ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ

ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ ລຸງແຫວນ ຕາຕື່ນເຕັ້ນ ຫລຽວລໍ່າລໍາເຊ ລາວລຸກເດິກ ຕື່ນນອນຕອນເຊົ້າ ຝົນຝອຍຍ້ອຍ ຍອຍລົງຢົດລັ່ງ ລາວຍ່າງຍ້າຍ ລົງນໍ້າງື່ມໄຫລ ພຸ້ນແລ້ວ ແອວບ່ຽງຂ້ອງ ຫົວໃສ່ໃບກຸບ ມືຈັບພາຍ ພໍ່າຄັນເບັດປ້ອງ ແພຂະມ້າ ຄຽນຄີງແອວແກ່ນ ຕີນເປົ່າປຶ້ງ ຫົວໂປ້ປ່ອງເຫວີ ແທ້ນ່າ ເຖິງທ່ານໍ້າ ແຄມງື່ມງາມດີ ຍັງມືດມົວ ສ່ອງແນມນໍາຫນ້າ ເຮືອລໍານ້ອຍ ຄອງຄອຍລຽບຝັ່ງ ມີສີ່ຂັ້ນ ຫົວທ້າຍລ່າຍກັນ ວ່ານ່າ ເຮືອເລັ່ງຂຶ້ນ ຕ່າມຝັ່ງລວງໄຫລ ເຖິງວັງເວີນ ບ່ອນລາວລົງເລື້ອຍ ຄັນເບັດເຫລື້ອມ ໂອນເອນຖືກແກວ່ງ ປິວສູ່ນໍ້າ ວັງກ້ວາງແກ່ວປາ ເຈົ້າເອີ້ຍ ມືຈ່ອງນ້າວ ຊາວໃສ່ຄັນເບັດ ປາປາກລອຍ ໄລ່ນໍາເຫລັກເຫລື້ອມ ລຸງເລີຍຍິ້ມ ຍາມປາຕິດເຍື່ອ ດຶງດົ່ງເຂົ້າ ເຖິງທ້າຍໃສ່ເຮືອ ແທ້ແລ້ວ ຄາວເມື່ອນັ້ນ ປາງື່ມງອມຫລາຍ ປາກສູດກົດ ຂ່າສະໂທງເຄິງຄ້າວ ປາຊິວນ້ອຍ ລອຍໄປເປັນຫມູ່…