ຊວນຄິດໃນວັນອາທິດ ການເອົາໃຫ້ ແລະ ການເອົາມາ ຈະໃຫ້ຄວາມສຸກໄດ້ຄືແນວໃດ?

ຊວນຄິດໃນວັນອາທິດ!🙏
ການເອົາໃຫ້ ແລະ ການເອົາມາ
ຈະໃຫ້ຄວາມສຸກໄດ້ຄືແນວໃດ?
ຈະເອົາກ່ອນ ແລ້ວຈຶ່ງ ເອົາໃຫ້ ແນວໃດຖືກ?
ຄົນລາວເຮົາສ່ວນໃຫຍ່ ໄດ້ປະຕິບັດຕັ້ງແຕ່ດັ່ງເດີມນານມາແລ້ວກ່ຽວກັບ „ການເອົາໃຫ້“ ເປັນຕົ້ນ ແມ່ນການ ຕັກບາດ ທໍາບຸນສິນກິນທານຕ່າງໆ.
ເວົ້າລວມແລ້ວ
ຖ້າມີການເອົາໃຫ້ ແບບບໍ່ມີຄວາມມຸ້ງຫວັງຢາກໄດ້ສິ່ງຕອບແທນຄືນ ຈະສາມາດຊ່ວຍ ຜູ້ເອົາໃຫ້ ແລະ ຜູ້ໄດ້ຮັບ ມີຄວາມສຸກໃຈ ແບບໃນລັກສະນະທີ່ເອີ້ນກັນວ່າ „ການປ່ອຍວາງ“ ຕາມພະທໍາຄໍາສັ່ງສອນ ຂອງພະພຸດທະເຈົ້ານັ້ນເອງ.
ການເອົາໃຫ້ ດ້ວຍຄວາມພໍໃຈ
ຈະເກີດມີຂຶ້ນໄດ້ ກໍໃນເມື່ອມີຄົນໃນສັງຄົມ ມີຄວາມຮັກໃນອາຊີບ ແລະ ມັກສິງທີ່ຕົນເອງເຮັດ ພໍໃຈໃນສິ່ງທີ່ຕົນເອງມີ ເຮັດດ້ວຍຄວາມພໍໃຈ ບໍ່ຮຽກຮ້ອງຜົນຕອບແທນ ຖືວ່າເປັນສັດທາ ຂອງຕົນເອງ.
ສິ່ງຕອບແທນ ຄື ການເອົາກັບມາ
ຫາກຈະເກີດຂຶ້ນຕາມມາ ໃນຮູບແບບທີ່ເພິ່ນວ່າ „ນໍ້າໄປປາມາ“ ຖືວ່າ ເປັນການໄດ້ແບບເພິ່ງພາອາໃສກັນ ເປັນສິ່ງຕອບແທນ ຈາກຄວາມພໍໃຈ ຂອງຜູ້ເອົາໃຫ້ ຊ່ວຍຜູ້ໄດ້ຮັບ ມີອັນປ່ຽນແປງໃນຊີວິດ ດີຂຶ້ນ.
ຕົວຢ່າງ
ແຂກຄົນເຂົ້າໄປນັ່ງໃນຮ້ານອາຫານ.
ຜູ້ເສີບມາຖາມ ພວກທ່ານຈອງແລ້ວບໍ ຢາກກິນຫຍັງ? ແບບແຂງກະດ້າງ.
ທ່ານຈະໃຫ້ເງິນກິນນໍ້າເຂົາບໍ່?
ຖ້າຜູ້ເສີບ ມາຫາແບບຖາມສະບາຍດີ ແລ້ວແນະນໍາວ່າ ມື້ນີ້ ມີອາຫານພິເສດແບແບພື້ນບ້ານຈາກພໍ່ຄົວໃຫຍ່ຂອງຮ້ານ ພວກທ່ານບໍ່ຢາກທົດລອງບໍ? ຫວັງວ່າບໍ່ຜິດຫວັງຣົດຊາດແນ່ນອນ.
ທ່ານຄົງໃຫ້ເງິນກິນນໍ້າຄົນເສີບແນ່ນອນ.
ຊີ້ໃຫ້ເຫັນວ່າ
ຜູ້ເສີບ ເຮັດວຽກດ້ວຍຄວາມພໍໃຈເບີກບານກັບແຂກຄົນ ມີການໃຫ້ຄວາມເປັນມິດ ໃຫ້ຄວາມສຸພາບແກ່ແຂກຄົນ.
ສຸດທ້າຍ ເຂົາກໍໄດ້ຮັບເອົາຜົນໄດ້ຄືນມາ ແບບພິ່ງພໍໃຈໃນການໃຫ້ຂອງເຂົານັ້ນເອງ. ຖືໄດ້ວ່າ
ຜູ້ໃຫ້ ແລະ ຜູ້ຮັບ ພໍໃຈກັນ ແລະ ເປັນສຸກ.
>>>ຂໍຢໍ້າອີກວ່າ:<<<
ການເອົາໃຫ້ ແລະ ການເອົາມາ
ຈະບັງເກີດເປັນດີໄດ້ ທຸກຄົນຕ້ອງມີແນວຄິດ ຕ້ອງໄດ້ເຮັດ ຕາມລັບດັບ ຄື
ເອົາໃຫ້ກ່ອນ ແລ້ວຈຶ່ງ ເອົາຄືນມາ.
ບໍ່ແມ່ປີ້ນຄືນ ຄື
ເອົາມາ ແລ້ວ ຈຶ່ງເອົາໃຫ້.
ເພາະຖ້າ ການເອົາກ່ອນ ຫລື ຢາກໄດ້ກ່ອນ ມີແຕ່ເອົາ ຈະນໍາໄປສູ່ຄວາມເຫັນແກ່ຕົວ ກາຍເປັນຄວາມໂລພາ
ແລ້ວຈະໃຫ້ ຄວາມສຸກເກີດຂຶ້ນໄດ້ແນວໃດ?
ຖ້າຄົນໃນສັງຄົມ
ປວງຊົນຈໍານວນຫລວງຫລາຍ ມີຄວາມພໍໃຈ ໃນວິຊາຊີບ ຫລື ມັກຮັກໃນວຽກງານທີ່ຕົນເອງເຮັດ ມີສັດທາຕໍ່ກັນ ບໍ່ເຫັນແກ່ໂຕ
ສັງຄົມກໍ່ຈະມີຄວາມສຸກເບີກບານອົບອຸ່ນກັນດີຂຶ້ນ ໄປໃນທໍານອງທີ່ວ່າ
“ຂ້ອຍຍິ້ມໄປ ເຈົ້າຍິ້ມມາ ຕໍ່ກັນນັ້ນເອງ“.
@ວິມາດອກບົວແກ້ວ
ສະມາທິ ຫິ່ນຕອງແລ້ວ ຈຶ່ງກະທໍາ ຈະສາມາດ ນໍາໄປສູ່ຄວາມສຸກພໍໃຈ ໃນສິ່ງທີ່ຈະເກີດຂຶ້ນຕາມມາ.