ຈະສາມາດ ເອົາໄຊຊະນະ ເຊື້ອພະຍາດໂຄວິດ-19 ໄດ້ແນວໃດ?

ຈະສາມາດ ເອົາໄຊຊະນະ ເຊື້ອພະຍາດໂຄວິດ-19 ໄດ້ແນວໃດ?
ໃນປະຈຸບັນ ຄວາມຮຸນແຮງ ໃນການແຜ່ເຊື້ອໂຄວິດ-19 ໃນເຢັຍລະມັນ ໄດ້ຜ່ອນຄາຍລົງ ໂດຍທີ່ ຈໍານວນຄົນຕິດເຊື້ອ ໃນແຕ່ລະມື້ ໄດ້ຫລຸດລົງ ຕໍ່າກົ່ວ ຊາວສາມພັນຄົນ ທີ່ເຄີຍມີມາ.
ສາຍເຫດ ແມ່ນຍ້ອນ ສອງຢ່າງ ຄື:
– ການປະຕິບັດມາດຕາການຕ້ານເຊື້ອ ຂອງປະຊາຊົນ ໄດ້ດີ ແລະ
– ຄຽງຄູ່ກັນນັ້ນ ແມ່ນ ຈໍານວນ ປະຊາຊົນ ທີ່ ໄດ້ຮັບການສັກຢາຕ້ານເຊື້ອ ມີນັບມື້ນັບຫລາຍຂຶ້ນ.
ການຈະເອົາຊະນະ ເຊື້ອໂຄວິດໄດ້ນັ້ນ
ປະຊາຊົນ ຕ້ອງໄດ້ຖືກຊັກຢາຕ້ານເຊື້ອ ຫລາຍກ່ວາ 70 ເປີເຊັນ ຂຶ້ນໄປ ຂອງຈໍານວນພົນລະເມືອງທັງຫມົດ ແລະ ຖ້າທຸກຄົນ ໄດ້ຖືກສັກຢາຕ້ານເຊື້ອ ເມື່ອນັ້ນ ຄວາມເປັນອັນຕະລາຍ ຫລື ຄວາມຢ້ານກົວ ຕໍ່ເຊື້ອໂຄວິດ-19 ກໍຈະຫມົດໄປ.
ມາເຖິງປະຈຸບັນ ປະຊາຊົນເຢັຍລະມັນ ປະມານ ແປດສິບລ້ານຄົນ ໄດ້ຖືກສັກຢາກັນເຊື້ອ ໄປແລ້ວ ນຶ່ງເຂັ້ນ ມີ 25.462.944 (30,6%) ແລະ ຄົບສອງເຂັ້ມ ມີ 7.145.486 (8,6%).
ປະຈຸບັນນີ້ ເພື່ອເປັນການ ຕ້ານການແຜ່ເຊື້ອ ໃຫ້ໄດ້ຮັບຜົນສູງຂຶ້ນ ລັດຖະບານເຢັຍລະມັນ ໄດ້ສຸມໃສ່ ຈັດທີມສັກຢາເຄື່ອນທີ່ ໄປສັກໂດຍກົງ ໃນໂຂງເຂດ ທີ່ມີຄວາມສ່ຽງສູງ ໃນການແຜ່ເຊື້ອສູງ ຄື ເຮືອນຫລາຍຊັ້ນ ແລະ ທ້ອງຖິ່ນ ທີ່ມີຄົນອາໃສແອອັດກັນ.
ໃນລາວເຮົາ ຈະເຮັດແນວໃດ?
ຖ້າ ໃນລາວເຮົາ ເຮັດໄດ້ ມີຈຸດເລັ່ງ ສັກຢາຕ້ານເຊື້ອ ໃຫ້ ພໍ່ຄ້າຊາວຂາຍ ນັກຖຸລະກິດຕ່າງໆ ແລະ ຜູ້ທີ່ມີຄວາມສ່ຽງສູງ ຫລື ມີຄວາມຢ້ານສູງ ໄດ້ໄວຂຶ້ນ ໂດຍອີງໃສ່ ການຊ່ວຍເຫລືອຢາສັກກັນເຊື້ອຢ່າງພຽງພໍ ຈາກເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈະສາມາດເຮັດໃຫ້ ລາວເຮົາ ພົ້ນຜ່ານ ອອກຈາກ ການລອກດາວ ເຂົ້າສູ່ການເປີດກ້ວາງ ເປັນປົກກະຕິຄືນໄດ້.
ໃນສາກົນ ເຫັນໄດ້ ເປັນເອກກະພາບກັນວ່າ ມີແຕ່ ການສັກຢາກັນເຊື້ອ ໄດ້ຫລາຍ ແລະ ໄດ້ທົ່ວວເຖິງກັນເທົ່ານັ້ນ ຈຶ່ງຈະສາມາດເຮັດໃຫ້ ຄົນເຮົາ ເອົາຊະນະ ເຊື້ອໂຄວິດ-19 ໄດ້.
@ວິມາດອກບົວແກ້ວ