ໄປນໍາທໍາມະຊາດ ເສີມສ້າງພະລັງໃຈ.

ໄປນໍາທໍາມະຊາດ ເສີມສ້າງພະລັງໃຈ.
Die Kraft in der Natur tanken.
ທໍາມະຊາດ
ເປັນເພື່ອນຂ້ອຍ ເໝືອນດັ່ງສາຍໃຈ
ພົງໄພງາມ ຊື່ນບານຂຽວທຸ້ມ
ເທິງໄມ້ ຊຸມນົກນ້ອຍ ຈັບຄອນໂຕນໄຕ່
ພຶກສາ ໃນປ່າໄມ້ ພັນເຊື້ອຕ່າງແນວ ເຈົ້າເອີ້ຍ
ມື້ນີ້ ຮຽມຍ່າງຍ້າຍ ໃນປ່າດົງໜາ
ມອງເຫັນ ມາລາງາມ ເບັ່ງບານຊົມຊ້ອນ
ອອນຊອນແທ້ ຫລາຍສີສັບປ່ຽນ
ແມງພູ່ເຜິ້ງ ບິນຕ້ອງໄຕ່ຕາມ ແທ້ແລ້ວ
ຫລຽວແນມ ນາທົ່ງກ້ວາງ ສຸດຊົ່ວສາຍຕາ
ຍິນສຽງ ລົມພັດມາ ອ່ອນເຢັນກາຍເນື້ອ
ຈໍາເປັນ ຫາເຟືອຊົ້ນ ແສງຕາເວັນສ່ອງ
ຍາມເມື່ອ ອາຍອຸ່ນຕ້ອງ ໃຈຊື້ງຊື່ນກາຍ ແທ້ແລ້ວ
ທໍາມະຊາດເອີ້ຍ
ຄືເພື່ອນຂ້ອຍ ຮັກຮ່ວມກັນມາ ນານແລ້ວ
ຮຽມນີ້ ຫາເວລາ ດຸ່ງເດີນເຖິງເຈົ້າ
ທິວທັດງາມ ບັນເທົາເນື້ອ ທໍາໃຈສົດຊື່ນ
ເໝືອນໄດ້ ນອນຕື່ນຂຶ້ນ ຫາຍຮ້ອນຜ່ອນເຢັນ ເຈົ້າເອີ້ຍ
@ວິມາລາວດອກບວແກ້ວ