ກອນ: ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.

ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້. Man ist nie zu klein, um grossartig zu sein. (HOBEA-Germany)   ຕອນຍັງເປັນບ່າວນ້ອຍ ເຕະກະໂລ້ງດັງໄກ ແບກຫາມໄຖຄາດຫນັກ ແລ່ນລົງນາຕາກ້າ ຫາປາຕາມແຄມຫ້ວຍ ຝົນຕົກມາທົນຜ່ານ ໜາວພຽງໃດບໍ່ຢ້ານ ລົງດໍານໍ້າໄລ່ປາ ແທ້ແລ້ວ   ຍາມບຸນໂຮຮໍ່າຮ້ອງ ສຽງດັງສົ່ງໄປໄກ ມີອັນໃດກໍກິນ ນັ່ງນອນໄປຕາມພື້ນ ຢືນຂາດຽວທົນໄດ້ ໄປນອນຄືນຫາຍຫ່ວງ ພາກັນນອນຊ່ວງແລ້ວ ​ດັງ​ໄຟຕົ້ມໄກ່ກິນ ເຈົ້າເອີ້ຍ   ຝົນຕົກ​ມາ​ອັ່ງ​ຖ້ວມ ​ກົບ​ຂຽດ​ສົ່ງ​ສຽງ​ດັງ ງົວ​ຄວາຍ​ທັງ​ໝູ​ໝາ ແລ່ນ​ຊອກ​ຫາ​ທາງ​ຊົ້ນ ປູ​ປາ​ຊົນ​ຊູ​ຊ້ອງ ຕາມ​ຄອງ​ເໝືອງ​ເປັນ​ໝູ່ ຄົນ​ຮັກ​ຊູຢູ່​ຂ້າງ ເຊີນ​ຝົນ​ຟ້າ​ລັ່ງ​ລົງ ເຈົ້າ​ເອີ້ຍ   ​ໝົດ​ຍາມເປັນ​ບ່າວ​ນ້ອຍ ເຫດ​ການ​ໃໝ່​ຕາມ​ມາ ຄາ​ວຽກ​ງານ​ຄືນ​ວັນ ນັ່ງ​ນອນ​ເວ​ລາ​ໜ້ອຍ ຄົນ​ອອຍ​ໃຈ​ໄກ​ຂ້າງ ມອງ​ທາງ​ໃດ​ແປນ​ເປົ່າ ວັນ​ເດືອນ​ປີ​ຜ່ານ​ເຂົ້າ ສັງ​ຂານ​ກ້າວ​ປ່​ຽນ​ໄປ ແທ້ແລ້ວ   ຄິດ​ວ່າ​ເປັນ​ໃຫຍ່​ແລ້ວ ຈະ​ກັບ​ຕ່າວ​ເມືອງນອນ ກັບຄືນຄອນຄັງເດີມ…