ້າງ ລາວເປັນເຈົ້າຊ່ວຍກັນ ເຈົ້າເອີ້ຍ
ຢາກໃຫ້
ການສຶກສາເລັ່ງກ້າວ ການນໍາຫ່ວງເຫັນໄກ
ຕັດສິນໃຈຖືກທາງ ເບິ່ງມອງໄປເຫັນກວ້າງ
ລວງແລວເດີນໄປໜ້າ ເບັດຫາທາງຖືກປ່ອງ
ປັບປ່ຽນໃຫ້ຖືກຕ້ອງ ປະລະຖິ້ມສິ່ງເດີມ ແດ່ທ້ອນ
ຄວາມຮັ່ງຮຽມກ່າວເວົ້າ ຄືຄວາມຮັ່ງ”ປັນຍາ“
ພັດທະນາແນວຄິດ ສົ່ງເສີມຄົນເຍົານ້ອຍ
ຕີຖອຍຄວາມດອຍໜ້າ ບຸກເບີກຫາແນວໃໝ່
ຊອກທາງປົດປ່ອຍໃຫ້ ຄົນລາວພົ້ນຫ່າງຈົນ ແດ່ເຖີ້ນ
ບາງຄວາມເຫັນ:
ປະເທດລາວເຮົາ ຍັງບໍ່ທັນພົ້ນທຸກ ຍັງບໍ່ສາມາດ ຖືກຫລຸດພົ້ນ ອອກຈາກການເປັນ ປະເທດດ້ອຍພັດທະນາ.
>>>ຄາດໝາຍ 2020 ບໍ່ສໍາເຫລັດ<<<
ເປັນທີ່ຮູ້ດີກັນແລ້ວວ່າ ລາວເຮົາຍັງບໍ່ສາມາດ ສໍາເຫລັດຄາດໝາຍ ທີ່ການນໍາໄດ້ຕັ້ງໄວ້ ໃນປີ 2016 ເພື່ອໃຫ້ສາມາດ ປົດປ່ອຍປະເທດ ອອກຈາກ ການເປັນປະເທດດ້ອຍພັດທະນາໃນໂລກ ໃນປີ 2020 ຕາມມາດຖານສາກົນ ໄດ້ກໍານົດໄວ້.
>>>ຄາດໝາຍໃຫມ່ ແມ່ນປີ 2024<<<
ຄວາມມຸ້ງຫວັງ ແລະ ການດໍາເນີນ ມາດຕາການ ໃນການຢາກປົດປ່ອຍ ປະເທດຊາດອອກຈາກ ຄວາມທຸກຫຍາກຫລ້າຫລັງ ຂອງພັກລັດ ແມ່ນຍັງມີສືບຕໍ່ໄປ ເປັນຄັ້ງທີ່ສອງ ເລີ້ມຕົ້ນຕື່ມແຕ່ປີ 2020 ນີ້ ຈົນຮອດປີ 2024 ຕາມຊ່ວງເວລາກໍານົດ ຂອງສາກົນ.
ໃນປີ 2022 ຈະມີການກວດກາຕີລາຄາ ຈາກອົງການສາກົນທີ່ກ່ຽວຂ້ອງ ວ່າ ລາວ ມີຄວາມຄືບໜ້າ ຈະສໍາເຫລັດມາດຖານ ໄດ້ຫລື ບໍ່?
ຖ້າ ການກວດກາ ມີຜົນບວກ ກໍຫມາຍຄວາມວ່າ ລາວເຮົາ ຈະ ຫລຸດພົ້ນອອກຈາກ ຄວາມເປັນປະເທດ ດ້ອຍພັດທະນາ ໃນປີ 2024 ຢ່າງເປັນປະຫວັດການແນ່ນອນ.
ແຕ່ຖ້າ ການຕີລາຄາ ມີຜົນຫລົບ ກໍຖືວ່າ ຈະເປັນບັນຫາ ໃຫ້ແກ່ລາວເຮົາ ຈະບໍ່ສາມາດ ຫລຸດພົ້ນ ອອກຈາກການເປັນປະເທດດ້ອຍພັດທະນາໄດ້.
ອີງໃສ່ສະພາບ ເຫດການຕ່າງໆ ທີ່ໄດ້ເກີດຂຶ້ນ ສົ່ງຜົນສະທ້ອນ ອັນບໍ່ດີ ຕໍ່ການຂະຫຍາຍຕົວ ທາງດ້ານເສດຖະກິດຂອງລາວເຮົາ ມີໄພທໍາມະຊາດ ແລະ ອື່ນໆ ເຫັນວ່າ ໃນຕໍ່ໜ້າ ລາວເຮົາຍັງຈະຕ້ອງ ໄດ້ບຸກບືນໜັກ ເພື່ອໃຫ້ສໍາເຫລັດ ຄາດໝາຍສາກົນທີ່ຕັ້ງໄວ້.
>>>ຖ້າປະເທດ ໄດ້ສັນຍານາມວ່າ ຫລຸດພົ້ນອອກຈາກຄວາມທຸກຫຍາກ ແຕ່ ປະຊາຊົນຍັງທຸກຫຍາກຢູ່ ກໍຈະບໍ່ມີຄວາມໝາຍ.<<<
ແນ່ນອນ ເມື່ອຫລຸດພົ້ນ ອອກຈາກ ເປັນປະເທດ ດ້ອຍພັດທະນາ ກໍໝາຍຄວາມວ່າ ລາວເຮົາຈະຕ້ອງສາມາດກຸ້ມຕົນເອງໄດ້ ໃນການພັດທະນາໂຕເອງ ເພາະ ນະໂຍບາຍການຄໍ້າຈູນຂອງຕ່າງຊາດ ແລະ ການຍົກເວັ້ນນະໂຍຍານ ພາສີການສົ່ງອອກ ສິນຄ້າໄປຕ່າງປະເທດ ໃນນາມສະມາຊິກການຄ້າໂລກ ກໍຈະມີຄວາມຈໍາກັດລົງ ແນ່ນອນ.
ບັນຫາ ສໍາຄັນ ແມ່ນ ຖ້າປະເທດລາວເຮົາ ຫາກໄດ້ ນາມມະຍົດ ກາຍເປັນປະເທດພັດທະນາແລ້ວ ປະຊາຊົນກໍຕ້ອງ ມີຊີວິດການເປັນຢູ່ດີຂຶ້ນແທ້ ໃຫ້ສົມກັບວ່າ ຫລຸດພົ້ນອອກຈາກ ຄວາມທຸກຫຍາກ ດ້ອຍພັດທະນານັ້ນເອງ.
ຖ້າບໍ່ດັ່ງນັ້ນ ການຫລຸດພົ້ນດັ່ງກ່າວ ຄົງຈະບໍ່ມີຄວາມໝາຍ ອັນສົມກຽດ ໃຫ້ແກ່ ຄົນລາວ ແຕ່ຢ່າງໃດ.
>>>ຄວາມຮັ່ງມີ ອັນຍືນນານ ອັນນຶ່ງ ທີ່ສໍາຄັນ ຄືຄວາມຮັ່ງມີ ທາງດ້ານ ສະຕິປັນຍາ ຂອງປະຊາຊົນລາວ ນັ້ນເອງ.<<<
@ວິມາດອກບົວແກ້ວ