ເວລາເປັນເງິນເປັນຄໍາແທ້ບໍ?

ຊວນຄິດໃນວັນອາທິດ: ເວລາເປັນເງິນເປັນຄໍາແທ້ບໍ?   ໃນການດໍາລົງຊີວິດຂອງຄົນເຮົາ ໃນການຊື້ຂາຍເຮັດຖຸລະກິດ ເຮັດວຽກເຮັດງານ ຄົນສ່ວນຫລວງຫລາຍ ຟ້າວຝັ່ງຂ້ຽວຂອດ ມັກຈະເວົ້າສົມທຽບກັນເລີຍໆວ່າ: “ເວລາເປັນເງິນເປັນຄໍາ“ ຫລື “ເວລາຄືເງິນຄືຄໍາ“. ແມ່ນແທ້ບໍ?   ຖ້າຍັງມີຄົນເຂົ້າໃຈແບບນີ້ຢູ່ຕະຫລອດໄປ ຢາກຂໍຝາກແນວຄິດໃຫ້ຄວາມເຫັນ ໂດຍອີງໃສ່ຫລາຍຄວາມເຫັນຂອງຫລາຍໆຄົນຜູ້ໄດ້ຄົ້ນຄິດ ມາແລ້ວຕໍ່ບັນຫາດັ່ງກ່າວ ແລະ ໄດ້ປັບປ່ຽນໂຕເອງ ຍ້ອນຮູ້ໄດ້ເຖິງຄຸນຄ່າອັນແທ້ຈິງຂອງຊີວິດ ທີ່ຕິດພັນກັບ “ເວລາຂອງຊີວິດ“ ຖ້າມັນຜ່ານໄປແລ້ວບໍ່ກັບຄືນມາອີກ ນັ້ນເອງ.   ຄວາມເຫັນທີ່ວ່າ “ເວລາເປັນເງິນເປັນຄໍາ“ ແມ່ນຜິດ ບໍ່ຖືກຕ້ອງ. ຖ້າເຫັນແຕ່ດັ່ງນີ້ໄປ ອາດຈະພາໃຫ້ເປັນທຸກໄດ້. ຍ້ອນວ່າ ເງິນຄໍາ ຖ້າຫມົດໄປແລ້ວ ສາມາດຫາໃຫມ່ໄດ້ ແຕ່ ເວລາ ຄື ເວລາຂອງຊີວິດຄົນເຮົາ ຫມົດໄປແຕ່ລະວິນາທີ ຫມົດໄປແຕ່ລະມື້ ແມ່ນຫາໃຫມ່ບໍ່ໄດ້ ມັນຕ່າງຈາກການຫາເງິນ. ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ເວລາມີຄຸນຄ່າຕ່າງຈາກເງິນ ແຕ່ຄົນສ່ວນຫລາຍມັກເຂົ້າໃຈວ່າ ເສັຍເວລາແມ່ນເສັຍເງິນ ແຕ່ໃນຕົວຈິງແມ່ນເສັຍເວລາ ຄືເສັຍເວລາຊີວິດຂອງຕົນເອງທີ່ມີຢູ່ ນັບມື້ນັບສັ້ນໄປເທົ່ານັ້ນ.   ດັ່ງນັ້ນຄວນໃຊ້ເວລາຊີວິດຂອງຕົນເອງ ແບ່ງປັນໃຫ້ເປັນປະໂຫຍດ ໃຊ້ກັບການຢູ່ຮ່ວມກັນໃນຄອບຄົວ…